ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ຄະນະພັກຮາກຖານ ກອງພັນ 425 ດຳເນີນກອງປະຊຸມໃຫຍ່ຄັ້ງທີ VI ຂອງຕົນ
ເວລາອອກຂ່າວ: 2018-12-17 08:39:58 | ຜູ້ຂຽນ : | ຈຳນວນຄົນເຂົ້າຊົມ: 69 | ຄວາມນິຍົມ:



ຄະນະພັກຮາກຖານກອງ ພັນ 425 ດໍາເນີນກອງປະຊຸມ ໃຫຍ່ ຄັ້ງທີ VI ຂອງຕົນຂຶ້ນ, ໃນ ວັນທີ 12 ທັນວາ 2018 ນີ້, ໂດຍການເຂົ້າຮ່ວມເປັນປະທານ ຂອງສະຫາຍ ພົນຕີ ຈັນທອງ ສອນຕະອາດ ກຳມະການຄະນະ ພັກກະຊວງປ້ອງກັນປະເທດ, ຮອງຫົວໜ້າກົມໃຫຍ່ເສນາທິ ການກອງທັບ, ມີບັນດາສະຫາຍ ຄະນະພັກຮາກຖານ, ໜ່ວຍພັກ, ພະນັກງານສະມາຊິກພັກ ແລະ ແຂກຖືກເຊີນເຂົ້າຮ່ວມ. ໃນບົດລາຍງານການເມືອງ ທັງສອງພາກຂອງຄະນະພັກ ຮາກຖານກອງພັນ 425 ທີ່ສະ ເໜີໂດຍ ພັນໂທ ຄໍາໄຫວ ແກ້ວ ປະເສີດ ເລຂາຄະນະພັກຮາກ ຖານ, ຫົວໜ້າການເມືອງກອງ ພັນ 425 ໄດ້ຜ່ານບົດລາຍງານ ການເມືອງທັງສອງພາກ ເຊິ່ງ ໄດ້ຍົກໃຫ້ເຫັນໝາກຜົນແຫ່ງ ການນໍາພາຂອງຄະນະພັກຮາກ ຖານໃນຊຸມປີຜ່ານມາ, ເປັນຕົ້ນ ແມ່ນຄະນະພັກ-ຄະນະບັນຊາ ໄດ້ຊີ້ນໍາ-ນໍາພາຈັດຕັ້ງກໍາລັງປະ ຈໍາການກຽມພ້ອມສູ້ຮົບຕະຫຼອດ 24 ຊົ່ວໂມງ, ສົມທົບກັບກໍາລັງ ປ້ອງກັນຄວາມສະຫງົບເຮັດໜ້າ ທີ່ຮັກສາຄວາມປອດໄພຕາມຄໍາ ສັ່ງຂອງຂັ້ນເທິງຮັກສາຄວາມ ປອດໄພໃຫ້ຜູ້ນໍາພັກ-ລັດແຂກ ພາຍໃນ ແລະ ຕ່າງປະເທດ, ປ້ອງກັນກອງປະຊຸມ ແລະ ວັນ ສໍາຄັນຕ່າງໆ ຂອງຊາດ, ຂອງ ກອງທັບ ດ້ວຍຜົນສໍາເລັດ ແລະ ມີຄວາມປອດໄພ 100%, ເຊິ່ງ ໃນຊຸມປີຜ່ານມາຄະນະພັກຮາກ ຖານໄດ້ເອົາໃຈໃສ່ສຶກສາອົບຮົມ ການເມືອງ-ນໍາພາແນວຄິດ ໃຫ້ ພະນັກງານ-ສະມາຊິກພັກ-ນັກ ຮົບດ້ວຍຫຼາຍຮູບການ ເພື່ອເຮັດ ໃຫ້ກົມກອງມີການຫັນປ່ຽນທາງດ້ານແນວຄິດ ແລະ ການກະທໍາ, ເຮັດໃຫ້ບັນດາປາກົດການຫຍໍ້ທໍ້ ຕ່າງໆພາຍໃນກົມກອງຫຼຸດໜ້ອຍ ຖອຍລົງ, ເອົາໃຈໃສ່ຊຸກຍູ້ປຸກ ລະດົມຂະບວນການແຂ່ງຂັນ ດ້ານຕ່າງໆຂອງກົມກອງ ເປັນ ຕົ້ນຂະບວນການປັບປຸງລະບຽບ ແບບແຜນຂອງກອງທັບ, ຂະ ບວນການກີລາ-ວັນນະຄະດີ, ຂະບວນການປູກຝັງລ້ຽງສັດ, ຂະບວນການກໍ່ສ້າງກອງ3 ປອດ, ສ້າງກອງວັດທະນະທຳ-ນັກຮົບວັດທະນະທໍາ, ສ້າງກອງ ຈຸດສຸມຕົວແບບ ແລະ ຕັ້ງໜ້າ ແຂ່ງຂັນສ້າງຜົນງານດ້ານ ຕ່າງໆຢ່າງຟົດຟື້ນ ໂດຍຕິດພັນ ກັບການສ້າງກົມກອງຮາກຖານ ປອດໃສ, ເຂັ້ມແຂງ, ໜັກແໜ້ນ, ຕິດແໜ້ນກັບການປັບປຸງກໍ່ສ້າງພັກຕາມ 5 ຫຼັກການ ແລະ 3 ທິດ ນໍາໃນການກໍ່ສ້າງພັກໃຫ້ມີ ຄວາມປອດໃສເຂັ້ມແຂງໜັກ ແໜ້ນ, ຜ່ານຂະບວນການດັ່ງ ກ່າວແຕ່ລະໜ່ວຍພັກຮາກທີ່ຂຶ້ນ ກັບຄະນະພັກຮາກຖານສາມາດ ຮັກສານາມະຍົດໜ່ວຍພັກປອດ ໃສ, ເຂັ້ມແຂງ, ໜັກແໜ້ນໄດ້ 4 ໜ່ວຍພັກ, ໄດ້ຫຼາຍສະໄໝ, ດ້ານ ຄຸນະພາບຂອງສະມາຊິກພັກກໍມີ ການເພີ່ມຂຶ້ນ 90% ແລະ ສາ ມາດສ້າງໄດ້ມະຫາຊົນຜູ້ກ້າວ ໜ້າເຂົ້າພັກໄດ້ 24 ສະຫາຍ, ສະ ເໜີເລື່ອນສະມາຊິພັກສໍາຮອງຂຶ້ນສົມບູນໄດ້ 12 ສະຫາຍ, ພ້ອມນີ້ ຜູ້ເຂົ້າຮ່ວມກອງປະຊຸມຍັງໄດ້ປະກອບຄໍາຄິດຄໍາເຫັນຢ່າງກົງໄປກົງມາໃສ່ບົດລາຍງານການ ເມືອງທັງສອງພາກ ເພື່ອເຮັດ ໃຫ້ ມີເນື້ອໃນຄົບຖ້ວນ ແລະ ພ້ອມ ນັ້ນກໍໄດ້ຮັບຮອງເອົາທິດທາງ ແຜນການໃນຕໍ່ໜ້າ, ກອງປະຊຸມ ຍັງໄດ້ປ່ອນບັດເອົາຄະນະພັກຮາກຖານຊຸດໃໝ່ໄດ້ຕາມຄາດ ໝາຍ. ໂດຍ: ອາຫວຸ້ນ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ