ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ໂຮງຮຽນທິດສະດີການເມືອງກອງທັບ ສະຫຼຸບຕີລາຄາ ການນຳພາຂອງຄະນະພັກໂຮງຮຽນ ປະຈຳໄຕມາດທີ II
ເວລາອອກຂ່າວ: 2020-10-15 08:35:22 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 33 | ຄວາມນິຍົມ:



ວັນທີ 14 ຕຸລາ 2020 ນີ້, ໂຮງຮຽນທິດສະດີການເມືອງ ກອງທັບຈັດກອງປະຊຸມສະຫຼຸບຕີລາຄາການນຳພາຂອງຄະນະພັກໂຮງຮຽນປະຈຳໄຕມາດທີ III ຂຶ້ນ ໂດຍການເປັນນປະທານຂອງສະ ຫາຍ ພົນຈັດຕະວາ ປອ ຄຳຜາຍ ສະພັງເໜືອ ເລຂາຄະນະພັກ ຫົວ ໜ້າການເມືອງໂຮງຮຽນທິດ ສະດີການເມືອງກອງທັບ ມີຄະ ນະພັກ-ຄະນະອຳນວຍການ, ຄະ ນະຫ້ອງ, ຄະນະວິຊາຄູ ຕະຫຼອດ ຮອດພະນັກງານຫຼັກແຫຼ່ງເຂົ້າ ຮ່ວມ. ສະຫາຍ ພັນໂທ ຫັດສະດີ ກຽດສັກສີ ຫົວໜ້າພະແນກຈັດຕັ້ງພັກໂຮງຮຽນທິດສະດີການເມືອງກອງທັບ ໄດ້ຂຶ້ນສະຫຼຸບຕີລາຄາການນຳພາຂອງຄະນະພັກ ໂຮງຮຽນທິດສະດີການເມືອງກອງທັບປະຈຳໄຕມາດທີ III ແລະ ຜ່ານທິດທາງແຜນການທີ່ ຈະສຸມໃສ່ໃນໄຕມາດ IV ປີ 2020 ເຊິ່ງໄດ້ຍົກໃຫ້ເຫັນດ້ານດີ, ດ້ານ ອ່ອນ ແລະ ບົດຮຽນທີ່ຖອດຖອນ ໄດ້ ເຊິ່ງຄະນະພັກໂຮງຮຽນໄດ້ ຖືສໍາຄັນຕໍ່ວຽກງານກໍ່ສ້າງພັກ-ພະນັກງານ, ຊີ້ນຳ-ນຳພາໃນການ ສຶກສາອົບຮົມການເມືອງ-ນຳ ພາແນວຄິດພະນັກງານ-ສະມາ ຊິກພັກໃນການປະຕິບັດກົດ ລະບຽບຂອງພັກ, ເປັນຕົ້ນຂັ້ນ ຈຸ, ຂັ້ນໜ່ວຍໄດ້ດຳເນີນຊີວິດ ພັກເສີມຂະຫຍາຍປະຊາທິປະ ໄຕພາຍໃນພັກ, ມີການຕຳນິສົ່ງ ຂ່າວເຊິ່ງກັນ ແລະ ກັນ ພ້ອມກັນ ກ້າວໜ້າຂຶ້ນເລື່ອຍໆ ເຮັດໃຫ້ ພະນັກງານສະມາຊິກ ພາຍໃນ ໂຮງຮຽນມີຄວາມອຸ່ນອຽນທຸ່ນ ທ່ຽງຕໍ່ໜ້າທີ່ວຽກງານເຊື່ອ ໝັ້ນຕໍ່ການນຳພາຂອງພັກ ຕໍ່ ການຈັດຕັ້ງບັນຊາທຸກຂັ້ນ, ນອກ ນັ້ນໄດ້ຈັດຕັ້ງເປີດກອງປະຊຸມ ຊຸກຍູ້ຂະບວນການກໍ່ສ້າງໜ່ວຍ ພັກ ປອດໃສ ເຂັ້ມແຂງ ໜັກແໜ້ນ ປະຈຳປີ 2020 ມີສະມາຊິກພັກ ເຂົ້າຮ່ວມ ຈຳນວນ 137 ສະຫາຍ, ໄດ້ຈັດຕັ້ງສ້າງຂະບວນການ ຕ່າງໆ ເພື່ອສ້າງບັນຍາກາດຟົດ ຟື້ນພາຍໃນກົມກອງ ແລະ ກັບ ພາກສ່ວນອື່ນ, ເຊິ່ງການຈັດຕັ້ງ ພັກປັດຈຸບັນມີ ຈຳນວນພົນ 200 ສະຫາຍ, ຍິງ 22 ສະຫາຍ, ສຳຮອງ 10 ສະຫາຍ, ຍິງ 3 ສະຫາຍ, ປະກອບມີ 6 ໜ່ວຍພັກຂຶ້ນກັບ ຄະນະພັກໂຮງຮຽນ, ສ່ວນວຽກ ງານອົບຮົມ-ກໍ່ສ້າງຄະນະພັກໄດ້ ເອົາໃຈໃສ່ກະກຽມແຜນການເປີດ ການຮຽນ-ການສອນສົກຮຽນ ປີ 2020-2021 ໃນ 4 ເປົ້າໝາຍ ໄດ້ຕາມແຜນການ, ຄະນະພັກໄດ້ ເອົາໃຈໃສ່ສູ້ຊົນກະກຽມອຸປະ ກອນທາງດ້ານການຮຽນ, ການ ສອນ, ສະຖານທີ່ງົບປະມານ ການເຊີນຄູອາຈານທາງນອກ ເປັນສ່ວນຫຼາຍເປັນຜູ້ມີປະສົບ ການ ເພື່ອສິດສອນຖ່າຍທອດ ຄວາມຮູ້ໃຫ້ນັກສຶກສາແຕ່ລະ ເປົ້າໝາຍມີຄຸນນະພາບໄປໝູນໃຊ້ ໃນກົມກອງ. ໃນພິທີຍັງໄດ້ຜ່ານຂໍ້ກຳນົດວ່າດ້ວຍການປະຕິບັດນະ ໂຍບາຍຕໍ່ນາຍ ແລະ ພົນທະຫານ, ນັກສຶກສາທັງພາຍໃນ ແລະ ຕ່າງ ປະເທດທີ່ບາດເຈັບ, ເຈັບປ່ວຍ ນອນໂຮງໝໍເສຍຊີວິດ ແລະ ອຸດ ໜູນຂອງໂຮງຮຽນທິດສະດີການ ເມືອງກອງທັບ ແລະ ຜ່ານແຈ້ງ ການຂອງກະຊວງປ້ອງກັນປະ ເທດເລື່ອງການຈັດຕັ້ງປະຕິບັດ ກົດໝາຍວ່າດ້ວຍພັນທະປ້ອງກັນ ຊາດຕື່ມອີກ. ຂ່າວຍັງໃຫ້ຮູ້ຕື່ມອີກວ່າ: ໃນວັນທີ 13 ຕຸລາ ນີ້ ສະພາວິທະ ຍາສາດໂຮງຮຽນທິດສະດີການ ເມືອງກອງທັບ ໄດ້ດຳເນີນກອງ ປະຊຸມ ເພື່ອຄົ້ນຄວ້າປຶກສາຫາລື ຄວາມເປັນເອກະພາບດ້ານເນື້ອ ໃນຂໍ້ກຳນົດຂອງໂຮງຮຽນວາງ ອອກ ໃນກອງປະຊຸມຄັ້ງນີ້ໄດ້ຄົ້ນ ຄວ້າກ່ຽວກັບຂໍ້ກຳນົດວ່າດ້ວຍ ການຄຸ້ມຄອງການຮຽນ-ການ ສອນລວມມີ 2 ໝວດ 5 ມາດຕາ, ຂໍ້ກຳນົດວ່າດ້ວຍການກຳນົດສີ, ຂະໜາດ, ການພິມເນື້ອໃນ ແລະ ຂໍ້ກຳນົດເລກລະຫັດວິຊາຮຽນ ຕ່າງໆ ລວມມີ 7 ມາດຕາ ແລະ ຂໍ້ ກຳນົດວ່າດ້ວຍກົດລະບຽບ ແລະ ນະໂຍບາຍຕໍ່ຄູ ຢູ່ໂຮງຮຽນທິດສະ ດີການເມືອງກອງທັບ ລວມມີ 5 ໜວດ, ມີ 17 ມາດຕາ ໂດຍອີງ ຕາມກົດໝາຍວ່າດ້ວຍການສຶກ ສາແຫ່ງ ສປປ ລາວ ສະບັບປັບປຸງ ເລກທີ 04/ສພຊ ລົງວັນທີ 3 ກໍລະ ກົດ 2007 ອີງຕາມຂໍ້ຕົກລົງຂອງ ກະຊວງປ້ອງກັນປະເທດ ເລກທີ 2610/ກປທ ລົງວັນທີ 10 ມິຖຸ ນາ 2020 ວ່າດ້ວຍທີ່ຕັ້ງ, ພາລະບົດບາດ, ໜ້າທີ່, ຂອບເຂດ ສິດ ແລະ ໂຄງປະກອບການຈັດຕັ້ງ ຂອງໂຮງຮຽນທິດສະດີການ ເມືອງກອງທັບ ແລະ ຄວາມຮຽກ ຮ້ອງຕ້ອງການຂອງວຽກງານ ຄຸ້ມຄອງການຮຽນ-ການສອນຢູ່ ໂຮງຮຽນທິດສະດີ ທັງນີ້ ກໍເພື່ອ ເຮັດໃຫ້ຄະນະນຳ ແລະ ບັນດາອົງ ການຕ່າງໆ ຂອງໂຮງຮຽນທິດ ສະດີການເມືອງກອງທັບ ໄດ້ເປັນ ບ່ອນອີງໃນການຈັດຕັ້ງປະຕິບັດຄຸ້ມຄອງການຮຽນ-ການສອນ, ແຜນການອົບຮົມບຳລຸງ-ກໍ່ສ້າງ ນາຍທະຫານການເມືອງໃນກອງ ທັບປະຊາຊົນລາວ ໃຫ້ຖືກຕ້ອງ ຕາມລະບຽບຫຼັກການ, ມີວິທະຍາ ສາດ, ຮັບປະກັນຄຸນນະພາບ ແລະ ຕອບສະໜອງໄດ້ໜ້າທີ່ການ ເມືອງຂອງພັກ-ລັດ ແລະ ກະຊວງ ປ້ອງກັນປະເທດ ມອບໝາຍໃຫ້ ພ້ອມນີ້ທີ່ປະຊຸມ ຍັງມີການປະ ກອບຄຳຄິດຄຳເຫັນໃສ່ເນື້ອໃນ ບັນດາຂໍ້ກຳນົດຕ່າງໆຢ່າງກົງໄປ ກົງມາ ແລະ ມີຄວາມຮັບຜິດຊອບ ສູງ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ