ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ສະເຫຼີມສະຫຼອງວັນສ້າງຕັ້ງເຫຼົ່າຮົບຊ່າງແສງ ຄົບຮອບ 66 ປີ
ເວລາອອກຂ່າວ: 2020-10-25 17:17:57 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 52 | ຄວາມນິຍົມ:



ພິທີສະເຫຼີມສະຫຼອງວັນສ້າງ ຕັ້ງເຫຼົ່າຮົບຊ່າງແສງ ກອງທັບປະຊາຊົນລາວ ຄົບຮອບ 66 ປີ ( 23 ຕຸລາ 1954-23 ຕຸລາ 2020 ) ໄດ້ຈັດຂຶ້ນໃນວັນທີ 23 ຕຸລາ 2020 ນີ້, ຢູ່ທີ່ກອງກວດກູ້ ລະເບີດເພື່ອມະນຸດສະທຳກອງ ທັບ ( ກອງພັນ 58 ) ໂດຍການເຂົ້າ ຮ່ວມເປັນປະທານຂອງ ສະຫາຍ ພົນຕີ ປະສິດ ທ່ຽງທຳ ກຳມະການຄະນະພັກກະຊວງ, ຮອງຫົວໜ້າກົມໃຫຍ່ເສນາທິການກອງທັບ, ມີສະຫາຍ ພັນເອກ ວຽງໄຊ ໄຊສະໝອນ ຫົວໜ້າກົມຊ່າງແສງ ກົມໃຫຍ່ເສນາທິການກອງທັບ, ມີບັນດາສະຫາຍຄະນະພັກ-ຄະ ນະບັນຊາກົມ, ກອງ, ພະແນກ ການ, ຫ້ອງການ, ກອງພັນ, ກອງ ຮ້ອຍ, ຂະແໜງການກົມຊ່າງແສງ ເຂດໃຈກາງ ແລະ ພະນັກງານອາ ວຸໂສບຳນານເຂົ້າຮ່ວມ. ໃນພິທີ ສະຫາຍ ພັນເອກ ປອ ສີພອນໄຊ ຄຳທອງເຫວີນ ຮອງຫົວໜ້າກົມຊ່າງແສງ ກົມ ໃຫຍ່ເສນາທິການກອງທັບ ໄດ້ ເລົ່າຫວນຄືນມູນເຊື້ອການເຕີບ ໃຫຍ່ຂະຫຍາຍຕົວຂອງເຫຼົ່າຮົບ ຊ່າງແສງຕະຫຼອດໄລຍະ 66 ປີ ຜ່ານມາ ເຊິ່ງສະຫາຍໄດ້ຍົກໃຫ້ ເຫັນຜົນງານແຕ່ລະໄລຍະທີ່ເຫຼົ່າ ຮົບຊ່າງແສງຍາດມາໄດ້ ເຊິ່ງ ພະນັກງານ-ນັກຮົບເຫຼົ່າຮົບຊ່າງແສງກອງທັບປະຊາຊົນລາວໃນທົ່ວປະເທດ ສຸດທີ່ເບີກບານມ່ວນ ຊື່ນ ແລະ ເອກອ້າງທະນົງໃຈທີ່ໄດ້ ພ້ອມກັນສະເຫຼີມສະຫຼອງວັນ ສ້າງຕັ້ງເຫຼົ່າຮົບຊ່າງແສງ ຄົບ ຮອບ 66 ປີ, ພ້ອມນັ້ນເປັນການ ທົບທວນຄືນເຖິງມູນເຊື້ອປະຫວັດ ສາດຂອງເຫຼົ່າຮົບຊ່າງແສງທີ່ ໄດ້ໝູນວຽນມາບັນຈົບຄົບຮອບ ອີກວາລະໜຶ່ງ, ເຊິ່ງເຫຼົ່າຮົບຊ່າງແສງກອງທັບປະຊາຊົນລາວໄດ້ກໍາເນີດເກີດຂຶ້ນ ກົງກັບວັນທີ 23 ຕຸລາ ປີ 1954 ທີ່ບ້ານປູນ, ເຂດທີ່ ໝັ້ນແຫ່ງໜຶ່ງຂອງແຂວງຫົວພັນ, ທ່າມກາງທີ່ສະພາບການຕໍ່ສູ້ສົງ ຄາມຮຸກຮານຂອງພວກລັດທິ ລ່າເມືອງຂຶ້ນແບບເກົ່າທີ່ດຸເດືອດ ຂ້ຽວຂາດ ແລະ ເປັນປີມ້ວນທ້າຍ ຂອງລັດທິລ່າເມືອງຂຶ້ນແບບ ເກົ່າທີ່ເຂົ້າມາຮຸກຮານລາວມາ ເປັນເວລາ 60 ກວ່າປີຜ່ານມາ ແລ້ວ. ການຈັດຕັ້ງຂອງເຫຼົ່າຮົບ ຊ່າງແສງໃນເວລານັ້ນແມ່ນມີ ພຽງແຕ່ 1 ກອງຮ້ອຍເອກະລາດ ໃສ່ຊື່ວ່າ: ກອງຮ້ອຍ, ກອງຊ່າງ ແສງ ມີຈໍານວນພົນທັງໝົດ 150 ສະຫາຍ ໂດຍແມ່ນ ສະຫາຍ ຄໍາ ໄຕ ປະເສີດໄຊ ເປັນຜູ້ບັນຊາ ກອງຮ້ອຍ 400 ຊ່າງແສງ ເປັນ ອົງປະກອບໜຶ່ງທີ່ສໍາຄັນໃນ ກອງທັບແນວລາວອິດສະຫຼະ, ພໍໄດ້ຮັບການສ້າງຕັ້ງຂຶ້ນແລ້ວ ກໍໄດ້ຮັບການມອບໝາຍໜ້າທີ່ອັນໜັກໜ່ວງຈາກຂັ້ນເທິງ ຄຽງບ່າຄຽງໄຫຼ່ກັບກົມກອງ ແລະ ເຫຼົ່າຮົບອື່ນໆເຄື່ອນໄຫວຕີສັດຕູປະກອບສ່ວນອັນສໍາຄັນ ເຂົ້າໃນການປົກປັກຮັກສາສອງ ແຂວງເຕົ້າໂຮມ, ທີ່ເປັນຖານທີ່ໝັ້ນຍຸດທະສາດສໍາຄັນຂອງການປະຕິວັດໄວ້ໄດ້ຢ່າງໝັ້ນຄົງ. ການ ເຄື່ອນໄຫວປະຕິບັດໜ້າທີ່ວິຊາ ສະເພາະເຫຼົ່າຮົບຊ່າງແສງໃນໄລຍະຜ່ານມານັ້ນມັນໄດ້ກາຍເປັນມູນເຊື້ອທີ່ອົງອາດກ້າຫານທີ່ລໍ້າຄ່າຂອງຕົນ ພາຍໃຕ້ການນໍາພາຂອງພັກປະຊາຊົນປະຕິວັດລາວ, ມູນເຊື້ອນັ້ນກໍໄດ້ຮັບການເຊີດ ຊູສູງຂຶ້ນເລື້ອຍໆ, ດ້ວຍນໍ້າໃຈສາ ມັກຄີຮັກແພງເປັນຈິດໜຶ່ງໃຈ ດຽວກັນຢູ່ອ້ອມຂ້າງພັກ-ລັດພາຍ ໃຕ້ການນໍາພາຂອງບັນດາສະ ຫາຍການນໍາໃນແຕ່ລະຮຸ່ນຈົນ ຮອດປັດຈຸບັນ, ກ້າວເຂົ້າສູ່ໄລຍະ ແຫ່ງການສ້າງສາພັດທະນາປະ ເທດຊາດ ຍັງໄດ້ປະກອບສ່ວນ ຢ່າງຕັ້ງໜ້າເຂົ້າໃນວຽກງານ ປ້ອງກັນຊາດ-ປ້ອງກັນຄວາມ ສະຫງົບ, ໄປພ້ອມກັບການພັດ ທະນາເສດຖະກິດ-ສັງຄົມພັດທະ ນາພື້ນຖານໂຄງລ່າງຢູ່ຊົນນະ ບົດ, ພາຍໃຕ້ການຊີ້ນໍາ-ນໍາພາ ຢ່າງໃກ້ຊິດຈາກກົມໃຫຍ່ເສນາທິ ການ ກໍຄືກະຊວງປ້ອງກັນປະ ເທດກໍໄດ້ປະກອບສ່ວນດ້ວຍ ຄວາມພິລະອາດຫານທາງດ້ານ ການປ້ອງກັນບັນດາເປົ້າໝາຍຍຸດທະສາດທີ່ສໍາຄັນ, ຄຽງຄູ່ກັນນັ້ນກໍໄດ້ຕັ້ງໜ້າປະຕິບັດ 4 ໜ້າທີ່ໃຫຍ່ 26 ແຜນງານຂອງຄະນະພັກກະ ຊວງປ້ອງກັນປະເທດວາງອອກ ຢ່າງເປັນຂະບວນຟົດຟື້ນ, ສາ ມາດສ້າງໄດ້ຫຼາຍກົມກອງປອດ ໃສ ເຂັ້ມແຂງ ໜັກແໜ້ນ, ກອງ 3 ປອດ ແລະ ກອງວັດທະນະທໍາ ແລະ ຍັງມີບາງກົມກອງພວມເປັນເປົ້າໝາຍທີ່ຈະສ້າງເປັນກອງຈຸດສຸມ, ກອງວັດທະນະທໍາ ຕາມທິດຂອງກະຊວງປ້ອງກັນ ປະເທດວາງອອກ ເຊິ່ງໄລຍະຜ່ານ ມາກໍໄດ້ຮັບການຍ້ອງຍໍຊົມເຊີຍ ຈາກພັກ-ລັດ ແລະ ການຈັດຕັ້ງ ຂັ້ນເທິງຢ່າງສົມກຽດ. ພາຍຫຼັງສຳເລັດພິທີສະເຫຼີມ ສະຫຼອງ, ກົມກອງຍັງໄດ້ເປີດ ກອງປະຊຸມສະຫຼຸບວຽກງານ ຮອບດ້ານປະຈຳປີ 2020 ແລະ ທິດທາງແຜນການປະຈຳປີ 2021 ແລະ ຜ່ານຂໍ້ແຂ່ງຂັນຈຳນວນໜຶ່ງ ແລະ ພ້ອມກັນຈັດກິດຈະກໍາແຂ່ງ ຂັນກີລາມວນຊົນເພຶ່ອສ້າງຄວາມ ສາມັກຄີ ແລະ ສ້າງບັນຍາກາດ ໃຫ້ມີຄວາມຄືກຄື້ນມ່ວນຊື່ນ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ