ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ກອງປະຊຸມທ້າຍສະໄໝເທື່ອທີ 10 ຂອງສະພາແຫ່ງຊາດຊຸດທີ VIII ຈະດຳເນີນໃນທ້າຍເດືອນຕຸລາ 2020
ເວລາອອກຂ່າວ: 2020-10-21 08:26:31 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 46 | ຄວາມນິຍົມ:



ໃນວັນທີ 20 ຕຸລານີ້, ທ່ານ ນາງ ສວນສະຫວັນ ວິຍະເກດ ກໍາມະການສໍາຮອງສູນກາງພັກ, ຄະນະປະຈໍາສະພາແຫ່ງຊາດ, ເລຂາທິການສະພາແຫ່ງຊາດ ໄດ້ໃຫ້ຖະແຫຼງຂ່າວກ່ຽວກັບການດຳເນີນກອງປະຊຸມທ້າຍສະໄໝເທື່ອທີ 10 ຂອງສະພາແຫ່ງຊາດຊຸດທີ VIII ໂດຍມີບັນດາສື່ມວນຊົນ ເຂົ້າຮ່ວມ. ກອງປະຊຸມທ້າຍສະໄໝ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ VIII ຈະໄດ້ໄຂຂຶ້ນ ໃນວັນທີ 27 ຕຸລາ ແລະ ຈະດໍາເນີນໄປເຖິງ ວັນທີ 17 ພະຈິກ 2020 ທີ່ຫ້ອງໃສ່ຈັດຕັ້ງເຜີຍແຜ່ເຊື່ອມຊຶມບັນ ດາເອກະສານຕ່າງໆ, ເຄື່ອນໄຫວ ປຸກລະດົມຊຸກຍູ້ພະນັກງານ-ນັກ ຮົບຢູ່ຂັ້ນ ແຂວງ, ເມືອງ ແລະ ບັນ ດາຮາກຖານກຸ່ມບ້ານ, ຍົກສູງສະ ຕິລະວັງຕົວ, ຕອບຕ້ານຕໍ່ກົນອຸ ບາຍຫັນປ່ຽນໂດຍສັນຕິຂອງສັດ ຕູ, ພ້ອມນັ້ນ, ກໍໄດ້ຊຸກຍູ້ນັກຮົບ ເກົ່າໃນທົ່ວແຂວງປະກອບສ່ວນ ເຂົ້າໃນວຽກງານປົກປັກຮັກສາ ຄວາມສະຫງົບ ແລະ ຄວາມເປັນ ລະບຽບຮຽບຮ້ອຍໃນທ້ອງຖິ່ນ ຂອງຕົນ, ຊຸກຍູ້ຂະບວນການ ແຂ່ງຂັນ 3 ດີ 6 ຮັກສາ ຕິດພັນກັບ ການແຂ່ງຂັນຮັກຊາດ ແລະ ພັດ ທະນາ, ໄດ້ຊີ້ນຳການຈັດຕັ້ງຜັນ ຂະຫຍາຍແຜນພັດທະນາເສດ ຖະກິດ-ສັງຄົມໃນຂົງເຂດນັກ ຮົບເກົ່າ, ຫັນມາເປັນແຜນພັດທະ ນາສ້າງເສດຖະກິດຄອບຄົວ, ປຸກ ລະດົມນັກຮົບເກົ່າເຊີດຊູຮັກສາ ມູນເຊື້ອດຸໝັ່ນສ້າງເສດຖະກິດ ເພີ່ງຕົນເອງ, ກຸ້ມຕົນເອງ ແລະ ສ້າງຄວາມເຂັ້ມແຂງດ້ວຍຕົນ ເອງ ໃຫ້ໄດ້ໂດຍພື້ນຖານ, ຜ່ານ ການເຄື່ອນໄຫວໃນຜ່ານມາ ສະ ຫະພັນນັກຮົບເກົ່າທົ່ວແຂວງ ໄດ້ຮັບໃບຍ້ອງຍໍຈາກສະຫະ ພັນນັກຮົບເກົ່າແຫ່ງຊາດລາວ ຈຳນວນ 170 ໃບ, ໃບຍ້ອງຍໍຈາກ ເຈົ້າແຂວງຈຳນວນ 143 ໃບ ແລະ ໄດ້ຮັບໃບຍ້ອງຍໍຈາກສະ ຫະພັນນັກຮົບເກົ່າແຂວງຈຳ ນວນ 87 ໃບ. ຈາກນັ້ນ, ກໍໄດ້ພ້ອມ ກັນເປັນເອກະພາບຮັບຮອງເອົາ ທິດທາງແຜນການເຄື່ອນໄຫວ ວຽກງານໃນຕໍ່ໜ້າຕື່ມອີກ. ໂອກາດນີ້, ສະຫາຍ ສີທົນ ແກ້ວ ພູວົງ ກໍໄດ້ມີຄຳເຫັນໂອ້ລົມ ສະ ຫາຍໄດ້ກ່າວສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນງານທີ່ຍາດມາໄດ້ ພ້ອມທັງເນັ້ນໜັກຫຼາຍບັນຫາສໍາ ຄັນ ເປັນຕົ້ນແມ່ນການປະກອບ ສ່ວນເຂົ້າໃນວຽກງານປ້ອງກັນ ຊາດ-ປ້ອງກັນຄວາມສະຫງົບໃນ ຂອບເຂດບ້ານ, ເມືອງຂອງຕົນ ເຮັດໃຫ້ທ້ອງຖິ່ນມີຄວາມສະຫງົບ ໜັກແໜ້ນ ແລະ ມີຄວາມເປັນລະ ບຽບຮຽບຮ້ອຍດີ, ສືບຕໍ່ເສີມຂະ ຫຍາຍມູນເຊື້ອປະຕິວັດ, ເພີ່ມ ທະວີວຽກງານສຶກສາອົບຮົມ ແລະ ປູກຈິດສຳນຶກ ພໍ່ແມ່ປະຊາ ຊົນ, ພະນັກງານ, ໄວໜຸ່ມ, ເຍົາວະ ຊົນທົ່ວສັງຄົມໃຫ້ມີແນວຄິດຮັກ ຊາດ, ຮັກບ້ານເກີດເມືອງນອນ, ຊຸກຍູ້ວຽກງານແກ້ໄຂຊີວິດການ ເປັນຢູ່ຂອງສະຫະພັນນັກຮົບເກົ່າໃຫ້ນັບມື້ດີຂຶ້ນ. ໂດຍ: ດາວົງ ບຸດຕະວົງ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ