ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ກົມໃຫຍ່ພະລາທິການກອງທັບເປີດບັ້ນອົບຮົມ - ຫັດແອບຍິງລູກປືນແທ້ປະຈຳປີ 2020
ເວລາອອກຂ່າວ: 2020-10-27 09:28:24 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 52 | ຄວາມນິຍົມ:



ໃນວັນທີ 22 ຕຸລາ ນີ້, ກົມ ໃຫຍ່ພະລາທິການກອງທັບໄດ້ ເປີດບັ້ນອົບຮົມ-ຫັດແອບຍິງລູກ ປືນແທ້ປະຈຳປີ 2020 ໂດຍເປັນ ກຽດເຂົ້າຮ່ວມເປັນປະທານຂອງ ສະຫາຍ ພົນຈັດຕະວາ ປອ ວົງ ສັກ ພັນທະວົງ ກຳມະການຄະນະ ພັກກະຊວງປ້ອງກັນປະເທດ ຮອງ ຫົວໜ້າກົມໃຫຍ່ພະລາທິການ ກອງທັບ, ມີຫົວໜ້າກົມ, ຮອງ ກົມ, ຫ້ອງການ, ບັນດາກົມກອງອ້ອມຂ້າງພ້ອມດ້ວຍນາຍ-ພົນທະ ຫານທົ່ວກົມໃຫຍ່ພະລາທິການ ກອງທັບເຂົ້າຮ່ວມ. ໂດຍປະຕິບັດຕາມແຜນ ການ ອົບຮົມ-ຫັດແອບປະຈຳປີ 2020 ຂອງກົມໃຫຍ່ພະລາທິການກອງ ທັບ ວາງໄວ້ໃຫ້ບັນດາກົມ, ຫ້ອງ ການ ແລະ ກົມກອງຮາກຖານ ທີ່ຂຶ້ນກັບໄດ້ສ້າງແຜນການອົບ ຮົມ-ຫັດແອບປະຈຳປີເປັນປົກ ກະຕິ ໂດຍສະເພາະກົມເສນາພະ ລາກົມໃຫຍ່ພະລາທິການກອງ ທັບ ໄດ້ຈັດຕັ້ງອົບຮົມຫັດແອບຍິງ ລູກປືນແທ້ໃຫ້ນາຍ ແລະ ພົນທະ ຫານພາຍໃນ ແລະ ກົມກອງທີ່ ຂຶ້ນ ກັບກົມໃຫຍ່ພະລາທິການກອງ ທັບ ເຊິ່ງມີ 8 ກົມ,3 ຫ້ອງ ແລະ 6 ກົມກອງອ້ອມຂ້າງເຂົ້າຮ່ວມ, ມີ 2 ວິຊາອົບຮົມ-ຫັດແອບຄື ຍິງ ປືນ AKM ໄລຍະ 100 ແມັດ ເບຍເລກ 4, ຍິງປືນສັ້ນ K59 ໄລຍະ 25 ແມັດ ເບຍເລກ 4, ເບຍ ລົ້ມ ແລະ ແຜນການອົບຮົມ-ຫັດ ແອບແມ່ນເປັນເວລາ 2 ວັນຈິງ ສຳເລັດ.ການອົບຮົມ-ຫັດແອບ ຍິງລູກປືນແທ້ຄັ້ງນີ້ ເພື່ອຍົກລະ ດັບຄວາມຮູ້ຄວາມສາມາດດ້ານ ສີລະປະຍຸດ-ຍຸດທະວິທີໃຫ້ນາຍ ແລະ ພົນທະຫານຢູ່ບັນດາອົງ ການ, ກົມກອງທີ່ຂຶ້ນກັບກົມໃຫຍ່ ພະລາທິການກອງທັບ ມີຄວາມ ຊຳນິຊຳນານ, ມີຄວາມຄ່ອງແຄ້ວ, ຮັບປະກັນກຽມພ້ອມສູ້ຮົບ ແລະ ເປັນການເຝິກຝົນຫຼໍ່ຫຼອມຮ່າງ ກາຍ ແລະ ສຸຂະພາບຂອງນາຍ ແລະ ພົນທະຫານ, ມີຄວາມເຂັ້ມ ແຂງ, ແຂງແກ່ນ, ກຽມພ້ອມຜ່ານ ຜ່າອຸປະສັກໃນທຸກເງື່ອນໄຂ ແລະ ທັງເປັນການກວດກາລະບຽບ ການເຄົາລົບ,ການປະຕິບັດຂໍ້ກຳ ນົດກົດລະບຽບຂອງກອງທັບ ໃຫ້ ມີຄວາມເຂັ້ມແຂງໜັກແໜ້ນ. ສະຫາຍ ພົນຈັດຕະວາ ປອ ວົງສັກ ພັນທະວົງ ໄດ້ເນັ້ກໜັກ ໃຫ້ນາຍ ແລະ ພົນທະຫານຜູ້ເຂົ້າ ຮ່ວມອົບຮົມ-ຫັດແອບຈົ່ງພ້ອມ ກັນເອົາໃຈໃສ່ ປະຕິບັດຕາມແຜນ ການຢ່າງເຂັ້ມງວດ, ຮັບປະກັນ ໄດ້ການອົບຮົມ-ຫັດແອບມີປະສິດ ທິພາບໝາກຜົນສູງ ແລະ ຕ້ອງຍົກ ສູງຄວາມຮັບຜິດຊອບຕໍ່ໜ້າທີ່ ທີ່ ໄດ້ຮັບການມອບໝາຍ ແລະ ສຸມ ທຸກກຳລັງວັງຊາຂອງຕົນປະກອບ ສ່ວນເຂົ້າໃນການປັບປຸງກົມກອງ ໃຫ້ມີລະບຽບແບບແຜນ ກໍຄືການ ປະຕິບັດຂໍ້ກຳນົດກົດລະບຽບ ຂອງກອງທັບໃຫ້ເຂັ້ມງວດ, ພ້ອມ ກັນປະກອບສ່ວນປັບປຸງກໍ່ສ້າງ ກອງທັບໃຫ້ມີຄວາມເຕີບໃຫຍ່ ຂະຫຍາຍຕົວຂຶ້ນຢ່າງບໍ່ຢຸດຢັ້ງ. ໂດຍ: ຄໍາໄພວັນ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ