ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ສະຖາບັນການເງິນ ຈຸລາພາກ ອຸໄລ ຈຳກັດ ມອບເຄື່ອງກີລາໃຫ້ກອງພັນ 160
ເວລາອອກຂ່າວ: 2020-11-06 19:18:10 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 54 | ຄວາມນິຍົມ:



ໃນວັນທີ 6 ພະຈິກ 2020 ນີ້, ທ່ານ ປອ ຈັນທາ ມີງບຸບຜາ ອໍາ ນວຍການສະຖາບັນການເງິນຈຸ ລະພາກອຸໄລ ຈຳກັດ ພ້ອມດ້ວຍ ຄະນະ ໄດ້ນຳເອົາເຄື່ອງກີລາ ແລະ ອຸປະກອນກີລາມາປະກອບ ສ່ວນຊຸກຍູ້ຂະບວນການທາງ ດ້ານກີລາຂອງກອງພັນ 160 ໂດຍການກ່າວຮັບຂອງສະຫາຍ ພັນໂທ ບຸນຈັນ ດວງພູມີ ຫົວໜ້າ ການເມືອງກອງພັນ 160 ພ້ອມ ດ້ວຍຄະນະທີ່ກ່ຽວຂ້ອງເຂົ້າ ຮ່ວມ. ເຄື່ອງທີ່ນຳມາມອບຄັ້ງນີ້ປະ ກອບມີ: ເຄື່ອງກີລາຈຳນວນ 50 ຊຸດ, ບານສົ່ງ 1 ໜ່ວຍ, ກະຕໍ້ 1 ໜ່ວຍ ລວມມູນຄ່າທັງໝົດ 4.000.000 ກີບ, ຈຸດປະສົງ ເພື່ອປະກອບສ່ວນເຂົ້າໃນການ ສ້າງຂະບວນການກີລາ ເປັນ ການຂໍ່ານັບຮັບຕ້ອນວັນສຳ ຄັນຕ່າງໆຂອງຊາດ-ຂອງກອງ ທັບເວົ້າລວມ, ເວົ້າສະເພາະວັນ ຊາດທີ 2 ທັນວາ ຄົບຮອບ 45 ປີ, ວັນສ້າງຕັ້ງກອງທັບ ຄົບຮອບ 72 ປີ , ທີ່ຈະໝູນວຽນມາ ບັນຈົບ ຄົບຮອບອີກວາລະໜຶ່ງໃຫ້ເປັນ ຂະບວນການຟົດຟື້ນມ່ວນຊື່ນ ຢ່າງຕໍ່ເນື່ອງແລະ ເລິກເຊິ່ງ. ສະຫາຍ ພັນໂທ ບຸນຈັນ ດວງ ພູມີໄດ້ກ່າວສະແດງຄວາມຮູ້ບຸນ ຄຸນ, ຍ້ອງຍໍຊົມເຊີຍ ແລະ ຂອບ ໃຈເປັນຢ່າງສູງມາຍັງອຳນວຍ ການສະຖາບັນການເງິນຈຸລະ ພາກອຸໄລ ຈຳກັດ ພ້ອມດ້ວຍ ຄະນະທີ່ໃຫ້ຄວາມຊ່ວຍເຫຼືອ, ປະກອບສ່ວນອຸປະຖໍາອຸປະກອນ ກີລາໃຫ້ກົມກອງຂອງພວກເຮົາ ໃນຄັ້ງນີ້ ແລະ ໃຫ້ຄຳໝັ້ນສັນ ຍາວ່າຈະນໍາເອົາເຄື່ອງກີລາດັ່ງ ກ່າວໄປນໍາໃຊ້ເຂົ້າໃນຂະບວນ ການແຂ່ງຂັນກີລາຂອງກົມ ກອງໃຫ້ເປັນຂະບວນຟົດຟື້ນ ມ່ວນຊື່ນ ແລະ ເກີດປະໂຫຍດສູງ ສຸດ. ໂດຍ: ອາຫວຸ້ນ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ