ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ເປີດນຳໃຊ້ພັດຕະຄານ ເຊນພິລາ ຢ່າງເປັນທາງການ
ເວລາອອກຂ່າວ: 2020-10-20 08:39:42 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 36 | ຄວາມນິຍົມ:



ວັນທີ 15 ຕຸລາ 2020, ໄດ້ ມີພິທີເປີດນໍາໃຊ້ຢ່າງເປັນທາງ ການຂອງພັດຕະຄານ ເຊນພິລາ ພາຍຫຼັງທີ່ໃຊ້ເວລາການກໍ່ສ້າງ ມາເປັນເວລາ 3 ປີ ຄືເລີ່ມແຕ່ປີ 2018 ເປັນຕົ້ນມາ, ເຊິ່ງສະຖານ ທີ່ແມ່ນຕັ້ງຢູ່ບ້ານດົງປະແຫຼບ, ເມືອງຈັນທະບູລີ, ນະຄອນຫຼວງ ວຽງຈັນ, ໃນພິທີອັນສະຫງ່າ ລາສີ ແລະ ມີຄວາມໝາຍຄວາມ ສໍາຄັນນີ້ ໂດຍມີທ່ານສີສົມບັດ ພິລາວົງ ປະທານພັດຕະຄານ ເຊນ ພິລາ, ທ່ານ ປອ ຄໍາແພງ ໄຊສົມແພງ ລັດຖະມົນຕີກະ ຊວງແຮງງານ ແລະ ສະຫວັດດີ ການສັງຄົມ, ບັນດາການນໍານະ ຄອນຫຼວງ, ບັນດາຫົວໜ່ວຍທຸລະ ກິດ, ຊາວຄ້າຂາຍ, ແຂກຖືກເຊີນ ຕະຫຼອດຮອດບັນດາສື່ມວນຊົນ ເຂົ້າຮ່ວມ. ທ່ານ ສີສົມບັດ ພິລາວົງ ໄດ້ ກ່າວວ່າ: ພັດຕະຄານເຊນພິລາ ສ້າງຕັ້ງຂຶ້ນເພື່ອຮັບໃຊ້ການຈັດງານຕ່າງໆ ທີ່ສັງຄົມມີຄວາມ ຕ້ອງການໃນປັດຈຸບັນເປັນຕົ້ນ ແມ່ນງານດອງ, ງານລ້ຽງສ້າງ ສັນລວມໄປເຖິງງານຄອນເສີດ, ສະຖານທີ່ແຫ່ງນີ້ສາມາດຮອງຮັບແຂກຄົນໄດ້ຫຼາຍເຖິງ 8 ພັນ ຄົນ, ໃນນີ້ ມີສະຖານທີ່ຈອດລົດ ກວ້າງຂວາງ, ພ້ອມທັງມີບໍລິການ ອື່ນໆທີ່ເປັນກັນເອງ ເພື່ອເພີ່ມ ຄວາມສະດວກສະບາຍໃນກການ ມາໃຊ້ບໍລິການ. ພັດຕະຄານ ເຊນ ພິລາ ຖືໄດ້ວ່າເປັນພັດຕະຄານ ຮູບແບບໃໝ່ ທີ່ເປີດຮັບໃຊ້ສັງຄົມ ນັບທັງແຂກພາຍໃນ ແລະ ຕ່າງ ປະເທດ, ພ້ອມທັງເປັນການບໍລິ ການທີ່ສົ່ງເສີມການທ່ອງທ່ຽວໃນ ຮູບແບບລາວທ່ຽວລາວ ແລະ ປີ ນີ້ມີລູກຄ້າມາຈ່ອງຈັດງານແລ້ວ ຫຼາຍກວ່າ 50 ງານຖືວ່າໄດ້ຮັບການຕອບຮັບຈາກສັງຄົມເປັນຢ່າງດີ. ໃນໄລຍະເປີດໃໝ່ນີ້ ທາງພັດ ຕະຄານໄດ້ມີລາຍການສ່ວນຫຼຸດ ຫຼາຍຢ່າງ ເພື່ອອໍານວຍຄວາມສະ ດວກໃຫ້ແກ່ລູກຄ້າ ເຊິ່ງລາຄາ ເລີ່ມຕົ້ນບັດໜຶ່ງ 180.000 ກີບ, ຖ້າທ່ານໃດສົນໃຈລາຍລະອຽດ ແມ່ນສາມາດເຂົ້າໄປຕິດຕາມເຟດ ບຸກພັດຕະຄານ ເຊນພິລາ ຫຼື ເຂົ້າ ໄປພົວພັນທີ່ພັດຕະຄານ ເຊນພິລາ. ໂດຍ: ແສງເດືອນ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ