ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ຫົວໜ້າກົມກໍ່ສ້າງຮາກຖານ ລົງມອບເຄື່ອງໃຫ້ປະຊາຊົນຢູ່ແຂວງຊຽງຂວາງ
ເວລາອອກຂ່າວ: 2018-12-17 09:11:32 | ຜູ້ຂຽນ : | ຈຳນວນຄົນເຂົ້າຊົມ: 40 | ຄວາມນິຍົມ:



ໃນວັນທີ 6-7 ທັນວາ 2018 ທ່ານພົນຈັດຕະວາ ບົວໄລ ພົມ ມະວົງ ຫົວຫນ້າກົມກໍ່ສ້າງຮາກ ຖານ ພ້ອມຄະນະໄດ້ນຳເຄື່ອງນຸ່ງ ຫົ່ມມີ: ຜ້າຫົ່ມ, ມຸ້ງ, ເຄື່ອງນຸ່ງຜູ້ ໃຫຍ່ ຍິງ-ຊາຍ ແລະ ເຄື່ອງນຸ່ງ ເດັກນ້ອຍລວມ 8 ຖົງໃຫຍ່, ລວມ ມູນຄ່າ 8.500.000 ກີບ ໄປມອບໃຫ້ ປະຊາຊົນຢູ່ເຂດຫ່າງໄກສອກ ຫລີກຢູ່ແຂວງຊຽງຂວາງ. ໂອກາດລົງໄປເທື່ອນີ້, ທ່ານ ຫົວຫນ້າກົມກໍ່ສ້າງຮາກຖານ ຍັງ ເຂົ້າພົບທ່ານເລຂາພັກແຂວງ, ເຈົ້າແຂວງໆຊຽງຂວາງ, ທ່ານ ພັນເອກ ຂັນທອງ ວົງອຳຄາ ຫົວຫນ້າການເມືອງກອງບັນຊາ ການທະຫານແຂວງຊຽງຂວາງ ແລະ ຫົວຫນ້າກອງປະຕິບັດງານ 206 ເມືອງຜາໄຊ, ເພື່ອປຶກສາ ຫາລືວຽກງານຊ່ວຍເຫລືອປະຊາ ຊົນຜູ້ທຸກຍາກຂາດທີ່ຢູ່ອາໄສ ແລະ ບ່ອນທຳການຜະລິດຄົງທີ່ ໃຫ້ເຂົາເຈົ້າ, ຊີ້ນຳກອງປະຕິບັດ ງານຂອງກະຊວງໃຫ້ເອົາໃຈໃສ່ ຕິດຕາມການເຄື່ອນໄຫວຂອງ ກຸ່ມຄົນບໍ່ດີ, ປະສານກັບກົມກອງ ທະຫານທ້ອງຖິ່ນ, ກອງຫລອນ ບ້ານປ້ອງກັນຊາດ, ປ້ອງກັນສະ ຖານທີ່ສຳຄັນເປັນຕົ້ນເສົາໄຟ ຟ້າ, ທີ່ຕັ້ງຂອງກົມກອງກໍຄືການ ສະເຫລີມສະຫລອງວັນສ້າງຕັ້ງ ກອງທັບປະຊາຊົນລາວຄົບຮອບ 70 ປີ ໃຫ້ມີຄວາມສະຫງົບ 100%. ໂດຍ: ຢ ດວງປັດໃຈ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ