ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ໂຮມຊຸມນຸມສະຫຼອງວັນສ້າງຕັ້ງສະພາແຫ່ງຊາດ ຄົບຮອບ 45 ປີ
ເວລາອອກຂ່າວ: 2020-10-27 09:33:27 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 31 | ຄວາມນິຍົມ:



ຂປລ. ພິທີໂຮມຊຸມນຸມສະ ເຫຼີມສະຫຼອງວັນສ້າງຕັ້ງສະ ພາແຫ່ງຊາດ ຄົບຮອບ 45 ປີ (2/12/1975-2/12/2020) ໄດ້ຈັດຂຶ້ນດ້ວຍບັນຍາກາດອັນ ຟົດຟື້ນ ໃນວັນທີ 26 ຕຸລາ 2020 ນີ້, ຢູ່ຫໍປະຊຸມແຫ່ງຊາດ ໂດຍການ ໃຫ້ກຽດເຂົ້າຮ່ວມມີ ທ່ານ ບຸນຍັງ ວໍລະຈິດ ປະທານປະເທດ ແຫ່ງ ສປປ ລາວ, ທ່ານ ທອງລຸນ ສີສຸ ລິດ ນາຍົກລັດຖະມົນຕີ, ບັນດາ ຜູ້ນຳພັກ, ລັດ, ອະດີດການນຳ ຂັ້ນສູງ, ບັນດາຄະນະປະຈຳສະ ພາແຫ່ງຊາດ, ຄະນະລັດຖະ ບານ, ສະມາຊິກສະພາແຫ່ງ ຊາດ, ສະມາຊິກສະພາປະຊາຊົນ ຂັ້ນແຂວງ, ພະນັກງານປະຕິວັດ ອາວຸໂສ, ພ້ອມດ້ວຍແຂກຖືກ ເຊີນເຂົ້າຮ່ວມ. ທ່ານ ນາງ ປານີ ຢາທໍ່ຕູ້ ປະທານສະພາແຫ່ງຊາດ ໄດ້ ຂຶ້ນລາຍງານໂດຍຫຍໍ້ກ່ຽວກັບ 45 ປີ ແຫ່ງການເຕີບໃຫຍ່ຂະ ຫຍາຍຂອງສະພາແຫ່່ງຊາດ, ໂດຍມີບາງຕອນໃຫ້ຮູ້ວ່າ: ສະ ພາແຫ່ງຊາດແມ່ນອົງການນິຕິ ບັນຍັດມີອຳນາດສູງສຸດໃນລະ ບົບອຳນາດແຫ່ງລັດ ຕາມລັດ ຖະທຳມະນູນ ແລະ ກົດໝາຍ, ໄດ້ຮັບການສ້າງຕັ້ງຂຶ້ນພ້ອມກັບ ການສະຖາປະນາ ສປປ ລາວ ໃນວັນທີ 2 ທັນວາ 1975, ຕະຫຼອດ ໄລຍະຜ່ານມາ ແຫ່ງການປະຕິບັດ ໜ້າທີ່ການເມືອງຂອງສະພາ ແຫ່ງຊາດໄດ້ມີການແຕ່ງຕັ້ງ ແລະ ເລືອກຕັ້ງສະມາຊິກສະພາແຫ່ງ ຊາດ ທັງໝົດ 8 ຊຸດ, ເຊິ່ງສະພາ ແຫ່ງຊາດແຕ່ລະຊຸດ ໄດ້ຈັດຕັ້ງ ແລະ ເຄື່ອນໄຫວຕາມບົດບາດ, ສິດ ແລະ ໜ້າທີ່ ທີ່ແຕກຕ່າງກັນ ຕາມນະໂຍບາຍຂອງພັກ, ລັດຖະ ທຳມະນູນ ແລະ ກົດໝາຍກຳນົດ ໄວ້ເປັນແຕ່ລະໄລຍະ. ໃນໄລຍະ ຜ່ານມາເຖິງປັດຈຸບັນ ນັບແຕ່ສະ ພາປະຊາຊົນສູງສຸດ ຊຸດທີ 1 ເຖິງ ສະພາແຫ່ງຊາດ ຊຸດທີ 8, ສະພາ ແຫ່ງຊາດ ໄດ້ມີການເຕີບໃຫຍ່ຂະຫຍາຍຕົວທາງດ້ານການຈັດຕັ້ງ ແລະ ບຸກຄະລາກອນ, ສາມາດ ແບກຫາບພາລະໜ້າທີ່ການເມືອງ ໃນແຕ່ລະໄລຍະໄດ້ດີ, ມີຄຸນນະ ພາບ ແລະ ມີປະສິດທິຜົນ, ສະມາ ຊິກສະພາແຫ່ງຊາດແຕ່ລະຊຸດ ລ້ວນແລ້ວແຕ່ເປັນຜູ້ທີ່ມີມາດ ຖານ ເງື່ອນໄຂ, ມີຄວາມຮູ້, ຄວາມສາ ມາດ, ມີຄວາມຮັບຜິດຊອບສາ ມາດຕອບສະໜອງຕາມຄວາມ ຮຽກຮ້ອງຕ້ອງການຂອງສັງຄົມ. ພ້ອມນັ້ນ, ສະພາແຫ່ງຊາດຍັງໄດ້ເອົາໃຈໃສ່ຈັດຕັ້ງເຄື່ອນໄຫວ ປະຕິບັດສິດ, ໜ້າທີ່ຂອງຕົນມີ ຜົນສຳເລັດຢ່າງສົມກຽດອັນ ພົ້ນເດັ່ນ ແມ່ນໄດ້ເປັນເຈົ້າການ ປະຕິບັດພາລະບົດບາດໃນການ ປຸກລະດົມຂົນຂວາຍ, ສຶກສາອົບ ຮົມປະຊາຊົນລາວບັນດາເຜົ່າ, ຮຳບາດແຜສົງຄາມ ແລະ ປົວ ແປງຊີວິດການເປັນຢູ່ຂອງປວງ ຊົນລາວບັນດາເຜົ່າ. ທ່ານ ບຸນຍັງ ວໍລະຈິດ ໄດ້ ຂຶ້ນກ່າວສູນທອນພົດຕໍ່ພິທີໂຮມ ຊຸມນຸມ, ໂດຍໄດ້ສະແດງຄວາມ ຍ້ອງຍໍຊົມເຊີຍຕໍ່ຜົນສຳເລັດ ທີ່ສະພາແຫ່ງຊາດແຕ່ລະຊຸດ ຍາດມາໄດ້ໃນໄລຍະ 45 ປີ ຜ່ານມາຈົນເຖິງປັດຈຸບັນ, ພ້ອມ ທັງສະເໜີໃຫ້ຄະນະປະຈຳສະ ພາແຫ່ງຊາດ, ສະມາຊິກພາປະ ຊາຊົນຂັ້ນແຂວງ, ສະມາຊິກສະ ພາແຫ່ງຊາດເອົາໃຈໃສ່ບາງບັນ ຫາທີ່ສຳຄັນ ເປັນຕົ້ນຕ້ອງເປັນ ເຈົ້າການປະສານສົມທົບກັບຄະ ນະພັກ, ອົງການປົກຄອງ, ແນວ ລາວສ້າງຊາດ, ອົງການຈັດຕັ້ງ ມະຫາຊົນແຕ່ລະຂັ້ນ ເພື່ອພ້ອມ ກັນເອົາໃຈໃສ່ຫ້າງຫາກະກຽມ ວຽກງານຮອບດ້ານໃຫ້ແກ່ການ ເລືອກຕັ້ງສະມາຊິກສະພາແຫ່ງ ຊາດ ຊຸດທີ IX ແລະ ສະມາຊິກສະ ພາປະຊາຊົນຂັ້ນແຂວງ ຊຸດທີ II, ເອົາໃຈໃສ່ໂຄ ສະນາເຜີຍແຜ່, ສຶກ ສາອົບຮົມກົດໝາຍໃນທາງ ກວ້າງ ແລະ ທາງເລິກ ດ້ວຍຫຼາຍ ຮູບການ ເພື່ອຍົກສູງສະຕິເຄົາລົບ ແລະ ປະຕິບັດລັດຖະທໍາມະນູນ, ກົດໝາຍຂອງທົ່ວສັງຄົມໃຫ້ສູງ ຂຶ້ນ, ເຮັດໃຫ້ການຄຸ້ມຄອງລັດຄຸ້ມ ຄອງເສດຖະກິດ-ສັງຄົມ ດ້ວຍ ກົດໝາຍມີຄວາມສັກສິດ ແລະ ເຂັ້ມງວດ, ຮັບປະກັນໃຫ້ພົນລະ ເມືອງ ໄດ້ໃຊ້ສິດອັນຊອບທໍາຂອງ ຕົນ ພາຍໃຕ້ລັດຖະທໍາມະນູນ ແລະ ກົດໝາຍ, ສະ ພາແຫ່ງຊາດ ແລະ ສະພາປະຊາຊົນຂັ້ນແຂວງ ຕ້ອງຍົກສູງຄວາມຮັບຜິດຊອບ ແລະ ເປັນເຈົ້າການກວ່າເກົ່າໃນ ການເຄື່ອນໄຫວຕິດຕາມ, ກວດ ກາການເຄົາລົບ ແລະ ປະຕິບັດ ລັດຖະທໍາມະນູນ, ກົດໝາຍ ຂອງບັນດາອົງການລັດຂັ້ນ ຕ່າງໆ, ເອົາໃຈໃສ່ຕິດຕາມ, ກວດ ກາການແກ້ໄຂຜົນການກວດ ສອບຂອງບັນດາຫົວໜ່ວຍທີ່ນໍາ ໃຊ້ງົບປະມານ ແລະ ຊັບສິນ ຂອງລັດ ຕາມທີ່ໄດ້ກໍານົດໄວ້ໃນ ກົດໝາຍຢ່າງເຂັ້ມງວດ ແນໃສ່ ເຮັດໃຫ້ສະຕິເຄົາລົບກົດໝາຍ ກໍຄືການຄຸ້ມຄອງລັດ, ຄຸ້ມຄອງ ເສດຖະກິດ-ສັງຄົມດ້ວຍກົດໝາຍ ນັບມື້ມີຜົນສັກສິດ, ບໍ່ອະນຸຍາດ ໃຫ້ການຈັດຕັ້ງໃດ, ບຸກຄົນໃດຢູ່ ເໜືອ ແລະ ຢູ່ນອກລັດຖະທໍາມະ ນູນ ແລະ ກົດໝາຍຢ່າງເດັດຂາດ. ພ້ອມນັ້ນ, ຄະນະພັກທຸກຂັ້ນຕ້ອງ ເອົາໃຈ ໃສ່ນໍາພາຊີ້ນໍາຢ່າງໃກ້ຊິດ ແລະ ເປັນປົກກະຕິຕໍ່ວຽກງານ ຂອງສະພາໃນແຕ່ລະໄລຍະ, ບັນ ດາອົງການລັດຂັ້ນຕ່າງໆ, ການ ຈັດຕັ້ງທຸກພາກສ່ວນ ແລະ ປວງ ຊົນລາວທັງຊາດ ຈົ່ງໃຫ້ການ ຮ່ວມມື, ສະໜັບສະໜູນຊ່ວຍເຫຼືອ ສະພາແຫ່ງຊາດ ແລະ ສະພາ ປະຊາຊົນແຂວງ ຕາມສິດ, ໜ້າ ທີ່ ແລະ ພັນທະຂອງຕົນທີ່ໄດ້ ກໍານົດໃນກົດໝາຍ. ພ້ອມນັ້ນ, ທ່ານປະທານປະເທດ ຍັງໄດ້ສະ ແດງຄວາມເຊື່ອໝັ້ນວ່າ ສະພາ ແຫ່ງຊາດ ຈະສືບຕໍ່ບຸກໜ້າບືນຕົວ ກ້າວຂຶ້ນ ແລະ ສ້າງຜົນງານໃໝ່ ໃຫຍ່ຫຼວງກວ່າເກົ່າ. ໃນພິທີໂຮມຊຸມນຸມ, ທ່ານ ບຸນຍັງ ວໍລະຈິດ ຍັງໄດ້ໃຫ້ກຽດ ປະດັບຫຼຽນຄຳແຫ່ງຊາດ ໃຫ້ແກ່ ສະພາແຫ່ງຊາດ ແລະ ປະດັບ ຫຼຽນໄຊອິດສະຫຼະ ຊັ້ນ I ໃຫ້ ແກ່ປະທານຄະນະປະຈຳສະພາ ແຫ່ງຊາດ. ພ້ອມດຽວນັ້ນ, ທ່ານ ນາງ ປານີ ຢາທໍ່ຕູ້ ກໍໄດ້ໃຫ້ກຽດ ມອບຫຼຽນກາລະນຶກ 45 ປີ ຂອງສະພາແຫ່ງຊາດ ແລະ ຫຼຽນກາຂອງສະມາຊິກສະພາ ແຫ່ງຊາດໃຫ້ອະດີດສະມາຊິກ ສະພາແຫ່ງຊາດທີ່ເປັນການນຳ ພັກ-ລັດ ຂັ້ນສູງຕື່ມອີກ. ຂ່າວ: ທະນູທອງ ພາບ: ບຸນຊ້ອຍ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ