ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ກມທ ປະກາດເລື່ອນຊັ້ນ - ເລື່ອນທຽບຊັ້ນ ໃຫ້ນາຍ ແລະ ພົນທະຫານ
ເວລາອອກຂ່າວ: 2020-10-20 08:52:12 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 32 | ຄວາມນິຍົມ:



ໃນວັນທີ 16 ຕຸລາ 2020 ນີ້, ກົມໃຫຍ່ການເມືອງກອງທັບ (ກມທ)ໄດ້ປະກາດເລື່ອນຊັ້ນ- ເລື່ອນທຽບຊັ້ນໃຫ້ນາຍ ແລະ ພົນ ທະຫານ ໂດຍການເຂົ້າຮ່ວມເປັນ ປະທານ ແລະ ປະດັບຊັ້ນຂອງ ສະຫາຍ ພັນເອກ ບຸນເຫຼືອ ໄຊຍະເພັນ ຫົວໜ້າຫ້ອງການ ເມືອງກົມໃຫຍ່ການເມືອງກອງ ທັບ, ມີຄະນະພັກ-ຄະນະບັນຊາ ຈາກກົມ, ຫ້ອງການ, ກອງ, ພ້ອມ ດ້ວຍພະນັກງານຜູ້ທີ່ໄດ້ຮັບການ ເລື່ອນຊັ້ນໃໝ່ເຂົ້າຮ່ວມ. ສະຫາຍ ພັນຕີ ຄອນສະຫວັນ ແກ້ວຫອມຈັນ ຮອງຫົວໜ້າພະ ແນກພະນັກງານ ກົມໃຫຍ່ການ ເມືອງກອງທັບ ໄດ້ຂຶ້ນຜ່ານຂໍ້ຕົກລົງຂອງກະຊວງປ້ອງກັນປະເທດ ແລະ ຂໍ້ຕົກລົງກົມໃຫຍ່ການເມືອງ ກອງທັບ ວ່າດ້ວຍ ການປະດັບ ທຽບຊັ້ນນາຍທະຫານໃຫ້ນັກ ຮຽນ ທີ່ຮຽນຈົບວິຊາສະເພາະ ຈາກສາຍລັດ ແລະ ອີງຕາມກົດ ໝາຍນາຍທະຫານກອງທັບປະ ຊາຊົນລາວ (ສະບັບປັບປຸງ) ໃນພາກທີ II ຈຳນວນ ໝວດທີ 3 ມາດຕາ 19 ແລະ 20 ວ່າດ້ວຍ ອາຍຸກະສຽນ ແລະ ການປະດັບ ຊັ້ນປະດັບ, ທຽບຊັ້ນເປັນນາຍທະ ຫານ ໃນນີ້, ປະດັບທຽບ ຊັ້ນຮ້ອຍ ໂທ ຈຳນວນ 17 ສະຫາຍ, ປະ ດັບທຽບຊັ້ນຮ້ອຍຕີ ຈຳນວນ 5 ສະຫາຍ, ເລື່ອນທຽບຊັ້ນວາທີ ຂຶ້ນ ຊັ້ນຮ້ອຍຕີ ຈຳນວນ 3 ສະຫາຍ ແລະ ເລື່ອນຊັ້ນວາທີ ຂຶ້ນ ຊັ້ນຮ້ອຍ ຕີຈຳນວນ 2 ສະຫາຍ. ໂອກາດນີ້, ສະຫາຍ ພັນເອກ ບຸນເຫຼືອ ໄຊຍະເພັນ ໄດ້ໂອ້ລົມ ແລະ ໃຫ້ທິດຊີ້ນໍາຫຼາຍບັນຫາສໍາຄັນຕໍ່ນາຍທະຫານທີ່ໄດ້ຮັບການ ເລື່ອນຊັ້ນໃໝ່ໃນຄັ້ງນີ້, ພ້ອມທັງ ເນັ້ນໜັກໃຫ້ແຕ່ລະສະຫາຍສືບ ຕໍ່ເພີ່ມທະວີຄວາມສາມັກຄີໃຫ້ ເປັນປຶກແຜ່ນແໜ້ນໜາ, ປັບປຸງ ແບບແຜນວິທີເຮັດວຽກແບບມີ ວິທະຍາສາດສອດຄ່ອງກັບໜ້າ ທີ່ການເມືອງຂອງຕົນ, ເປັນແບບ ຢ່າງໃນການເຝິກຝົນຫຼໍ່ຫຼອມຕົນ ເອງຮອບດ້ານ, ເອົາໃຈໃສ່ສຶກ ສາອົບຮົມການເມືອງນໍາພາ-ແນວຄິດເປັນປົກກະຕິຕໍ່ເນື່ອງ ແລະ ຕັ້ງໜ້າເຮັດວຽກງານວິຊາ ສະເພາະຂອງຕົນຕາມການຈັດຕັ້ງມອບໝາຍໃຫ້ດ້ວຍໝາກຜົນ ສູງ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ