ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ VIII ໄຂຂຶ້ນຢ່າງເປັນທາງການ
ເວລາອອກຂ່າວ: 2020-10-28 08:22:09 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 39 | ຄວາມນິຍົມ:



ໃນຕອນເຊົ້າວັນທີ 27 ຕຸລາ 2020 ທີ່ຫໍປະຊຸມສະພາແຫ່ງ ຊາດ (ຫຼັກ 6) ນະຄອນຫຼວງວຽງ ຈັນ, ກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ VIII ໄດ້ໄຂຂຶ້ນຢ່າງສະຫງ່າ ຜ່າເຜີຍພາຍໃຕ້ການເປັນປະທານ ຂອງສະຫາຍ ນາງ ປານີ ຢາທໍ່ຕູ້ ກໍາມະການກົມການເມືອງສູນກາງພັກ, ປະທານສະພາແຫ່ງຊາດ ກອງປະຊຸມມີຄວາມປິຕິຊົມຊື່ນ ຖືເປັນກຽດຢ່າງຍິ່ງທີ່ໄດ້ຂໍ່ານັບ ຮັບຕ້ອນສະຫາຍ ບຸນຍັງ ວໍລະຈິດ ເລຂາທິການໃຫຍ່ຄະນະບໍລິຫານ ງານສູນກາງພັກ ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍການ ນໍາ, ອະດີດການນໍາພັກ-ລັດ, ບັນ ດາສະຫາຍພະນັກງານປະຕິວັດ ອາວຸໂສ, ຜູ້ຊົງຄຸນວຸດທິບັນດາສະ ມາຊິກສະພາແຫ່ງຊາດຜູ້ຕາງ ໜ້າອົງການຈັດຕັ້ງພັກ-ລັດ, ອົງການຈັດຕັ້ງແນວລາວ ສ້າງ ຊາດ, ສະຫະພັນນັກຮົບເກົ່າແຫ່ງ ຊາດລາວ, ອົງການຈັດຕັ້ງມະຫາ ຊົນ, ຜູ້ຕາງໜ້າຈາກພາກສ່ວນ ຕ່າງໆທີ່ໄດ້ໃຫ້ກຽດເຂົ້າຮ່ວມ. ສະຫາຍ ນາງ ປານີ ຢ່າທໍ່ຕູ້ ໄດ້ກ່າວສູນທອນພົດໄຂກອງປະ ຊຸມຢ່າງເປັນທາງການ ເຊິ່ງມີເນື້ອ ໃນບາງຕອນສໍາຄັນວ່າ: ກອງປະ ຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ VIII ໃນຄັ້ງນີ້ໄຂຂຶ້ນເພື່ອພິຈາລະນາ ຮັບຮອງບົດລາຍງານກ່ຽວກັບ ສະພາບການຈັດຕັ້ງປະຕິບັດແຜນ ພັດທະນາເສດຖະກິດສັງຄົມ ແລະ ແຜນງົບປະມານແຫ່ງລັດ, ສະນັ້ນ ຮຽກຮ້ອງໃຫ້ທົ່ວພັກ-ລັດ ແລະ ທົ່ວປວງຊົນລາວທັງຊາດ ຈົ່ງ ພ້ອມກັນສືບຕໍ່ເພີ່ມທະວີຄວາມ ສາມັກຄີຍົກສູງຄວາມຮັບຜິດ ຊອບເສີມຂະຫຍາຍຫົວຄິດປະດິດ ສ້າງເຂົ້າໃນການຈັດຕັ້ງປະຕິບັດ ຕາມພາລະບົດບາດໜ້າທີ່ຂອງ ຕົນໃຫ້ບັນລຸຜົນສໍາເລັດ. ບົນຈິດໃຈດັ່ງກ່າວກອງປະ ຊຸມຄັ້ງນີ້ຈະໄດ້ສຸມໃສ່ພິຈາລະນາ ຮັບຮອງເອົາບັນດາເນື້ອໃນດັ່ງນີ້: 1. ພິຈາລະນາຮັບຮອງບົດລາຍ ງານກ່ຽວກັບສະພາບການຈັດ ຕັ້ງປະຕິບັດແຜນພັດທະນາເສດ ຖະກິດ-ສັງຄົມ, ແຜນເງິນຕາປະ ຈໍາປີ 2020 ແລະ ທິດທາງແຜນ ການປີ 2021, 2. ພິຈາລະນາ ຮັບຮອງບົດລາຍງານກ່ຽວກັບ ການຈັດຕັ້ງປະຕິບັດແຜນງົບ ປະມານແຫ່ງລັດ ປະຈໍາປີ 2020 ແລະ ທິດທາງແຜນການປະຈໍາປີ 2021. 3. ພິຈາລະນາຮັບຮອງບົດລາຍງານກ່ຽວກັບແຜນຜັງ ລວມຕົວເມືອງນະຄອນຫຼວງ ວຽງຈັນ. 4. ພິຈາລະນາຮັບຮອງບົດລາຍງານຂອງອົງການກວດ ສອບແຫ່ງລັດ ກ່ຽວກັບການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານ ປະຈໍາປີ 2020 ແລະ ທິດທາງແຜນການປະຈໍາປີ 2021 ບົດລາຍງານຜົນການກວດສອບ ບົດສະຫຼຸບຂາດຕົວການຈັດຕັ້ງ ປະຕິບັດແຜນງົບປະມານແຫ່ງ ລັດ ປະຈໍາປີ 2019. 5. ພິຈາລະ ນາຮັບຮອງບົດລາຍງານຂອງ ອົງການກວດກາລັດຖະບານ ກ່ຽວກັບຜົນການກວດກາຕາມ ຜົນການກວດສອບ ສົກປີ 2013-2014, 2015, 2016 ແລະ ປະ ຈໍາປີ 2018 ແລະ ການແກ້ໄຂ ຜົນການກວດສອບຕາມຜົນ ການກວດສອບ. 6. ພິຈາລະນາ ປະກອບຄໍາເຫັນຕໍ່ບົດລາຍງານ ຜົນການຕິດຕາມກວດກາ ການ ຈັດຕັ້ງປະຕິບັດກົດໝາຍທີ່ຕິດ ພັນກັບການຄຸ້ມຄອງການບໍລິ ການໃນຮ້ານບັນເທິງ ແລະ ຮ້ານ ກິນດື່ມ. 7. ພິຈາລະນາຮັບຮອງ ບົດລາຍງານຂອງອົງການໄອ ຍະການປະຊາຊົນສູງສຸດ, ສານ ປະຊາຊົນສູງສຸດ ກ່ຽວກັບການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານປະຈໍາປີ 2020 ແລະ ທິດທາງແຜນການປະຈໍາປີ 2021. 8. ພິຈາລະນາຮັບຮອງ ບົດລາຍງານຂອງສະພາແຫ່ງ ຊາດກ່ຽວກັບການຈັດຕັ້ງປະຕິ ບັດ ແລະ ການເຄື່ອນໄຫວວຽກ ງານ 5 ປີ ຜ່ານມາ 2016 ຫາ 2020 ການເຄື່ອນໄຫວວຽກ ງານປະຈໍາປີ 2020 ແລະ ຄາດ ຄະເນແຜນການປະຈໍາປິ 2021. 9. ຮັບຟັງການປະກອບຄໍາຄິດ ຄໍາເຫັນຂອງອົງການແນວລາວ ສ້າງຊາດຕໍ່ກັບການເຄື່ອນໄຫວ ວຽກງານຂອງສະພາແຫ່ງຊາດ. 10. ພິຈາລະນາຮັບຮອງກົດໝາຍ ຈໍານວນ 5 ສະບັບ ໃນນັ້ນຮ່າງ ກົດໝາຍສ້າງ ໃໝ່ມີຈໍານວນ 4 ສະບັບຄຶ : ກົດໝາຍວ່າດ້ວຍຊັ້ນ ນັກການທູດ, ກົດໝາຍວ່າດ້ວຍ ຊາວໜຸ່ມລາວ, ກົດໝາຍວ່າດ້ວຍ ການຮ່ວມມືລະຫວ່າງປະເທດ ທາງອາຍາ, ກົດໝາຍວ່າດ້ວຍ ການສຶກສາຊັ້ນສູງ. 11. ຮ່າງກົດ ໝາຍປັບປຸງຈໍານວນ 1 ສະບັບ ຄື ກົດໝາຍວ່າດວ້ຍການປັບປຸງ ບາງມາດຕາຂອງກົດໝາຍວ່າ ດ້ວຍການກວດສອບແຫ່ງລັດ ແລະ ພິຈາລະນາຮັບຮອງເອົາ ບັນຫາສໍາຄັນຈໍານວນໜຶ່ງ. ນອກຈາກນັ້ນກອງປະຊຸມຍັງ ຈະໄດ້ຮັບຟັງການລາຍງານ ແລະ ປະກອບຄໍາຄິດຄໍາເຫັນຕໍ່ ບົດລາຍງານຂອງລັດຖະບານ ແລະ ຂອງສະພາແຫ່ງຊາດ ທີ່ ນໍາມາທາບທາມໃນກອງປະຊຸມ ຄັ້ງນີ້ ມີຄື: ຮ່າງບົດລາຍງານກ່ຽວກັບການຈັດຕັ້ງປະຕິບັດ ແຜນພັດທະນາເສດຖະກິດ-ສັງ ຄົມ, ແຜນງົບປະມານແຫ່ງລັດ 5 ປີຜ່ານມາ 2016-2020, ຮ່າງແຜນພັດທະນາເສດຖະກິດ ສັງຄົມແຫ່ງຊາດ ແລະ ແຜນງົບ ປະມານແຫ່ງລັດ 5 ປີໃນຕໍ່ໜ້າ 2021-2025, ຮ່າງທິດທາງ ແຜນການເຄື່ອນໄຫວວຽກງານ 5 ປີຕໍ່ໜ້າ 2021-2025 ຂອງ ສະພາແຫ່ງຊາດ ຊຸດທີ IX. ກອງປະຊຸມຄັ້ງນີ້ ຈະດໍາເນີນ ໄປເຖິງ ວັນທີ 17 ພະຈິກ 2020 ຈຶ່ງຈະສໍາເລັດ ໂດຍ: ນ. ຄໍາປ໋ອກ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ