ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ປິດຊຸດອົບຮົມໄລຍະສັ້ນວຽກງານພະລາທິການ ປະຈໍາປີ 2020
ເວລາອອກຂ່າວ: 2020-10-16 17:39:13 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 239838270 | ຄວາມນິຍົມ:



ໃນວັນທີ 9 ຕຸລາ 2020 ນີ້, ກອງບັນຊາການທະຫານ ແຂວງໄຊສົມບູນ ໄດ້ປິດຊຸດອົບ ຮົມໄລຍະສັ້ນ ວຽກງານພະລາ ທິການ ປະຈຳປີ 2020, ໂດຍການ ເຂົ້າຮ່ວມຂອງ ສະຫາຍ ພັນໂທ ເພັດລັງສີ ພິຈິດ ຫົວໜ້າຫ້ອງ ພະລາທິການ ກອງບັນຊາການ ທະຫານແຂວງໄຊສົມບູນ, ມີຄະ ນະພັກ-ຄະນະບັນຊາອົງການ 5 ຫ້ອງ, 5 ກອງບັນຊາການທະ ຫານເມືອງ, ກອງພັນ, ກອງ ຮ້ອຍເອກະລາດ ແລະ ພະແນກ ການທີ່ກ່ຽວຂ້ອງເຂົ້າຮ່ວມ. ສະຫາຍ ພັນໂທ ຄໍາອ້ຽງ ສີປະເສີດ ຮອງຫົວໜ້າຫ້ອງພະ ລາທິການ ໄດ້ຂຶ້ນຜ່ານບົດສະຫຼຸບ ຜົນການຈັດຕັ້ງອົບຮົມວຽກງານ ພະລາທິການທົ່ວກອງບັນຊາການ ທະຫານແຂວງໄຊສົມບູນໃນໄລ ຍະ 5 ວັນ, ບົດຮຽນມີທັງໝົດ 8 ບົດ ສາມາດຕີລາຄາຜົນໄດ້ຮັບ ຜ່ານການຮໍ່າຮຽນນັກເຝິກອົບ ຮົມແຕ່ລະສະຫາຍສາມາດຍາດ ເອົາຄວາມຮູ້ທີ່ໜ້າເພິ່ງພໍໃຈ ແລະ ຮັບປະກັນໄດ້ປະສິດທິຜົນສູງ. ໃນນັ້ນ, ມີຈໍານວນພົນເຂົ້າຮ່ວມ ອົບຮົມ 54 ສະຫາຍ, ສາມາດບັນ ລຸໄດ້ຕາມແຜນການ 100%. ໂອກາດດັ່ງກ່າວ, ສະຫາຍ ພັນໂທ ເພັດລັງສີ ພິຈິດ ໄດ້ສະ ແດງຄວາມຍ້ອງຍໍຊົມເຊີຍຕໍ່ ຜົນສໍາເລັດ ບັ້ນອົບຮົມໃນຄັ້ງນີ້; ມີຄວາມໝາຍຄວາມສໍາຄັນ ເລິກເຊິ່ງ ເພື່ອແນໃສ່ໃຫ້ພະນັກ ງານວິຊາການວຽກງານວິຊາ ສະເພາະຮັບຮູ້ເຊື່ອມຊຶມຖືກຕ້ອງ ສອດຄ່ອງກັບໜ້າທີ່ວຽກງານ ຕົວຈິງຂອງກົມກອງ. ພ້ອມທັງ, ເນັ້ນໃຫ້ນັກເຝິກອົບຮົມແຕ່ລະ ສະຫາຍ ຈົ່ງຍົກສູງຄວາມຮັບ ຜິດຊອບໜ້າທີ່ການເມືອງຂອງ ຕົນທີ່ການຈັດຕັ້ງຂັ້ນເທິງມອບ ໝາຍ ແລະ ພ້ອມກັນນໍາເອົາເນື້ອ ໃນບົດຮຽນໃນຄັ້ງນີ້ ໄປຈັດຕັ້ງ ຜັນຂະຫຍາຍຢູ່ພາຍໃນກົມກອງ ໃຫ້ໄດ້ຮັບຜົນດີ. ໂດຍ: ສົດ ນາມໄຕ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ