ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ໂຮງຮຽນທະຫານຊາຍແດນ 712 ເຂົ້າຊົມຫໍພິພິທະພັນຕໍາຫຼວດປະຊາຊົນ ແລະ ອານຸສອນສະຖານ ທ່ານ ໜູຮັກ ພູມສະຫວັນ
ເວລາອອກຂ່າວ: 2020-11-06 19:15:03 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 71 | ຄວາມນິຍົມ:



v ທ້າຍເດືອນ ຕຸລາ 2020 ນີ້, ສະມາຊິກຊາວໜຸ່ມໂຮງຮຽນ ທະຫານຊາຍແດນ 712 ໄດ້ ເຂົ້າຊົມຫໍພິພິທະພັນ ຕຳຫຼວດປະ ຊາຊົນ ແລະ ອານຸສອນສະຖານ ທ່ານ ໜູຮັກ ພູມສະຫວັນ ໂດຍ ການນຳພາຂອງ ສະຫາຍ ພັນຕີ ສຸວັນຄຳ ນາມວັນນາ ຫົວໜ້າ ຂະແໜງຊາວໜຸ່ມ ໂຮງຮຽນ ທະຫານຊາຍແດນ. ການເຂົ້າ ຊົມໃນຄັ້ງນີ້, ແມ່ນໄດ້ຮັບຊົມ ແລະ ຮັບຟັງການບັນລະຍາຍຈາກ ວິຊາການ ຫໍພິພິທະພັນ ເຊິ່ງໄດ້ ຍົກໃຫ້ເຫັນແຕ່ລະໄລຍະໃນ ການຕໍ່ສູ້ກູ້ຊາດ ແລະ ການປົກ ປັກຮັກສາ ແລະ ສ້າງສາພັດທະ ນາປະເທດຊາດ ນອກນີ້, ຍັງໄດ້ ຊົມຮູບພາບການເຄື່ອນໄຫວ ຕ່າງໆ ຂອງກໍາລັງ ປກສ ເປັນຕົ້ນ ແມ່ນການປາບປາມຢາເສບຕິດ, ອາວຸດເຖື່ອນ ແລະ ການແກ້ ໄຂຄະດີຕ່າງໆ ຢູ່ໃນພາກພື້ນ ແລະ ສາກົນ. ນອກນີ້, ຍັງໄດ້ ຊົມວັດຖຸພັນຕ່າງໆ ທີ່ໃຊ້ເຂົ້າ ໃນການປົກປັກຮັກສາປະເທດ ຊາດ. ພາຍຫຼັງເຂົ້າຊົມຫໍພິພິ ທະພັນຕໍາຫຼວດແລ້ວ, ຍັງໄດ້ເຂົ້າ ຊົມອານຸສອນສະຖານ ປະທານ ໜູຮັກ ພູມສະຫວັນ ຕື່ມອີກ, ເຊິ່ງໃນການເຂົ້າຊົມນັ້ນທາງ ວິຊາການບັນລະຍາຍ ກໍໄດ້ ຍົກໃຫ້ເຫັນຫຼາຍບັນຫາຂອງ ທ່ານ ໜູຮັກ ພູມສະຫວັນ ທີ່ພະ ນັກງານ-ນັກຮົບ ຂອງພວກເຮົາ ຄວນເອົາເປັນແບບຢ່າງໃນ ການຊີ້ນຳ-ນຳພາ ແລະ ການ ດຳລົງຊີວິດຂອງເພີ່ນ ໂດຍສະ ເພາະການດຳລົງຊີວິດປະຈຳ ວັນແບບລຽບງ່າຍໃຊ້ສອຍ ແບບປະຢັດ, ເຫັນຜົນປະໂຫຍດ ສ່ວນລວມຫຼາຍກວ່າສ່ວນຕົວ, ອານຸສອນສະຖານດັ່ງກ່າວ ໄດ້ ຍົກໃຫ້ເຫັນການດຳລົງຊີວິດ ແລະ ພາລະກິດຕໍ່ສູ້ກູ້ຊາດຂອງເພີ່ນໃນສະໃໜ່ກ່ອນໄປເປັນແຕ່ລະໄລຍະນຳອີກ, ສ່ວນການໄປ ທັດສະນະທ່ຽວຊົມໃນຄັ້ງນີ້ກໍ ເພື່ອເຮັດໃຫ້ພະນັກງານ-ນັກຮົບ ໂຮງຮຽນທະຫານຊາຍແດນ ຮູ້ໄດ້ເຖິງປະຫວັດສາດຄວາມ ເປັນມາຂອງກຳລັງປ້ອງກັນ ຄວາມສະຫງົບ ແລະ ການຊີ້ ນໍາ-ນໍາພາຂອງທ່ານ ຜູ້ນຳ ຂອງລາວເຮົາ ເຊິ່ງຍາມໄດ້ ກໍ່ບໍໍ່ຍອມຈຳນົນ, ຕັ້ງໜ້າຕໍ່ສູ້ ເພື່ອພາລະກິດປົກປັກຮັກສາຜືນແຜ່ນດິນອັນຄົບຖ້ວນຂອງຊາດລາວໄວ້ໃຫ້ໜັ້ນຄົງຕະຫຼອດໄປ, ນອກນີ້ຍັງເຮັດໃຫ້ພະນັກງານ-ນັກຮົບ ມີແນວຄິດອຸ່ນອ່ຽງ, ທຸ່ນ ທ່ຽງ, ມີຫຼັກໜັ້ນ, ສິນທຳປະຕິ ວັດຮູ້ຈໍາແນກໄດ້ມິດ-ສັດຕູຢ່າງ ຈະແຈ້ງ, ຍອມເສຍສະຫຼະເພື່ອ ປະເທດຢ່າງສຸດໃຈ. ໂດຍ: ສົມພອນ ດວງສີລາ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ