ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ແຂ່ງຂັນກີລາມິດຕະພາບສະຫຼອງສາຍພົນພັນການທູດ ລາວ - ຣັດເຊຍ ຄົບຮອບ 60 ປີ
ເວລາອອກຂ່າວ: 2020-10-16 08:59:21 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 33 | ຄວາມນິຍົມ:



ໃນວັນທີ 13 ຕຸລາ 2020, ສະຖານທູດຣັດເຊຍ ປະຈໍາລາວ ໄດ້ເປັນເຈົ້າພາບຈັດກິດຈະກໍາ ແຂ່ງຂັນກີລາບານເຕະມິດຕະ ພາບຮ່ວມກັບຄະນະພົວພັນຕ່າງ ປະເທດສູນກາງພັກ, ກະຊວງ ປ້ອງກັນປະເທດ ແລະ ກະຊວງ ການຕ່າງປະເທດ, ເຂົ້າຮ່ວມກິດ ຈະກໍາດັ່ງກ່າວມີ ທ່ານ ສົມດີ ບຸນຄຸ້ມ ຮອງຫົວໜ້າຄະນະພົວ ພັນຕ່າງປະເທດສູນກາງພັກ ພ້ອມ ດ້ວຍຄະນະ, ທ່ານ ພົນຈັດຕະວາ ແກ່ນຈັນ ນັນທະລັງສີ ຫົວໜ້າ ກົມພົວພັນຕ່າງປະເທດ ກະຊວງ ປ້ອງກັນປະເທດ ພ້ອມຄະນະ, ທ່ານ ບຸນເຫຼືອ ພັນດານຸວົງ ຮອງ ລັດຖະມົນຕີກະຊວງການຕ່າງ ປະເທດ ພ້ອມຄະນະ, ທ່ານ ວະລາ ດີເມຍ ກາລີນິນ ເອກອັກຄະລັດຖະທູດຣັດເຊຍ ປະຈໍາລາວ ພ້ອມ ຄະນະ, ມີບັນດາທູດທະຫານ ຣັດເຊຍປະຈໍາລາວ ແລະ ນັກກີລາ ຈາກ 4 ພາກສ່ວນເຂົ້າຮ່ວມ. ຈຸດປະສົງຂອງການແຂ່ງຂັນ ໃນຄັ້ງນີ້, ແມ່ນເພື່ອເປັນການຫວນຄືນການສ້າງຕັ້ງສາຍພົວ ພັນການທູດ ລາວ-ຣັດເຊຍ ຄົບ ຮອບ 60 ປີ. ທັງນີ້, ກໍເພື່ອເປັນ ການຮັດຄວາມສາມັກຄີໃນການ ພົວພັນລະຫວ່າງຂົງເຂດວຽກ ງານການຕ່າງປະເທດ ແລະ ເປັນການສ້າງເງື່ອນໄຂໃຫ້ແກ່ ຄະນະພົວພັນຕ່າງປະເທດຂອງ ແຕ່ລະພາກສ່ວນ ໄດ້ສ້າງຄວາມ ໃກ້ຊິດສະໜິດສະໜົມ ແລະ ແລກ ປ່ຽນຖອດຖອນບົດຮຽນ ເຊິ່ງກັນ ແລະ ກັນ, ພ້ອມກັນລະລຶກເຖິງ ຜົນງານການພົວພັນຮ່ວມມືໃນ ໄລຍະຜ່ານມາທີ່ສະຫະພາບ ໂຊວຽດ ຫຼື ສະຫະພັນຣັດເຊຍ ໃນປັດຈຸບັນ ເປັນປະເທດໜຶ່ງທີ່ ໃຫ້ການຊ່ວຍເຫຼືອໃນໄລຍະຕໍ່ສູ້ ປົດປ່ອຍຊາດ ກໍຄືໄລຍະສ້າງສາ ພັດທະນາປະເທດຊາດ, ເຊິ່ງສະ ແດງໃຫ້ເຫັນວ່າ ສາຍພົວພັນ ລາວ-ຣັດເຊຍແມ່ນມີຄວາມສະ ເໝີຕົ້ນສະເໝີປາຍ ແລະ ເປັນ ສາຍໃຍທີ່ສອງຊາດບໍ່ສາມາດ ລືມໄດ້. ກິດຈະກໍາການແຂ່ງຂັນກີລາ ດັ່ງກ່າວ ລວມມີ 4 ທີມ ຄື: ທີມ ຄະນະພົວພັນຕ່າງປະເທດສູນ ກາງພັກ, ທີມກະຊວງການຕ່າງ ປະເທດ, ທີມກະຊວງປ້ອງກັນ ປະເທດ ແລະ ທີມທູດຣັດເຊຍ ປະຈໍາລາວ. ໃນນັ້ນ, ລາງວັນຊະ ນະເລີດໄດ້ແກ່ທີມກະຊວງປ້ອງ ກັນປະເທດ, ຮອງຊະນະເລີດໄດ້ ແກ່ທີມເຈົ້າພາບທູດຣັດເຊຍ, ອັນດັບ 3 ໄດ້ແກ່ທີມຄະນະພົວ ພັນຕ່າງປະເທດສູນກາງພັກ. ຫຼັງຈາກສໍາເລັດກິດຈະກໍາທູດ ຣັດເຊຍ ປະຈໍາ ລາວ ໄດ້ເປັນກຽດ ເຊື້ອເຊີນຄະນະນໍາຈາກແຕ່ລະ ພາກສ່ວນ ພ້ອມດ້ວຍພະນັກງານ ນັກກີລາຮ່ວມພາເຂົ້າສາມັກຄີ ດ້ວຍໄມຕີຈິດມິດຕະພາບ ແລະ ເຕັມໄປດ້ວຍຄວາມເບີກບານ ມ່ວນຊື່ນ. ໂດຍ: ຄຳບົງ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ