ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ທະຫານແຂວງໄຊຍະບູລີ ຖອດຖອນບົດຮຽນວຽກງານລະດົມພົນ
ເວລາອອກຂ່າວ: 2020-10-16 17:40:04 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 27 | ຄວາມນິຍົມ:



ໃນວັນທີ 9 ຕຸລາ 2020 ນີ້, ກອງບັນຊາການທະຫານ ແຂວງໄຊຍະບູລີ ໄດ້ເປີດກອງ ປະຊຸມສະຫຼຸບຖອດຖອນບົດ ຮຽນວຽກງານລະດົມພົນທະ ຫານໃໝ່ ປະຈຳປີ 2019 ແລະ ທິດທາງແຜນການ ປີ 2020, ໂດຍການເຂົ້າຮ່ວມຂອງ ສະຫາຍ ພັນເອກ ໄວຍາກອນ ເພັດສະລາດ ຫົວໜ້າຫ້ອງເສນາທິການ ກອງ ບັນຊາການທະຫານແຂວງໄຊ ຍະບູລີ, ມີຄະນະພັກ-ຄະນະບັນ ຊາ ອົງການ 5 ຫ້ອງ, ກອງບັນຊາ ການທະຫານເມືອງ ພ້ອມດ້ວຍ ພະແນກການ ແລະ ກົມກອງທີ່ ກ່ຽວຂ້ອງເຂົ້າຮ່ວມ. ສະຫາຍ ພັນໂທ ເສິກ ໄຊຍະພອນ ຮອງຫົວໜ້າຫ້ອງເສນາທິການ ກອງບັນຊາການທະຫານແຂວງ ໄຊຍະບູລີ ໄດ້ຜ່ານຄຳສັ່ງຂອງ ກົມໃຫຍ່ເສນາທິການກອງທັບ ວ່າດ້ວຍ ການກວດກາຄັດເລືອກ ທະຫານໃໝ່ ປະຈຳປີ 2020, ຂໍ້ຕົກລົງຂອງທ່ານເຈົ້າແຂວງ ປະທານ ປກຊ-ປກສ ແຂວງ ໄຊຍະບູລີ ວ່າດ້ວຍ ແຜນແບ່ງ ປັນຕົວເລກລະດົມພົນ (ພັນທະ) ໃຫ້ບັນດາເມືອງ; ຈາກນັ້ນ, ສະ ຫາຍ ພັນໂທ ໄຊຍະພົນ ດວງເງິນ ຫົວໜ້າພະແນກກຳລັງພົນ ກອງ ບັນຊາການທະຫານແຂວງໄຊ ຍະບູລີ ໄດ້ສະຫຼຸບການເຄື່ອນ ໄຫວວຽກງານລະດົມພົນປີ 2019 ແລະ ທິດທາງແຜນການ ປີ 2020 ເຊິ່ງຍົກໃຫ້ເຫັນດ້ານດີ ແລະ ດ້ານອ່ອນໃນການລະດົມ ພົນປີຜ່ານມາ. ພ້ອມນັ້ນ, ບັນດາ ຜູ້ແທນກອງປະຊຸມ ໄດ້ຜັດປ່ຽນ ກັນຂຶ້ນປະກອບຄຳເຫັນ ແລະ ເຫັນ ດີເປັນເອກະພາບຕາມບັນດາຂໍ້ ຕົກລົງ, ນິຕິກຳຕ່າງໆ. ໂອກາດດຽວກັນນີ້, ສະຫາຍ ພັນເອກ ໄວຍາກອນ ເພັດສະລາດ ໄດ້ໃຫ້ທິດຊີ້ນຳ ແລະ ຮຽກຮ້ອງ ຄະນະພັກ-ຄະນະບັນຊາ, ອະ ນຸກຳມະການລະດົມພົນ, ພະນັກ ງານວິຊາການທີ່ກ່ຽວຂ້ອງ ເອົາ ໃຈໃສ່ພ້ອມກັນຈັດຕັ້ງປະຕິບັດ ໃຫ້ຖືກຕ້ອງສອດຄ່ອງ ແລະ ເຂັ້ມງວດຕໍ່ວຽກງານດັ່ງກ່າວ; ໂດຍສະເພາະກວດກາທາງ ດ້ານຄຸນນະພາບ ແລະ ມາດຖານ ເງື່ອນໄຂໃຫ້ລະອຽດຄົບຖ້ວນ. ພ້ອມທັງ, ເຊື່ອມຊຶມເອກະສານໃຫ້ເຂົາເຈົ້າຮັບຮູ້ຢ່າງທົ່ວເຖິງ ຕໍ່ 7 ລະບອບ 18 ວຽກຂອງກອງ ທັບວາງອອກ ພ້ອມທັງນຳເອົາ ເນື້ອໃນຈິດໃຈກອງປະຊຸມໃນ ຄັ້ງນີ້, ໄປຈັດຕັ້ງປະຕິບັດໃຫ້ ບັນລຸຕາມລະດັບຄາດໝາຍທີ່ ວາງໄວ້. ໂດຍ: ສົມຈີນ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ