ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ເຊື່ອມຊຶມມະຕິກອງປະຊຸມຄົບຄະນະບໍລິຫານງານສູນກາງສະຫະພັນແມ່ຍິງລາວເປີດກວ້າງຄັ້ງທີ 6 ສະໄໝທີ VII
ເວລາອອກຂ່າວ: 2020-10-27 09:30:18 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 75 | ຄວາມນິຍົມ:



ໃນວັນທີ 26 ຕຸລານີ້, ຫ້ອງ ການສະຫະພັນແມ່ຍິງກະຊວງປ້ອງກັນປະເທດໄດ້ເຜີຍແຜ່ມະ ຕິກອງປະຊຸມຄົບຄະນະບໍລິຫານ ງານສູນກາງສະຫະພັນແມ່ຍິງ ລາວເປີດກວ້າງ ຄັ້ງທີ 6 ສະໄໝ ທີ VII, ໂດຍການເຂົ້າຮ່ວມເປັນປະ ທານ ຂອງສະຫາຍ ພົນຈັດຕະ ວາ ວໍລະສານ ວິລັດດາວົງ ກຳ ມະການຄະນະພັກກະຊວງປ້ອງ ກັນປະເທດ ຮອງຫົວໜ້າກົມໃຫຍ່ ການເມືອງກອງທັບ, ມີສະຫາຍ ພັນເອກ ນາງ ໄພວອນ ອິນທະບຸດ ຫົວໜ້າຫ້ອງການສະຫະພັນແມ່ຍິງກະຊວງປ້ອງກັນປະເທດ, ມີ ຄະນະນຳສະຫະພັນແມ່ຍິງກົມ, ຫ້ອງການ, ກອງ ແລະ ແຂກທີ່ຖືກ ເຊີນເຂົ້າຮ່ວມ. ກອງປະຊຸມໄດ້ພ້ອມກັນເຊື່ອມ ຊຶມການຈັດຕັ້ງຜັນຂະຫຍາຍມະ ຕິກອງປະຊຸມຄົບຄະນະບໍລິຫານ ງານສູນກາງສະຫະພັນແມ່ຍິງ ລາວ ຄັ້ງທີ 5 ສະໄໝທີ VII, ມະຕິ ກອງປະຊຸມຄົບຄະນະບໍລິຫານ ງານສູນກາງສະຫະພັນແມ່ຍິງ ລາວເປີດກວ້າງ ຄັ້ງທີ 6 ສະໄໝທີ VII, ມະຕິກອງປະຊຸມໃຫຍ່ຜູ້ແທນ ແມ່ຍິງລາວທົ່ວປະເທດ ຄັ້ງທີ VII, ແຜນພັດທະນາແມ່ຍິງລາວ ( 2016- 2020 ) ແລະ ບົດໂອ້ ລົມຂອງ ສະຫາຍ ໄຊສົມພອນ ພົມ ວິຫານ ກຳມະການກົມການເມືອງ ສູນກາງພັກ, ປະທານສູນກາງ ແນວລາວສ້າງຊາດຕໍ່ກອງປະ ຊຸມຄົບຄະນະບໍລິຫານງານສູນ ກາງສະຫະພັນແມ່ຍິງລາວເປີດ ກວ້າງຄັ້ງທີ 6 ສະໄໝທີ VII. ຈຸດປະສົງກໍເພື່ອແນໃສ່ເຮັດໃຫ້ ຄະນະພັກ-ຄະນະບັນຊາແຕ່ລະ ກົມກອງ, ຄະນະນຳສະຫະພັນແມ່ ຍິງແຕ່ລະຂັ້ນໄດ້ຮັບຮູ້ເຂົ້າໃຈ ແລະ ເຊື່ອມຊຶມກຳແໜ້ນຢ່າງ ເລິກເຊິ່ງ ເພື່ອພ້ອມກັນນຳມາສ້າງ ເປັນແຜນການ-ແຜນງານອັນ ລະອຽດຈັດຕັ້ງຜັນຂະຫຍາຍຢູ່ ກົມກອງຂອງຕົນຕາມສະພາບ ເງື່ອນໄຂທ່າແຮງບົ່ມຊ້ອນຂອງກົມກອງໃຫ້ກາຍເປັນຮູບປະທຳຕົວຈິງ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ