ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ທະຫານແຂວງໄຊຍະບູລີ ຍ້ອງຍໍຜົນງານ 5 ປີ ວຽກງານກໍ່ສ້າງຮາກຖານການເມືອງ
ເວລາອອກຂ່າວ: 2020-10-20 08:53:15 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 31 | ຄວາມນິຍົມ:



ໃນວັນທີ 15 ຕຸລາ 2020 ນີ້, ກອງບັນຊາການທະຫານແຂວງ ໄຊຍະບູລີ ໄດ້ຈັດພິທີຍ້ອງຍໍ ຜົນງານ 5 ປີ, ວຽກງານກໍ່ສ້າງ ຮາກຖານການເມືອງ ໂດຍການ ເປັນປະທານ ຂອງ ສະຫາຍ ພັນ ເອກ ດາວນ້ອຍ ບຸດບົວທອງ ຫົວ ໜ້າການເມືອງ ກອງບັນຊາການ ທະຫານແຂວງໄຊຍະບູລີ ມີຄະນະ ພັກ-ຄະນະບັນຊາ, ພະນັກງານ- ນັກຮົບພາຍໃນກົມກອງເຂົ້າ ຮ່ວມ. ສະຫາຍ ພັນໂທ ບຸນຈັນ ສັນຕິ ສຸກ ຫົວໜ້າພະແນກກໍ່ສ້າງຮາກ ຖານກອງບັນຊາການທະຫານ ແຂວງໄຊຍະບູລີ ໄດ້ຂຶ້ນຜ່ານຂໍ້ຕົກ ລົງຂອງກະຊວງປ້ອງກັນປະເທດ ຜ່ານຂໍ້ຕົກລົງຂອງກົມໃຫຍ່ການ ເມືອງກອງທັບ, ຂໍ້ຕົກລົງຂອງ ເຈົ້າແຂວງແຂວງໄຊຍະບູລີ ແລະ ຂໍ້ຕົກລົງຂອງເຈົ້າເມືອງເມືອງ ໄຊສະຖານ ວ່າດ້ວຍ ການປະ ດັບຫຼຽນໄຊພິລາດອາດຫານ ແລະ ມອບໃບຍ້ອງຍໍໃຫ້ບຸກຄົນ, ກົມກອງລວມໝູ່ ທີ່ມີຜົນງານດີ ເດັ່ນປະກອບສ່ວນ ແລະ ເຮັດສຳ ເລັດໜ້າທີ່ໃນການລົງກໍ່ສ້າງຮາກ ຖານການເມືອງ, ພັດທະນາຊົນ ນະບົດຮອບດ້ານຕາມທິດ 3 ສ້າງ ໃນໄລຍະ 5 ປີ ຜ່ານມາ (ປີ 2016-2020). ການຍ້ອງຍໍຜົນ ງານຄັ້ງນີ້, ກົມກອງລວມໝູ່ໄດ້ ຮັບຫຼຽນໄຊພິລາດອາດຫານ ຊັ້ນ II ມີ 1 ກົມກອງຄື: ກອງບັນຊາ ການທະຫານແຂວງໄຊຍະບູລີ, ຫຼຽນໄຊພິລາດອາດຫານຊັ້ນ III ມີ 3 ກົມກອງຄື: ຫ້ອງການເມືອງ ທະຫານແຂວງໄຊຍະບູລີ, ກອງ ບັນຊາການທະຫານເມືອງຊຽງ ຮ່ອນ ແລະ ກອງບັນຊາການທະ ຫານເມືອງໄຊສະຖານ, ໃບຍ້ອງຍໍ ຂອງກະຊວງປ້ອງກັນປະເທດ ມີ 4 ກົມກອງ ຄື: ກອງບັນຊາການ ທະຫານເມືອງບໍ່ແຕນ, ກອງບັນ ຊາການທະຫານເມືອງທົ່ງມີໄຊ, ກອງບັນຊາການທະຫານເມືອງ ຄອບ ແລະ ໜ່ວຍງານກໍ່ສ້າງຮາກ ຖານທະຫານແຂວງໄຊຍະບູລີ, ຍ້ອງຍໍກົມໃຫຍ່ການເມືອງກອງ ທັບ 6 ກົມກອງມີຄື: ກອງບັນຊາ ການທະຫານເມືອງເງິນ, ກອງ ບັນຊາການທະຫານ ເມືອງໄຊຍະ ບູລີ, ກອງບັນຊາການທະຫານ ເມືອງພຽງ, ກອງບັນຊາການທະ ຫານເມືອງປາກລາຍ, ກອງບັນ ຊາການທະຫານເມືອງແກ່ນທ້າວ ແລະ ກອງບັນຊາການທະຫານ ເມືອງຫົງສາ, ຍ້ອງຍໍຂອງເຈົ້າ ແຂວງກົມກອງລວມໝູ່ 1 ກົມ ກອງ ແລະ ບຸກຄົນ 2 ສະຫາຍ, ຍ້ອງຍໍຂອງເຈົ້າເມືອງໆໄຊສະ ຖານ 3 ສະຫາຍ. ບັນດາກົມກອງ ລວມໝູ່ ແລະ ບຸກຄົນທີ່ໄດ້ຮັບ ການຍ້ອງຍໍໃນຄັ້ງນີ້ແມ່ນຜູ້ທີ່ມີ ຄຸນງາມຄວາມດີໃນ ການປະກອບ ສ່ວນເຂົ້າໃນການປະກອບສ່ວນ ແລະ ເຮັດສຳເລັດ ໜ້າທີ່ໃນການ ລົງກໍ່ສ້າງຮາກຖານການເມືອງ, ພັດທະນາຊົນນະບົດຮອບດ້ານ ຕາມທິດ 3 ສ້າງ ໃນໄລຍະ 5 ປີ ຜ່ານມາ (ປີ 2016-2020) ປະຕິບັດໜ້າທີ່ ປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ກໍຄືພາ ລະກິດປົກປັກຮັກສາ ແລະ ສ້າງ ສາພັດທະນາປະເທດຊາດຕະ ຫຼອດໄລຍະຜ່ານມາ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ