ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ເຈົ້າແຂວງ ແຂວງສະຫວັນນະເຂດ ລົງມອບເຄື່ອງຊ່ວຍເຫຼືອໃຫ້ກຳລັງໃຈຜູ້ທີ່ໄດ້ຮັບຜົນກະທົບຈາກໄພນ້ຳຖ້ວມ
ເວລາອອກຂ່າວ: 2020-10-20 08:48:27 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 97 | ຄວາມນິຍົມ:



ແຂວງສະຫວັນນະເຂດ ກຳ ລັງປະສົບກັບໄພນໍ້າຖ້ວມຢ່າງ ໜັກຈາກພາຍຸໂຊເດວ ທີ່ໄດ້ພັດ ຜ່ານເຂົ້າມາໃນລະຫວ່າງວັນທີ 18-20 ຕຸລາ 2020 ນີ້, ໂດຍມີ ຫຼາຍເມືອງທີ່ໄດ້ຮັບຜົນກະທົບ ເປັນຕົ້ນແມ່ນເມືອງເຊໂປນ, ສອງ ຄອນ, ຈຳພອນ, ຊົນນະບຸລີ, ນອງ, ພີນ ແລະ ເມືອງອື່ນໆ ເຊິ່ງໄດ້ຮັບ ຜົນກະທົບຢ່າງໜັກຕໍ່ການດຳລົງ ຊີວິດຂອງພໍ່ແມ່ປະຊາຊົນ ຈຳ ນວນບໍ່ໜ້ອຍເຮັດໃຫ້ເນື້ອທີທຳ ການຜະລິດຫຼາຍພັນເຮັກຕາໄດ້ຮັບຄວາມເສຍຫາຍ, ນອກນັ້ນ ຍັງເຮັດໃຫ້ຖະໜົນຫົນທາງ, ຂົວ ຫຼາຍແຫ່ງເປ້ເພ, ສັດລ້ຽງ ແລະ ເຮືອນຊານບ້ານຊ່ອງຫຼາຍຫຼັງໄດ້ ສູນຫາຍໄປກັບສາຍນຳ້, ພໍ່ແມ່ປະ ຊາຊົນຈຳນວນຫຼາຍບ້ານຂາດ ທີ່ຢູ່ອາໄສ, ພ້ອມທັງຂາດອາຫານ ແລະ ເຄື່ອງອຸປະ ໂພກບໍລິໂພກ. ດ້ວຍຄວາມເປັນຫ່ວງເປັນ ໄຍຂອງອຳນາດການປົກຄອງ ແຂວງ, ມາໃນວັນທີ 19 ຕຸລາ 2020 ນີ້, ທ່ານ ສັນຕິພາບ ພົມວິ ຫານ ເຈົ້າແຂວງໆສະຫວັນນະ ເຂດ ພ້ອມດ້ວຍຄະນະ, ມີພະແນກ ການຕ່າງໆອ້ອມຂ້າງແຂວງ ໄດ້ ລົງຢ້ຽມຢາມ ແລະ ມອບເຄື່ອງ ຊ່ວຍເຫຼືອອັນຈຳເປັນຈຳນວນໜຶ່ງ ເພື່ອບັນເທົາທຸກໃນເບື້ອງຕົ້ນ ແລະ ປະກອບສ່ວນເຂົ້າໃນການດຳລົງ ຊີວິດຂອງພໍ່ແມ່ປະຊາຊົນ ຜູ້ໄດ້ ຮັບຜົນກະທົບຢູ່ເມືອງຈຳພອນ ແລະ ເມືອງຊົນນະບຸລີ. ໃນໂອກາດນີ້ ທ່ານ ເຈົ້າ ແຂວງໆສະຫວັນນະເຂດ ໄດ້ໂອ້ ລົມ ແລະ ໃຫ້ກຳລັງໃຈໃຫ້ແກ່ອຳ ນາດການປົກຄອງບ້ານ ແລະ ພໍ່ ແມ່ປະຊາຊົນຈົ່ງເພີ່ມທະວີຄວາມ ສາມັກຄີ ແລະ ມີກຳລັງຈິດໃຈ ທີ່ເຂັ້ມແຂງ ພ້ອມກັນ ເອົາໃຈໃສ່ ເຂົ້າຊ່ວຍເຫຼືອຜູ້ໄດ້ຮັບຜົນກະ ທົບຢ່າງຮີບດ່ວນ, ເຮັດແນວ ໃດ ເພື່ອໃຫ້ມີຜົນກະທົບໜ້ອຍ ທີ່ສຸດ, ພ້ອມທັງເອົາໃຈໃສ່ຕິດ ຕາມຂ່າວສານກ່ຽວກັບສະພາບ ການຂອງພາຍຸດັ່ງກ່າວຢ່າງໃກ້ ຊິດ, ໃນຂະນະດຽວກັນກໍໄດ້ຮຽກ ຮ້ອງມາຍັງສັງຄົມ, ຫ້າງຮ້ານ, ບໍລິສັດ, ຫົວໜ່ວຍທຸລະກິດ, ບຸກ ຄົນ, ນິຕິບຸກຄົນ ແລະ ທຸກພາກ ສ່ວນໃນສັງຄົມຈົ່ງພ້ອມກັນປະ ກອບສ່ວນຊ່ວຍເຫຼືອຕາມຄວາມ ສາມາດຂອງຕົນ ແນໃສ່ເພື່ອບັນ ເທົາທຸກ ແລະ ເຮັດໃຫ້ຊີວິດການ ເປັນຢູ່ຂອງພໍ່ແມ່ປະຊາຊົນກັບຄືນ ສູ່ສະພາບປົກກະຕິໂດຍໄວ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ