ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ໄຂກອງປະຊຸມໃຫ່ຍອົງຄະນະພັກກະຊວງການຕ່າງປະເທດ ຄັ່ງທີ IV
ເວລາອອກຂ່າວ: 2020-11-06 11:05:22 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 35 | ຄວາມນິຍົມ:



v (ຂປລ) ກອງປະຊຸມໃຫຍ່ຜູ້ ແທນອົງຄະນະພັກກະຊວງການ ຕ່າງປະເທດຄັ້ງທີ IV ໄດ້ໄຂຂຶ້ນ ຢ່າງເປັນທາງການ ໃນວັນທີ 5 ພະຈິກນີ້, ທີ່ສູນການຮ່ວມມື ແລະ ເຝິກອົບຮົມສາກົນ (ICTC) ນະຄອນຫຼວງວຽງຈັນ ໂດຍການ ເປັນປະທານຂອງ ສະຫາຍ ສະ ເຫຼີມໄຊ ກົມມະສິດ ກໍາມະການ ສູນກາງພັກ ເລຂາຄະນະບໍລິຫານ ງານພັກ ລັດຖະມົນຕີກະຊວງ ການຕ່າງປະເທດ. ໃຫ້ກຽດເຂົ້າ ຮ່ວມຂອງ ສະຫາຍ ທອງລຸນ ສີ ສຸລິດ ກຳມະການກົມການເມືອງ ສູນກາງພັກ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ, ມີບັນດາແຂກ ຖືກເຊີນຈາກກະຊວງ ແລະ ອົງ ການອ້ອມຂ້າງສູນກາງ, ບັນ ດາສະຫາຍສະມາຊິກພັກ, ພະນັກ ງານອາວຸໂສ, ຕາງໜ້າອົງການ ຈັດຕັ້ງມະຫາຊົນ ແລະ ຜູ້ແທນ ( ອ່ານຕໍ່ໜ້າ 7 ) ສົມບູນທັງໝົດ 221 ສະຫາຍ, ຍິງ 58 ສະຫາຍ ທີ່ເປັນຕົວແທນໃຫ້ ແກ່ສະມາຊິກພັກທົ່ວກະຊວງ ການຕ່າງປະເທດ ຈໍານວນ 2.550 ສະຫາຍ ທັງພາຍໃນ ແລະ ຕ່າງປະເທດ ເຂົ້າຮ່ວມ. ສະຫາຍ ສະເຫຼີມໄຊ ກົມ ມະສິດ ໄດ້ຜ່ານບົດລາຍງານການ ເມືອງ ສະຫຼຸບຕີລາຄາຜົນສໍາ ເລັດຂອງການຈັດຕັ້ງປະຕິບັດມະ ຕິກອງປະຊຸມໃຫຍ່ຜູ້ແທນ ຄັ້ງທີ III ຂອງອົງຄະນະພັກກະຊວງການ ຕ່າງປະເທດ ໃນໄລຍະ 5 ປີ ຜ່ານ ມາ, ຍາມໃດຄະນະພັກ-ຄະນະ ນໍາກະຊວງການຕ່າງປະເທດ ກໍໄດ້ຕັ້ງໜ້າເສີມຂະຫຍາຍມູນ ເຊື້ອປະຕິວັດ ແລະ ເຊີດຊູຄວາມ ຮັບຜິດຊອບໃນການນໍາເອົາແນວ ທາງນະໂຍບາຍ, ມະຕິຄໍາສັ່ງ ແລະ ການຊີ້ນໍາຂອງກົມການເມືອງ ສູນກາງພັກ ກໍຄືມະຕິຂອງກອງ ປະຊຸມໃຫຍ່ຄັ້ງທີ III ຂອງອົງ ຄະນະພັກກະຊວງການຕ່າງ ປະເທດ ມາຈັດຕັ້ງປະຕິບັດຢ່າງ ຕັ້ງໜ້າ, ພ້ອມທັງສືບຕໍ່ເຄື່ອນ ໄຫວວຽກງານຢູ່ໃນທ່າບຸກ ໂດຍ ຍຶດໝັ້ນຕາມແນວທາງນະໂຍ ບາຍການຕ່າງປະເທດ “ສັນຕິ ພາບ ເອກະລາດ ມິດຕະພາບ ແລະ ການຮ່ວມມື” ຢ່າງສະເໝີ ຕົ້ນສະເໝີປາຍ, ສົ່ງເສີມການພົວ ພັນຮ່ວມມືກັບຕ່າງປະເທດແບບຫຼາຍທິດ, ຫຼາຍຝ່າຍ, ຫຼາຍລະດັບ ບົນພື້ນຖານເຄົາລົບເອກະລາດ, ອໍານາດອະທິປະໄຕຂອງກັນ ແລະ ກັນ ທີ່ຕ່າງຝ່າຍຕ່າງມີຜົນປະ ໂຫຍດ, ຕັ້ງໜ້າປະຕິບັດຄໍາຂວັນ “ການທູດປ້ອງກັນເຫດ ແລະ ບຸກ ທະລຸເພື່ອປົກປັກຮັກສາ ແລະ ພັດ ທະນາປະເທດຊາດ”. ຄະນະພັກ-ຄະນະນໍາກະ ຊວງການຕ່າງປະເທດ ຍັງປະຕິ ບັດຕາມທິດນໍາເພີ່ມມິດຫຼຸດຜ່ອນ ສັດຕູ, ທັງຕໍ່ສູ້ທັງຍາດແຍ່ງເຮັດ ໃຫ້ການພົວພັນຮ່ວມມືສາກົນສືບ ຕໍ່ໄດ້ຮັບການເປີດກວ້າງ, ເພື່ອນ ມິດຂອງ ສປປ ລາວ ນັບມື້ນັບ ເພີ່ມຂຶ້ນ, ເຄື່ອນໄຫວຢ່າງຕັ້ງໜ້າ ໃນວຽກງານການຕ່າງປະເທດ ທັງໃນຂອບສອງຝ່າຍ ແລະ ຫຼາຍ ຝ່າຍ ສາມາດປະກອບສ່ວນເຂົ້າ ໃນການສ້າງສະພາບແວດລ້ອມ ພາຍນອກທີ່ເອື້ອອໍານວຍ ໃຫ້ແກ່ ການປົກປັກຮັກສາ ແລະ ສ້າງສາ ພັດທະນາປະເທດຊາດ, ຮັບປະ ກັນຄວາມໝັ້ນຄົງຂອງລະບອບ, ຮັກສາໄດ້ເອກະລາດ, ອະທິປະໄຕ ແລະ ຜືນແຜ່ນດິນອັນຄົບຖ້ວນ, ສາມາດຂົນຂວາຍຍາດແຍ່ງການ ຮ່ວມມື ແລະ ການຊ່ວຍເຫຼືອຈາກ ສາກົນ ເພື່ອປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມ ເຊິ່ງເຮັດໃຫ້ບົດບາດ ຂອງ ສປປ ລາວ ນັບມື້ນັບສູງເດັ່ນຂຶ້ນຢູ່ໃນເວທີພາກພື້ນ ແລະ ສາກົນ. ມາຮອດປັດຈຸບັນ ສປປ ລາວ ໄດ້ມີສາຍພົວພັນການທູດທັງໝົດ 143 ປະເທດ, ທຽບໃສ່ປີ 2015 ເພີ່ມຂຶ້ນ 5 ປະເທດ, ມີສາຍພົວ ພັນກັບ 139 ພັກການເມືອງຈາກ 85 ປະເທດໃນໂລກ, ມີສໍານັກ ງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈໍາຢູ່ຕ່າງປະເທດ 40 ແຫ່ງ, ແຈກຢາຍຢູ່ 27 ປະເທດ ໃນໂລກ; ໃນນັ້ນ ປະກອບມີສະຖານເອກ ອັກຄະລັດຖະທູດ 26 ແຫ່ງ, ສໍາ ນັກງານຜູ້ຕາງໜ້າຖາວອນ 3 ແຫ່ງ, ສະຖານກົງສຸນໃຫຍ່ 10 ແຫ່ງ, ຫ້ອງການກົງສຸນ 1 ແຫ່ງ ແລະ ມີກົງສຸນກິດຕິມະສັກຂອງ ສປປ ລາວ ຢູ່ 17 ປະເທດ. ໃນ 5 ປີຜ່ານມາ ໄດ້ສ້າງຕັ້ງ ສະຖານກົງສຸນໃຫຍ່ເພີ່ມ 2 ແຫ່ງ ຄື: ຢູ່ນະຄອນຊາງຊາ ສປ ຈີນ ແລະ ແຂວງຊຽງແຕງ ຣາຊະອານາ ຈັກກໍາປູເຈຍ. ມາຮອດປັດຈຸບັນ ມີສະຖານທູດຂອງຕ່າງປະເທດ ປະຈຳຢູ່ ສປປ ລາວ 28 ແຫ່ງ, ສະຖານກົງສຸນໃຫຍ່ 6 ແຫ່ງ, ອົງການຈັດຕັ້ງສາກົນທີ່ຂຶ້ນກັບລັດຖະບານ 18 ອົງການ ແລະ ມີກົງສຸນກິດຕິມະສັກ 18 ປະເທດ ປະຈໍາຢູ່ ສປປ ລາວ. ປັດຈຸບັນນີ້, ອົງຄະນະພັກກະຊວງການຕ່າງປະເທດປະກອບ ດ້ວຍ 1 ຄະນະພັກຮາກຖານ ແລະ ມີ 57 ໜ່ວຍພັກເອກະລາດຂຶ້ນກັບ ທັງຢູ່ພາຍໃນ ແລະ ຕ່າງປະເທດ, ມີສະມາຊິກພັກທັງໝົດ 785 ສະ ຫາຍ (ຍິງ 208 ສະຫາຍ) ກວມ ເອົາ 79% ຂອງຈໍານວນລັດຖະ ກອນຂອງກະຊວງທັງໝົດ. ນອກ ນີ້, ອົງຄະນະພັກກະຊວງການ ຕ່າງປະເທດ ຍັງໄດ້ຮັບຜິດຊອບ ຄຸ້ມຄອງສະມາຊິກພັກ ຈາກຂະ ແໜງການອື່ນທີ່ປະຕິບັດໜ້າທີ່ ຢູ່ສໍານັກງານຜູ້ຕາງໜ້າແຫ່ງ ສປປ ລາວ ປະຈໍາຢູ່ຕ່າງປະເທດ ຈໍານວນ 109 ສະຫາຍ, ຍິງ 11 ສະຫາຍ ແລະ ຄຸ້ມຄອງສະມາ ຊິກພັກ-ນັກສຶກສາລາວ ຢູ່ຕ່າງ ປະເທດ 1.685 ສະຫາຍ, ຍິງ 314 ສະຫາຍ. ກອງປະຊຸມໃຫຍ່ຄັ້ງນີ້, ຍັງໄດ້ ຮັບຮອງເອົາແຜນການເຄື່ອນ ໄຫວຊີ້ນໍາໆພາໃນໄລຍະ 5 ປີ ຕໍ່ ໜ້າ. ພ້ອມດຽວກັນນັ້ນ, ຈະໄດ້ປ່ອນບັດຄັດເລືອກເອົາຄະນະບໍລິຫານງານພັກກະຊວງການຕ່າງ ປະເທດຊຸດໃໝ່ອີກດ້ວຍ. ໂດຍ: ສົມຫວັງ ພາບ: ອ່າຍຄຳ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ