ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ກອງຮ້ອຍ 684 ເປີດຊຸດອົບຮົມໄລຍະສັ້ນ ວຽກງານສື່ສານ ກ້ອງຊ່ອງ ເຫຼົ່າຮົບປ້ອງກັນອາກາດ
ເວລາອອກຂ່າວ: 2020-11-06 19:15:40 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 51 | ຄວາມນິຍົມ:



ທ້າຍເດືອນຕຸລາ ນີ້, ກອງ ຮ້ອຍ 684 ໃນກອງພັນໃຫຍ່ 502 ທີ່ຂຶ້ນກັບກອງພົນທີ 5 ໄດ້ເປີດຊຸດອົບຮົມໄລຍະສັ້ນ ວິຊາສະເພາະວຽກງານສື່ສານ ກ້ອງຊ່ອງ ເຫຼົ່າຮົບປ້ອງກັນອາ ກາດຂຶ້ນ ໂດຍການເຂົ້າຮ່ວມຂອງ ສະຫາຍ ພັນໂທ ຈິດຕະກອນ ພຸດທະວົງ ຫົວໜ້າພະແນກເສ ນາທິການ ກອງພັນໃຫຍ່ 502, ມີຂະແໜງປ້ອງກັນອາກາດ ກອງພັນໃຫຍ່ 502, ມີຄະນະພັກ-ຄະນະບັນຊາ ກອງຮ້ອຍ 684, ຄູ-ອາຈານ ຕະຫຼອດຮອດ ນັກ ເຝີກອົບຮົມເຂົ້າຮ່ວມ. ສະຫາຍ ພັນຕີ ບຸນກວ້າງ ຟອງຄໍາແດງ ຫົວໜ້າຂະແໜງ ປ້ອງກັນອາກາດ ພະແນກເສນາ ທິການ ກອງພັນໃຫຍ່ 502 ໄດ້ຂຶ້ນຜ່ານແຜນການອົບຮົມ ໄລຍະສັ້ນ ວິຊາສະເພາະວຽກ ງານສື່ສານ ກ້ອງຊ່ອງ ເຫຼົ່າຮົບ ປ້ອງກັນອາກາດ ເຊິ່ງການອົບ ຮົມໃນຄັ້ງນີ້ປະກອບມີ: ພາກ ທິດສະດີ ຮຽນຮູ້ກ່ຽວກັບຈັກ ສື່ສານ (ຈັກ XD–D 9–D1), ຄຸນ ລັກສະນະຕົ້ນຕໍທົ່ວໄປ, ຄວາມສໍາ ຄັນກ່ຽວກັບຈັກ PRC–188, ຄວາມຮູ້ກ່ຽວກັບທິດສະດີຈັກ ລວມ 20 ປະຕູ, ຄວາມຮູ້ກ່ຽວກັບ ໂທລະສັບ HDX–1A, ສາຍ ໂທລະສັບນໍາໃຊ້ຢູ່ໃນກອງທັບ, ພາກປະຕິບັດຕົວຈິງ ຮຽນຮູ້ກ່ຽວ ກັບກ້ອງຊ່ອງປ້ອງກັນອາກາດ, ຄຸນຄ່າການປະກອບສ້າງຂອງ ກ້ອງຊ່ອງມື d–8, ການປະກອບ ກ້ອງຊ່ອງປາບ -2A, ການກຽມ ກ້ອງຊ່ອງປາບ -2A, ເຮັດວຽກ ງານກຽມພ້ອມສູ້ຮົບ (ກ້ອງ ຊ່ອງປາບ -2A), ການປະກອບ ສ້າງ ແລະ ລັກສະນະຕົ້ນຕໍ T3K ທັງນີ້, ກໍເພື່ອເປັນການ ເຝີກຝົນເຕັກນິກ ແລະ ຫັດແອບວິຊາສະເພາະເຫຼົ່າຮົບປ້ອງກັນອາກາດໃຫ້ມີຄວາມຄ່ອງແຄ້ວ, ມີໄຫວພິກ, ມີຄວາມຊໍານິຊໍາ ນານເພື່ອຮັບປະກັນໃນການເຮັດ ໜ້າທີ່ວິຊາສະເພາະຂອງຕົນກໍຄື ຂັ້ນເທິງມອບໝາຍໃຫ້ໄດ້ຮັບຜົນ ດີ. ໂດຍ: ທອງປານ ສີດາໄລ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ