ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ໂຮງຮຽນການທະຫານທ້ອງຖິ່ນແຂວງຈຳປາສັກ ເປີດຊຸດອົບຮົມກໍ່ສ້າງນາຍສິບ I ແລະ ບຳລຸງການທະຫານ ລະບົບ 6 ເດືອນ
ເວລາອອກຂ່າວ: 2020-10-16 09:01:54 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 32 | ຄວາມນິຍົມ:



ໂຮງຮຽນການທະຫານທ້ອງ ຖິ່ນແຂວງຈໍາປາສັກ ໄດ້ຈັດຕັ້ງ ເປີດຊຸດອົບຮົມກໍ່ສ້າງນາຍສິບ ຮຸ່ນທີ XI ປະຈໍາປີ 2020-2021 ແລະ ການອົບຮົມບໍາລຸງການທະ ຫານຂັ້ນພື້ນຖານລະບົບ 6 ເດືອນ ຊຸດທີ II, ໃນວັນທີ 13 ຕຸລາ 2020 ນີ້. ໂດຍການເປັນປະທານ ຂອງສະຫາຍ ພົນຈັດຕະວາ ສຸໄກ ພິມມະສານ ເລຂາຄະນະພັກ ຫົວໜ້າການທະຫານກອງບັນຊາ ການທະຫານແຂວງຈໍາປາສັກ, ມີຄະນະພັກ-ຄະນະບັນຊາ 5 ຫ້ອງ, ກອງບັນຊາການທະຫານແຂວງ, ໂຮງຮຽນ-ໂຮງໝໍ, ກໍາລັງຫຼວງ-ກໍາລັງທ້ອງຖິ່ນ, ກົມກອງອ້ອມ ຂ້າງແຂວງ, ພະແນກການທີ່ ກ່ຽວຂ້ອງ, ແຂກຖືກເຊີນ ພ້ອມ ດ້ວຍນັກຮຽນຮ່ວມຢ່າງ. ສະຫາຍ ພັນຕີ ບຸນຫຼາຍ ຂັນທິ ລາດ ຫົວໜ້າການທະຫານໂຮງ ຮຽນການທະຫານທ້ອງຖິ່ນ ແຂວງຈໍາປາສັກ. ໄດ້ຂຶ້ນຜ່ານ ແຜນການສິດສອນຮໍ່າຮຽນ ແລະ ອົບຮົມ-ຫັດແອບກໍ່ສ້າງນາຍສິບ ຊຸດທີXI ແລະ ບໍາລຸງການທະ ຫານຂັ້ນພື້ນຖານ (ລະບົບ 6 ເດືອນ) ຊຸດທີ II. ສຳລັບເອກະ ສານທີ່ນໍາມາອົບຮົມໃນຄັ້ງນີ້ ລວມມີ: ພາກວິຊາການເມືອງ, ເສນາທິການ, ສິລະປະຍຸດ-ຍຸດ ທະວິທີ, ພາກວິຊາລະບຽບ-ກີລາ, ພາກວິຊາພາສາອັງກິດ-ຄອມ ພິວເຕີ, ແລະ ເອກກະສານອື່ນໆ ອີກຈໍານວນໜຶ່ງ. ທັງນີ້ກໍເພື່ອ ເປັນການຍົກລະດັບຄວາມຮູ້ ຄວາມສາມາດຮັບປະກັນຈັດຕັ້ງ ປະຕິບັດແຜນການໃນການຮຽນ ການສອນໃຫ້ມີຄວາມຮູ້ພື້ນຖານ ການບັນຊາຂັ້ນຕົ້ນ. ມີລະບຽບ ວິໄນເຂັ້ມງວດດ້ານວິຊາສິລະ ປະຍຸດ-ຍຸດທະວິທີໃຫ້ມີຄວາມ ຊຳນິຊຳນານຄ່ອງແຄ້ວມີໄຫວ ພິກສະຫຼຽວສະຫຼາດເພື່ອປະ ກອບເຂົ້າໃນໜ້າທີ່ວຽກງານ ໃນຕົວຈິງໃນສະເພາະໜ້າ ແລະ ຍາວນານ. ໂອກາດນີ້, ສະຫາຍ ພົນຈັດ ຕະວາ ສຸໄກ ພິມມະສານ ໄດ້ໂອ້ ລົມ ແລະ ເນັ້ນໜັກໃຫ້ນັກເຝິກອົບ ຮົມ ໂດຍສະເພາະແມ່ນນັກຮຽນ ທຸກສະຫາຍຈົ່ງເອົາໃຈໃສ່ສຶກ ສາອົບຮົມການເມືອງ-ແນວຄິດ ໃຫ້ໜັກແໜ້ນເຂັ້ມແຂງມີຄວາມ ອຸ່ນອ່ຽງທຸ່ນທ່ຽງເຊື່ອໝັ້ນຕໍ່ ການນໍາພາຂອງພັກ ແລະ ປະຕິ ບັດຂໍ້ກໍານົດກົດລະບຽບຂອງກອງທັບທີ່ວາງອອກໃຫ້ເຂັ້ມ ງວດຕັ້ງໃຈຮໍ່າຮຽນສາມາດກໍາ ແໜ້ນໄດ້ທາງດ້ານຫຼັກສູດທິດ ສະດີຫຼັກການສາມາດນໍາໄປໝູນ ໃຊ້ເຂົ້າໃນວຽກງານພາຍໃນກົມກອງໃຫ້ມີສຳເລັດ ແລະ ມີການ ພັດທະນາດີຂຶ້ນຢ່າງບໍ່ຢຸດຢັ້ງ. ໂດຍ: ວິໄລພອນ ວົງວິສອນ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ