ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ສສຊ ຮັບຮອງບົດລາຍງານຂອງອົງການໄອຍະການ ແລະ ສານປະຊາຊົນສູງສຸດ
ເວລາອອກຂ່າວ: 2020-11-06 10:58:59 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 88 | ຄວາມນິຍົມ:



ໃນວັນທີ 5 ພະຈິກ 2020 ນີ້, ເຊິ່ງເປັນມື້ທີ 8 ຂອງການດຳ ເນີນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ VIII, ໂດຍການເປັນປະ ທານຂອງທ່ານ ນາງ ສີໃສ ລືເດດ ມູນສອນ ຮອງປະທານສະພາ ແຫ່ງຊາດ ພ້ອມດ້ວຍບັນດາທ່ານ ສະມາຊິກສະພາແຫ່ງຊາດ ໃນ ແຕ່ລະເຂດເລືອກຕັ້ງເຂົ້າຮ່ວມ. ກອງປະຊຸມໄດ້ຮັບຟັງການ ລາຍງານຈາກພາກສ່ວນອົງການ ຕຸລາການຄື: ອົງການໄອຍະການ ແລະ ສານປະຊາຊົນສູງສຸດ ເຊິ່ງ ສະເໜີໂດຍທ່ານ ຄຳສານ ສຸວົງ ( ອ່ານຕໍ່ໜ້າ 7 ) ກຳມະການສູນກາງພັກ ຫົວໜ້າ ອົງການໄອຍະການປະຊາຊົນສູງ ສຸດ, ໃນ 10 ເດືອນຜ່ານມາ,ຂອງ ປີ 2020 ໄດ້ຮັບສຳນວນຄະດີ ທັງໝົດ 8.140 ເລື່ອງ ຄ້າງມາ 494 ເລື່ອງ ລວມທັງໝົດ 8.536 ເລື່ອງ ໃນນີ້, ແກ້ໄຂສຳເລັດ 7.915 ເລື່ອງ ເທົ່າກັບ 91,67% ອອກຄຳສັ່ງຟ້ອງ ແລະ ຖະແຫຼງ ໃຫ້ສານ 4.902 ເລື່ອງ ສານໄດ້ ພິຈາລະນາຕັດສິນຕາມການຖະ ແຫຼງ 4.221 ເລື່ອງ ເທົ່າກັບ 99,55%, ສານຕັດສິນບໍ່ເອົາ ຕາມການຖະແຫຼງມີ 19 ເລື່ອງ ເທົ່າກັບ 0,45% ສະເໜີຄັດຄ້ານ 4 ເລື່ອງ ແລະ ໄດ້ອອກຄຳສັ່ງ ເປີດການສືບສວນສອບສວນ 651 ສະບັບ, ອອກຄຳສັ່ງກວດ ຄົ້ນເຄຫາສະຖານ 533 ສະບັບ, ຍຶດ ແລະ ອາຍັດຊັບສິນ 6 ສະ ບັບ, ອອກຄຳສັ່ງຈັບຕົວ 1.494 ສະບັບ, ອອກຄຳສັ່ງກັກຂັງພາງ 7.236 ສະບັບ ແລະ ອອກສຳສັ່ງ ປ່ອຍຕົວກ່ອນກຳນົດ 204 ສະ ບັບ. ວຽກຂອງສານປະຊາຊົນສູງ ສຸດ ສະເໜີໂດຍ ທ່ານ ຄຳພາ ແສງດາລາ ປະທານສານປະຊາ ຊົນສູງສຸດ ໃນ 10 ເດືອນຜ່ານມາ ຂອງປີ 2020 ມີຄະດີເຂົ້າມາ ສານ ທັງໝົດ 5.333 ເລື່ອງ ໃນ ນີ້, ຄະດີຄ້າງມາ 2.568 ເລື່ອງ ລວມທັງໝົດ 7.901 ເລື່ອງ, ແກ້ ໄຂແລ້ວ 4.639 ເລື່ອງ ເທົ່າກັບ 58,71% ຍັງຄ້າງ 3.262 ເລື່ອງ ແຕ່ຖ້າທຽບໃສ່ປີ 2019 ແມ່ນຫຼຸດລົງ 5.826 ເລື່ອງ, ຄະ ດີທີ່ພົ້ນເດັ່ນແມ່ນລັກຊັບພົນລະ ເມືອງ, ບັນຫາຢາເສບຕິດ ແລະ ອື່ນໆ. ຫຼັງຈາກນັ້ນ, ບັນດາທ່ານສະ ມາຊິກໃນແຕ່ລະເຂດເລືອກຕັ້ງ ໄດ້ຜັດປ່ຽນກັນສຸມປະກອບຄຳ ເຫັນໃສ່ຢ່າງກົງໄປກົງມາຍົກໃຫ້ ເຫັນຫຼາຍດ້ານໂດຍສະເພາະ ແມ່ນສາເຫດໃດການແກ້ໄຂບາງ ຄະດີແມ່ນຊັກຊ້າ, ບາງເລື່ອງ ສານຕັດສິນໄປແລ້ວແຕ່ບໍ່ສາ ມາດນຳໄປຈັດຕັ້ງປະຕິບັດໄດ້, ການປະສານສົມທົບລະຫວ່າງ ອົງການໄອຍະການປະຊາຊົນສູງ ສຸດ ແລະ ສານປະຊາຊົນສູງສຸດ ຍັງບໍ່ເຮັດໄດ້ດີເທົ່າທີ່ຄວນ ຍັງ ເຮັດໄປພໍໃຜພໍລາວ, ພະນັກງານ ທັງສອງອົງການມີຈຳນວນບໍ່ ໜ້ອຍຂາດຈັນຍາບັນຈັນຍາທຳ ເຮັດໃຫ້ລູກຄວາມອັບປະໂຫຍດ ມີການໄລ່ລຽງຮຽກຮ້ອງຫາສິນ ນ້ຳໃຈ ຫຼື ຄ່າຕອບແທນຈາກຄູ່ ຄວາມ ແລະ ບັນຫາອື່ນໆທີ່ເປັນ ປະກົດການຫຍໍ້ທໍ້ໃນຖັນແຖວຜູ້ ພິພາກສາ ຈຶ່ງເຮັດໃຫ້ການແກ້ໄຂ ຫຼື ຕັດສິນຄວາມບໍ່ຍຸດຕິທຳ, ສສຊ ໄດ້ຮຽກຮ້ອງ ແລະ ສະເໜີມາຍັງ ສອງອົງການຈົ່ງສືບຕໍ່ເປັນບ່ອນ ອີງອັນໜັກແໜ້ນໃຫ້ແກ່ປະຊາຊົນ ແລະ ໃຫ້ຄວາມເປັນທຳແກ່ທຸກ ຝ່າຍຕາມຄວາມເປັນຈິງຂອງ ຮູບຄະດີຫ້າມພິກປິິ້ນ ຫຼື ເຂົ້າຂ້າງ ໃດຂ້າງໜຶ່ງຢ່າງເດັດຂາດເພາະ ຈະເຮັດໃຫ້ປະຊາຊົນອັບປະ ໂຫຍດ ແລະ ຂາດຄວາມເຊື່ອ ໝັ້ນຕໍ່ການນຳພາຂອງພັກ ແລະ ຂະບວນການຍຸຕິທຳ, ເພາະຜູ້ມາ ຫາສານແມ່ນຜູ້ອັບປະໂຫຍດ ແລະ ບໍ່ໄດ້ຮັບຄວາມເປັນທຳ ສະ ນັ້ນ, ຂະບວນການຍຸດຕິທຳ ຈຶ່ງ ໃຫ້ຄວາມເຊື່ອໝັ້ນ ແລະ ຄວາມ ເປັນທຳແກ່ເຂົາເຈົ້າ. ໃນຕອນທ້າຍ, ບັນດາສະມາ ຊິກສະພາແຫ່ງຊາດ ໄດ້ພ້ອມກັນ ໃຊ້ສິດປະຊາທິປະໄຕຂອງຕົນ ໃນຖານະທີ່ເປັນຕົວແທນແຫ່ງ ສິດ ແລະ ຜົນປະໂຫຍດອັນຊອບ ທຳຂອງປະຊາຊົນບັນດາເຜົ່າ ລົງ ຄະແນນສຽງຮັບຮອງບົດລາຍ ງານ ແລະ ທິດທາງແຜນການ ຂອງທັງສອງອົງການດ້ວຍຄະ ແນນສໜງສ່ວນຫຼາຍ. ໂດຍ: ຈັນທະວົງ ອຸ່ນວິໄລຫົງ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ