ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ປະກາດການຈັດຕັ້ງຂັ້ນພະແນກ, ຮອງພະແນກຢູ່ໂຮງຮຽນທິດສະດີການເມືອງ
ເວລາອອກຂ່າວ: 2020-10-28 08:15:01 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 34 | ຄວາມນິຍົມ:



ພິທີປະກາດການຈັດຕັ້ງຂັ້ນພະ ແນກ, ຮອງພະແນກ ແລະ ຊ່ວຍ ວຽກຂອງໂຮງຮຽນທິດສະດີການ ເມືອງກອງທັບ ໄດ້ຈັດຂຶ້ນໃນວັນທີ 27 ຕຸລາ 2020 ນີ້, ຢູ່ທີ່ໂຮງ ຮຽນດັ່ງກ່າວ ໂດຍພາຍໃຕ້ການ ເປັນປະທານຂອງ ສະຫາຍ ພົນ ຈັດຕະວາ ປອ ຄໍາຜາຍ ສະພັງ ເໜືອ ເລຂາຄະນະພັກ ຫົວໜ້າ ການເມືອງໂຮງຮຽນທິດສະດີ ການເມືອງກອງທັບ, ມີຄະນະ ຫ້ອງ, ພະແນກການ, ກົມກອງ ແລະ ບັນດາສະຫາຍທີ່ຖືກແຕ່ງ ຕັ້ງສັບຊ້ອນໜ້າທີ່ໃໝ່ເຂົ້າຮ່ວມ. ສະຫາຍ ພັນໂທ ບຸນເລັ່ງ ຈັນ ທະລັງສີ ຮອງຫົວໜ້າຫ້ອງການ ເມືອງໂຮງຮຽນທິດສະດີການ ເມືອງກອງທັບ ໄດ້ຂຶ້ນຜ່ານຂໍ້ຕົກ ລົງຂອງໂຮງຮຽນທິດສະດີການເມືອງກອງທັບ ເລກທີ 1254/ຮທກ, ນະຄອນຫຼວງວຽງຈັນ ວັນທີ 15/10/2020, ວ່າດ້ວຍ ການແຕ່ງຕັ້ງຜູ້ຮັກສາການຫົວ ໜ້າພະແນກ, ຮອງພະແນກ ແລະ ຜູ້ຊ່ວຍວຽກ ຢູ່ແຕ່ລະພະແນກການ ທີ່ຂຶ້ນກັບໂຮງຮຽນທິດສະດີການ ເມືອງກອງທັບ ເຊິ່ງມີທັງໝົດ 23 ສະຫາຍ, ໃນນີ້ຜູ້ຮັກສາການ ຫົວໜ້າພະແນກ, ຮອງພະແນກ ມີ 5 ສະຫາຍ ແລະ ຜູ້ຊ່ວຍວຽກ ມີ 18 ສະຫາຍ; ອີງຕາມກົດໝາຍນາຍທະຫານກອງທັບປະຊາຊົນ ລາວ (ສະບັບປັບປຸງ) ພາກທີ I ໝວດທີ 4 ມາດຕາ 26 ວ່າດ້ວຍ ການແຕ່ງຕັ້ງ ແລະ ຍົກຍ້າຍນາຍ ທະຫານກໍຄືການຕົກລົງເຫັນດີ ເປັນເອກະພາບຂອງຄະນະພັກ-ຄະນະອໍານວຍການໂຮງຮຽນທິດ ສະດີການເມືອງກອງທັບ ຄັ້ງວັນ ທີ 8 ຕຸລາ 2020, ທັງນີ້ກໍເພື່ອເປັນ ການປັບປຸງກົງຈັກການຈັດຕັ້ງ ນໍາພາ-ບັນຊາຂັ້ນພະແນກການ ຂອງກົມກອງໃຫ້ມີແບບແຜນ ທັນສະໄໝເທື່ອລະກ້າວ ແລະ ສອດຄ່ອງກັບຄວາມຮຽກຮ້ອງ ຕ້ອງການຂອງໜ້າທີ່ວຽກງານ ໃນສະເພາະໜ້າ ແລະ ຍາວນານ. ໂອກາດດັ່ງກ່າວນີ້, ສະຫາຍ ພົນຈັດຕະວາ ປອ ຄໍາຜາຍ ສະ ພັງເໜືອ ໄດ້ເນັ້ນໜັກໃຫ້ພາກສ່ວນ ທີ່ໄດ້ຮັບການແຕ່ງຕັ້ງໜ້າທີ່ໃໝ່ ໃນຄັ້ງນີ້ຕ້ອງໄດ້ເພີ່ມຄວາມຮັບ ຜິດຊອບໃຫ້ສູງຕໍ່ການມອບໝາຍ ໜ້າທີ່ວຽກງານຕື່ນຕົວເປັນເຈົ້າ ການຈັດຕັ້ງປະຕິບັດວຽກງານ ແຜນການນໍາພາບັນຊາເອົາໃຈ ໃສ່ສ້າງຕົນເອງ ໃຫ້ກາຍເປັນເສ ນາທິການໃຫ້ແກ່ຄະນະພັກ-ຄະ ນະບັນຊາ ກໍາແໜ້ນທິດຊີ້ນໍາຂອງ ຂັ້ນເທິງຄົ້ນຄວ້າຮໍ່າຮຽນເຝິກຝົນ ຫຼໍ່ຫຼອມຕົນເອງຮອບດ້ານ ແລະ ພ້ອມກັນເຮັດສໍາເລັດໜ້າທີ່ ທີ່ ພັກ-ລັດ ການຈັດຕັ້ງຂັ້ນເທິງມອບ ໝາຍໃຫ້.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ