ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ຫ້ອງວ່າການກະຊວງປ້ອງກັນປະເທດສະຫຼຸບວຽກງານປ້ອງກັນພາຍໃນ ໄລຍະ 5 ປີ
ເວລາອອກຂ່າວ: 2020-10-16 09:05:33 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 41 | ຄວາມນິຍົມ:



ໃນວັນທີ 15 ຕຸລາ 2020 ນີ້, ຫ້ອງວ່າການກະຊວງປ້ອງ ກັນປະເທດ ໄດ້ຈັດກອງປະຊຸມ ສະຫຼຸບວຽກງານປ້ອງກັນພາຍ ໃນ ໄລຍະ 5 ປີ ຄັ້ງທີ V ໂດຍການ ເປັນປະທານຂອງ ສະຫາຍ ພົນ ຈັດຕະວາ ຄໍາມ່ວນ ເລືອງວັນຫຼ້າ ປະທານກວດກາພັກອົງການ, ຮອງຫົວໜ້າຫ້ອງວ່າການກະ ຊວງປ້ອງກັນປະເທດ, ມີຜູ້ຕາງ ໜ້າຈາກກົມປ້ອງກັນພາຍໃນ ກອງທັບ, ບັນດາ ຫົວໜ້າກົມ, ຫ້ອງ ການ, ຄະນະພັກ-ຄະນະບັນຊາ ກອງ ແລະ ບໍລິສັດລັດວິສາຫະກິດ ຕະຫຼອດຮອດພະນັກງານ-ນັກ ຮົບເຂົ້າຮ່ວມ. ສະຫາຍ ພັນເອກ ສີສະຫວາດ ວັນເພັງ ຫົວໜ້າຫ້ອງການເມືອງ ຫ້ອງວ່າການກະຊວງປ້ອງກັນປະເທດ ໄດ້ໃຫ້ຮູ້ວ່າ: ໃນໄລຍະ 5 ປີຜ່ານມາ, ຄະນະພັກ-ຄະນະ ບັນຊາຫ້ອງວ່າການກະຊວງ ປ້ອງກັນເທດ ເປັນຈຸດໃຈກາງ ການບໍລິຫານວຽກງານຂອງກະ ຊວງປ້ອງກັນປະເທດ, ມີພາລະ ບົດບາດເປັນເສນາທິການຊ່ວຍ ວຽກໂດຍກົງ, ຮອບດ້ານໃຫ້ລັດ ຖະມົນຕີ, ຮອງລັດມົນຕີ ແລະ ຄະ ນະນໍາກະຊວງປ້ອງກັນປະເທດ ໃນການປະສານງານກັບບັນດາ ອົງການ, ກະຊວງຄົ້ນຄວ້າ-ສັງ ລວມ ແລະ ປະຕິບັດແນວທາງ ການພົວພັນຮ່ວມມືດ້ານການ ທະຫານກັບຕ່າງປະເທດ, ເຊິ່ງໃນ ນີ້ວຽກງານປ້ອງກັນພາຍໃນກໍ ເປັນວຽກງານໜຶ່ງທີ່ສໍາຄັນ ຕະ ຫຼອດໄລຍະຜ່ານມາ, ຄະນະພັກ ອົງການ ກໍຄືບັນດາກົມກອງ ຕ່າງໆໄດ້ເອົາໃຈໃສ່ຈັດຕັ້ງ, ນໍາ ພາການເຮັດວຽກງານປ້ອງກັນ ພາຍໃນ, ປ້ອງກັນຄວາມສະຫງົບ ປອດໄພໄດ້ເປັນພື້ນຖານໂດຍຖື ເອົາການສຶກສາອົບຮົມການ ເມືອງ-ແນວຄິດຕໍ່ພະນັກງານ-ນັກຮົບ ເປັນຕົ້ນໄດ້ຈັດຕັ້ງເຜີຍ ແຜ່ມະຕິຕ່າງໆຂອງກົມການ ເມືອງສູນກາງພັກ, ມະຕິ-ຄຳສັ່ງ ຂອງກະຊວງປ້ອງກັນປະເທດ ທີ່ມີການພົວພັນກັບວຽກງານ ປ້ອງກັນພາຍໃນປ້ອງກັນຄວາມ ສະຫງົບຂອງຊາດ ພ້ອມນີ້, ຍັງ ໄດ້ຈັດຕັ້ງເຄື່ອນໄຫວຊຸກຍູ້ໃຫ້ ຄະນະພັກ-ຄະນະບັນຊາ, ພະນັກ ງານ-ນັກຮົບຂອງບັນດາກົມ ກອງ ແລະ ລັດວິສາ ຫະກິດເຫັນ ໄດ້ຄວາມໝາຍຄວາມສໍາຄັນ ເຂົ້າໃຈແຈ້ງຕໍ່ວຽກງານປ້ອງ ກັນພາຍໃນ, ເປັນຕົ້ນປ້ອງກັນທຸກ ແນວທາງນະໂຍບາຍຂອງພັກ-ລັດ ກົດລະບຽບຂອງກອງທັບ ແລະກົດໝາຍຂອງລັດ, ໃຫ້ຮ່ວມ ມື ແລະ ຮູ້ຈັກເຮັດວຽກງານປ້ອງ ກັນພາຍໃນ,ປ້ອງກັນພັກ-ພະ ນັກງານ, ປ້ອງກັນຕົນເອງ , ຮັກ ສາຄວາມລັບຂອງກົມກອງຂອງ ຕົນ ໂດຍຕິດພັນກັບວຽກງານ 3 ປອດ. ໃນນີ້ທົ່ວຫ້ອງວ່າການກະ ຊວງປ້ອງກັນປະເທດໄດ້ຮັບການ ຢັ້ງຢືນເປັນກົມກອງ ປອດໃສ ປອດໄພ ປອດຄະດີ ປະເພດ I ຈຳ ນວນ 25 ກົມກອງ, ພ້ອມນີ້, ກົມ ກອງທີ່ໄດ້ຮັບກອງປອດໃສ, ປອດໄພ ປອດຄະດີ 5 ປີຕໍ່ເນື່ອງ ມີ 16 ກົມກອງ, 3 ປີຕໍ່ເນື່ອງມີ 3 ກົມກອງ, 2 ປີຕໍ່ເນື່ອງມີ 1 ກົມ ກອງ ແລະ ປະເພດ II ມີ 3 ກົມກອງ. ໂອກາດນີ້ ສະຫາຍ ພົນຈັດຕະ ວາ ຄຳມ່ວນ ເລືອງວັນຫຼ້າ ກໍໄດ້ ກ່າວວ່າ: ໂດຍສັງລວມແລ້ວ ກອງປະຊຸມຄັ້ງນີ້ພວກເຮົາໄດ້ ສະຫຼຸບຕີລາຄາດ້ານດີ, ດ້ານຕັ້ງ ໜ້າຂອງວຽກງານປ້ອງກັນພາຍ ໃນທີ່ພວກເຮົາຍາດມາໄດ້ໃນ ໄລຍະ 5 ປີຜ່ານມາ ຂອງຫ້ອງ ວ່າການກະຊວງປ້ອງກັນປະເທດ ຕາມຄວາມຮຽກຮ້ອງຕ້ອງການ ຂອງວຽກງານປ້ອງກັນພັກ, ປ້ອງກັນພະນັກງານ, ປ້ອງກັນ ການເມືອງພາຍໃນກອງທັບ ເວົ້າລວມ, ເວົ້າສະເພາະກໍແມ່ນ ພາຍໃນຂອງຕົນ, ເພື່ອນຳເອົາ ເນື້ອໃນຈິດໃຈກອງປະຊຸມຄັ້ງນີ້ ຈັດຕັ້ງເຜີຍແຜ່ເຊື່ອມຊຶມໃຫ້ຄະ ນະພັກ-ຄະນະບັນຊາ, ສະມາຊິກ ພັກ, ພະນັກງານ-ນັກຮົບຢູ່ຂັ້ນ ຂອງຕົນໄດ້ຮັບຮູ້ສືບຕໍ່ຍົກສູງ ສະຕິລະວັງຕົວ ໂດຍປິ່ນອ້ອມທຸກການເຄື່ອນໄຫວວຽກງານໜ້າທີ່ວິຊາສະເພາະຂອງກົມກອງ ແລະ ເອົາການກໍ່ສ້າງກົມກອງປອດໃສ ປອດໄພ ປອດຄະດີ ເປັນສຳຄັນ. ໂດຍ: ອາຫວຸ້ນ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ