ກອງປະຊຸມແລກປ່ຽນການຮຽນ-ການສອນ ຢູ່ວິທະຍາຄານພະລາທິການກອງທັບ
ເວລາອອກຂ່າວ: 2020-11-06 19:16:14 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 113 | ຄວາມນິຍົມ:
ໍທ້າຍເດືອນຕຸລາ 2020,
ຫ້ອງອົບຮົມ ວິທະຍາຄານພະ ລາທິການກອງທັບ ໄດ້ຈັດຕັ້ງ ກອງປະຊຸມແລກປ່ຽນການຮຽນ-ການສອນ ປະຈໍາເດືອນຕຸລາ ປີ 2020 ຂຶ້ນທີ່ຫ້ອງປະຊຸມ ໂດຍການເຂົ້າຮ່ວມຂອງ ສະຫາຍ
ພັນເອກ ປອ ບົວເຮືອງ ສົມຟອງ
ບຸດຕາຂັນ ຫົວໜ້າການທະຫານ ວິທະຍາຄານພະລາທິການ ກອງ
ທັບ, ມີບັນດາສະຫາຍຄະນະ ຫ້ອງອົບຮົມ, ຄະນະວິຊາຄູ ຕະຫຼອດຮອດອົງການທີ່ກ່ຽວຂ້ອງເຂົ້າຮ່ວມ.
ບັນຫາທີ່ນໍາມາຄົ້ນຄວ້າແລກ ປ່ຽນຕໍ່ກອງປະຊຸມໃນຄັ້ງນີ້, ແມ່ນບັນຫາກ່ຽວກັບການກະ ກຽມຂຽນບົດຂອງນັກຮຽນ-ນັກສຶກສາ ແລະ ບາງບັນຫາ
ການຮຽນ-ການສອນໃນໄລຍະ ຜ່ານມາ. ກອງປະຊຸມໄດ້ດໍາເນີນໄປດ້ວຍບັນຍາກາດອັນຟົດຟື້ນ, ແຕ່ລະສະຫາຍໄດ້ຜັດປ່ຽນກັນ ຂຶ້ນແລກປ່ຽນຄໍາຄິດຄໍາເຫັນທາງ ດ້ານທິດສະດີ ແລະ ພຶດຕິກໍາຕົວ ຈິງທີ່ໄດ້ດໍາເນີນໃນໄລຍະຜ່ານມາ ອັນເປັນບ່ອນອີງໃຫ້ແກ່ການປັບ ປຸງແກ້ໄຂບັນຫາທີ່ຕ້ອງໄດ້ເສີມຂະຫຍາຍເພື່ອໃຫ້ເກີດມີທ່າກ້າວໃໝ່ຂະຫຍາຍຕົວທັງສະເພາະໜ້າ ແລະ ຍາວນານ.
ໃນຕອນທ້າຍປະທານໄດ້
ສະຫຼຸບຄືນຕໍ່ເນື້ອໃນຈິດໃຈຄໍາ ສະເໜີຂອງບັນດາສະຫາຍ
ພ້ອມທັງໄດ້ມອບໃຫ້ພາກສ່ວນກ່ຽວຂ້ອງຕະຫຼອດຮອດບັນດາ ຄູ-ອາຈານ ພ້ອມກັນສືບຕໍ່ປັບ ປຸງແກ້ໄຂບັນຫາທີ່ຍັງຄົງຄ້າງ, ທັງໄດ້ຮຽກຮ້ອງໃຫ້ພາກສ່ວນກ່ຽວຂ້ອງເອົາໃຈໃສ່ຕິດຕາມ ກວດກາການເຄື່ອນໄຫວຂອງ ນັກຮຽນ-ນັກສຶກສາ ພ້ອມທັງສຶກສາອົບຮົມໃຫ້ເຂົາເຈົ້າມີສະຕິຕື່ນຕົວປະຕິບັດຂໍ້ກໍານົດກົດລະບຽບ ທີ່ວິທະຍາຄານວາງອອກຢ່າງ ເຂັ້ມງວດ.
ໂດຍ: ແກ້ວອຸດອນ ລັດສະໝີ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ