ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ກອງພົນທີ 1 ສຳເລັດການອົບຮົມວຽກງານສື່ມວນຊົນ
ເວລາອອກຂ່າວ: 2020-11-06 19:19:10 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 2528 | ຄວາມນິຍົມ:



ໃນວັນທີ 30 ຕຸລາ 2020 ນີ້, ກອງພົນທີ1 ໄດ້ປິດການອົບຮົບ ວຽກງານຂ່າວ ສານສື່ມວນຊົນ ໄລຍະສັ້ນ ຊຸດທີ II ປະຈໍາປີ 2020, ໂດຍການ ເປັນທານ ຂອງສະຫາຍ ພັນໂທ ປອ ສອນ ໄຊ ຈັນຍາລາດ ຫົວໜ້າ ຫ້ອງ ການເມືອງ ກອງພົນທີ 1, ມີຄະນະ ພັກ-ຄະນະບັນຊາອົງການ, ກົມກອງ, ພະແນກການທີ່ກ່ຽວ ຂ້ອງ, ພ້ອມດ້ວຍຄູອາຈານ ແລະ ນັກເຝິກອົບຮົບເຂົ້າຮ່ວມ. ຜ່ານການອົບຮົມ ເປັນ ເວລາ 5 ວັນ ນັບແຕ່ວັນທີ 25-30 ຕຸລາ 2020 ໄດ້ ສໍາເລັດ ຢ່າງເປັນທາງການ. ຕະຫຼອດ ໄລຍະການອົບຮົມຄະນະຮັບ ຜິດຊອບ ແລະ ຄູສອນ ໄດ້ ເອົາໃຈໃສ່ປະຕິບັດໜ້າທີ່ດ້ວຍ ຄວາມຮັບຜິດຊອບສູງ ເຊິ່ງ ສະແດງອອກໃນການກະ ກຽມເອກະສານຕ່າງໆ, ແຕ່ງ ບົດສອນ, ຂຶ້ນຫ້ອງສອນຕາມ ແຜນການ, ມີຄວາມຮັບຜິດຊອບ ໃນການຖ່າຍທອດບົດຮຽນ, ຄວາມຮູ້, ຄວາມສາມາດທີ່ມີໃຫ້ ນັກອົບຮົມດ້ວຍຄວາມຈິງໃຈ. ນັກອົບຮົບໄດ້ຍົກສູງຄວາມຮັບ ຜິດຊອບໃນການຄົ້ນຄວ້າຮໍ່າ ຮຽນ, ມີຄວາມກະຕືລືລົ້ນ ແລະ ຕັ້ງໃຈຮັບຟັງການສິດສອນ, ການ ອະທິບາຍ, ໄຈ້ແຍກສົມທຽບຕົວ ຢ່າງອື່ນໆຂອງຄູແລ້ວປຽບ ທຽບຊັ່ງຊາລະຫວ່າງທິດສະດີ ຫຼັກການ ແລະ ພຶດຕິກໍາຕົວຈິງ ຂອງການເຄື່ອນໄຫວວຽກງານ ຢູ່ໃນກົມກອງ. ຫຼາຍສະຫາຍ ມີຄວາມສະໝັກໃຈປະກອບຄໍາຄິດເຫັນສົນທະນາຊັກຖາມ ເພື່ອໄດ້ຄວາມຮູ້ໃຫ້ຕົນ ເອງ. ເວລາກວດກາຢັ່ງຄວາມ ຮູ້ ຫຼາຍສະຫາຍສາມາດຍາດ ໄດ້ຄະແນນດີ. ສາມາດຮັກສາໄດ້ ຄວາມສາມັກຄີຊ່ວຍເຫຼືອເຊິ່ງກັນ ແລະ ກັນ, ຮັກສາຄວາມສະຫງົບ ປອດໄພໄດ້100%. ໂດຍລວມ ແລ້ວການອົບຮົມໃນຄັ້ງນີ້, ສາມາດຍົກລະດັບຄວາມຮູ້, ຄວາມເຂົ້າໃຈກ່ຽວກັບຈຸດປະສົງ, ເນື້ອໃນ ແລະ ຮູບການຂອງການ ໂຄສະນາຜ່ານສື່, ຮູ້ກ່ຽວກັບຮູບ ແບບ ແລະ ຫຼັກການພື້ນຖານ ໃນການຂຽນຂ່າວ, ຂຽນບົດ, ການຖ່າຍພາບ ເພື່ອເກັບກໍາຂໍ້ ມູນຂ່າວສານໃນກົມກອງ ສົ່ງໃຫ້ ໜັງສືພິມ, ວິທະຍຸ, ໂທລະພາບ ກອງທັບ ແລະ ສື່ຕ່າງໆ. ເພາະ ວ່າສື່ມວນຊົນແມ່ນອາວຸດອັນ ແຫຼມຄົມຂອງພັກ, ຂອງການ ປະຕິວັດ, ເປັນກະບອກສຽງໃຫ້ ແກ່ການຈັດຕັ້ງທຸກຂັ້ນ ເພື່ອ ໂຄສະນາເຜີຍແຜ່ແນວທາງແຜນ ນະໂຍບາຍຂອງພັກ, ແຜນ ພັດທະນາເສດຖະກິດ-ສັງຄົມ ຂອງລັດ, ມູນເຊື້ອອັນສະຫງ່າ ງາມຂອງກອງທັບ, ຂອງກົມ ກອງ. ບັນດາເອກະສານທີ່ນໍາມາອົບຮົມມີທັງໝົດ 3 ບົດຄື: ຄວາມຮູ້ເບື້ອງຕົ້ນໃນການຂຽນ ຂ່າວ-ຂຽນບົດ, ຄວາມຮູ້ເບື້ອງ ຕົ້ນກ່ຽວກັບສື່ອອນລາຍ ແລະ ເຕັກນິກການຖ່າຍຮູບພາບ. ມີນັກສໍາມະນາກອນມາຈາກ ຫົວໜ່ວຍກົມກອງທົ່ວກອງພົນ ທີ1 ເຂົ້າເຝິກອົບຮົມ ລວມທັງ ໝົດ 20 ສະຫາຍ. ເພື່ອເປັນການ ຢັ້ງຢືນຜົນສໍາເລັດໃນການອົບ ຮົມຄະນະພັກ-ຄະນະບັນຊາ ກອງພົນທີ1 ກໄດ້ມອບໃບຢັ້ງ ຢືນໃຫ້ ຜູ້ທີ່ສຳເລັດການເຝິກອົບ ຮົມວຽກງານ ຂ່າວສານສື່ ມວນຊົນໄລຍະສັ້ນ ຊຸດທີ II ປະຈໍາປີ 2020 ຢ່າງສົມກຽດ. ໂດຍ: ກໍ ແດນດອກກ້ຽງ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ