ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ເມືອງສາລະວັນ ສະຫຼຸບວຽກງານປ້ອງກັນຊາດ - ປ້ອງກັນຄວາມສະຫງົບ
ເວລາອອກຂ່າວ: 2020-10-21 08:29:20 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 25 | ຄວາມນິຍົມ:



ກອງປະຊຸມສະຫຼຸບວຽກງານ ປ້ອງກັນຊາດ-ປ້ອງກັນຄວາມ ສະຫງົບ ປະຈໍາ 9 ເດືອນ ແລະ ທິດທາງແຜນການ ປະຈໍາ 3 ເດືອນ ທ້າຍປີ 2020 ຂອງເມືອງ ສາລະວັນ ໄດ້ຈັດຂຶ້ນໃນວັນທີ 16 ຕຸລານີ້, ຢູ່ທີ່ສະໂມສອນຂອງ ເມືອງສາລະວັນ,ໂດຍພາຍໃຕ້ ການເປັນປະທານຂອງສະຫາຍບົວທອງ ຄຸນຍອດປັນຍາ ຮອງເລ ຂາພັກແຂວງ ຮອງເຈົ້າແຂວງໆ ສາລະວັນ,ຮອງປະທານປ້ອງ ກັນຊາດ-ປ້ອງກັນຄວາມສະຫງົບ ແຂວງ, ມີສະຫາຍ ຈັນສີລອນ ສີລິສົມບູນ ກຳມະການພັກແຂວງ ເລຂາພັກເມືອງ ເຈົ້າເມືອງໆ ສາ ລະວັນ, ປະທານປ້ອງກັນຊາດ-ປ້ອງກັນຄວາມສະຫງົບເມືອງ, ສະຫາຍຫົວໜ້າກອງບັນຊາ ການທະຫານແຂວງ, ກອງບັນຊາ ການປ້ອງກັນຄວາມສະຫງົບ ແຂວງ, ພະນັກງານຫຼັກແຫຼ່ງສອງກອງບັນຊາການທະຫານ ແລະ ຕຳຫຼວດ ເມືອງສາລະວັນ ເຂົ້າຮ່ວມ. ສະຫາຍ ພັນໂທ ຄໍາເບັນ ແກ້ວ ສາຍທອງ ຄະນະປະຈໍາພັກ ເມືອງ ເລຂາຄະນະພັກ ຫົວໜ້າ ການທະຫານກອງບັນຊາການ ທະຫານເມືອງສາລະວັນ ໄດ້ ຕາງໜ້າໃຫ້ສອງກອງບັນຊາ ການ ປກຊ-ປກສ ເມືອງ ຂຶ້ນຜ່ານ ບົດສະຫຼຸບວຽກງານປ້ອງກັນ ຊາດ-ປ້ອງກັນຄວາມສະຫງົບ ທົ່ວເມືອງສາລະວັນ ປະຈຳ 9 ເດືອນ ແລະ ຜ່ານທິດທາງແຜນ ການປະຈຳ 3 ເດືອນ ທ້າຍປີ 2020, ໂດຍເນື້ອໃນບົດສະຫຼຸບ ໄດ້ຊີ້ໃຫ້ເຫັນວ່າ: ໃນ 9 ເດືອນ ຜ່ານມາຄະນະພັກ-ຄະນະບັນ ຊາ ສອງກອງບັນຊາການ ໄດ້ ເອົາໃຈໃສ່ວຽກງານສຶກສາອົບຮົມການເມືອງ-ນຳພາແນວຄິດ ສອດຫ້ອຍເຂົ້າໃນທຸກຂົງເຂດ ວຽກງານ ເຮັດໃຫ້ນາຍ ແລະ ພົນ ທະຫານ,ນາຍ ແລະ ພົນຕຳຫຼວດ ທົ່ວເມືອງ ສາລະວັນ ມີແນວ ຄິດການເມືອງໜັກແໜ້ນ, ເຊື່ອ ໝັ້ນຕໍ່ການນຳພາຂອງພັກ, ປະ ຕິບັດຂໍ້ກຳນົດກົດລະບຽບຂອງ ກອງທັບ, ກົດໝາຍຂອງລັດໄດ້ ຢ່າງເຂັ້ມງວດ, ມີຄວາມສາມັກ ຄີເປັນເອກະພາບກັນຢ່າງແໜ້ນ ແຟ້ນ, ຈັດຕັ້ງກຳລັງປະຈຳການ ຕະຫຼອດ 24 ຊົ່ວໂມງ ເພື່ອກຽມ ພ້ອມສູ້ຮົບ ແລະ ຊ່ວຍເຫຼືອປະຊາ ຊົນ ກອບກູ້ໄພພິບັດທາງທຳມະ ຊາດທີ່ຈະເກີດຂຶ້ນ, ເປັນເຈົ້າ ການປົກປັກຮັກສາຂອບເຂດຮັບ ຜິດຊອບໃຫ້ມີຄວາມສະຫງົບ ໂດຍພື້ນຖານ ແລະ ເຮັດສຳເລັດ ໜ້າທີ່ໆການຈັດຕັ້ງຂັ້ນເທິງມອບ ໝາຍໃຫ້, ພ້ອມນີ້, ສອງກອງບັນ ຊາການ ໄດ້ຖືສຳຄັນຕໍ່ວຽກງານ ກໍ່ສ້າງຮາກຖານການເມືອງ, ພັດທະນາຊົນນະບົດຮອບດ້ານ ຕາມ 4 ເນື້ອໃນ 4 ຄາດໝາຍ, ສຸມໃສ່ບ້ານ 3 ສ້າງ ໂດຍຕິດພັນ ກັບການກໍ່ສ້າງບ້ານປ້ອງກັນ ຊາດ ແລະ ບ້ານປ້ອງກັນຄວາມ ສະຫງົບເຂັ້ມແຂງ, ໃນນັ້ນ, ທົ່ວ ເມືອງ ສາລະວັນ ສ້າງໄດ້ບ້ານ ປ້ອງກັນຊາດເຂັ້ມແຂງ 7 ບ້ານ, ມີ 2.344 ຄອບຄົວ, ບ້ານປ້ອງ ກັນຄວາມສະຫງົບ 12 ບ້ານ, ມີ 1.379 ຫຼັງຄາເຮືອນ, ມີ 1.010 ຄອບຄົວ, ມີຈຳນວນພົນ 9.065 ຄົນ, ຍິງ 4.431 ຄົນ, ຊີ້ນໍາກຳລັງ ກອງຫຼອນ 13 ກອງຮ້ອຍໃນທົ່ວ ເມືອງເປັນປະຈຳ, ປັບປຸງກໍາລັງ ປກສ ບໍລິການປະຊາຊົນ ແລະ ກຳລັງ ປກສ ບ້ານ ໃຫ້ມີຄວາມ ໜັກແໜ້ນ ເຂັ້ມແຂງ ເພື່ອຮັບປະ ກັນໃນການເຄື່ອນໄຫວເຮັດໜ້າ ທີ່, ໃນ 9 ເດືອນຜ່ານ ມີຄະດີເກີດ ຂຶ້ນທັງໝົດ 123 ລາຍ, ອຸບັດຕິ ເຫດ 47 ເລື່ອງ,ໄດ້ຮັບບາດເຈັບ ທັງໝົດ 78 ຄົນ,ຍີງ 18 ຄົນ, ເສຍຊີວິດ 6 ຄົນ, ພາຫະນະເປ່ ເພ 84 ຄັນ, ເກີດອັກຄີໄພໄຟໄໝ້ 3 ຄັ້ງ, ປະເມີນຜົນເສຍຫາຍ 567.198.000 ກີບ. ໃນພິທີ, ສະຫາຍ ພັນເອກ ສຳລີ ແກ້ວວົງສອງ ຫົວໜ້າການທະ ຫານກອງບັນຊາການທະຫານ ແຂວງ ແລະ ສະຫາຍ ພັນເອກ ສີເສີດ ສອນດາລາ ຫົວໜ້າກອງ ບັນຊາການປ້ອງກັນຄວາມສະ ຫງົບ ແຂວງສາລະວັນ ໄດ້ຜັດ ປ່ຽນກັນປະກອບຄຳເຫັນໃສ່ ່ບົດສະຫຼຸບ ແລະ ທິດທາງແຜນ ການວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ແນໃສ່ ເຮັດໃຫ້ວຽກງານດັ່ງກ່າວໄດ້ຮັບ ການຈັດຕັ້ງປະຕິບັດໄດ້ຮັບໝາກຜົນສູງພ້ອມດຽວກັນນັ້ນກໍໄດ້ຮັບຟັງການໂອ້ລົມໃຫ້ທິດຊີ້ນຳຈາກສະຫາຍຮອງເຈົ້າແຂວງໆສາລະວັນ ຕື່ມອີກ. ໂດຍ: ຂາວທອງ ໄຊຍະທິລາດ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ