ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ເປີດງານວາງສະແດງສີມືຫັດຖະກຳລາວ ຄັ້ງທີ 19
ເວລາອອກຂ່າວ: 2020-10-14 08:34:24 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 27 | ຄວາມນິຍົມ:



ງານມະຫະກໍາ ສີມືຫັດຖະກໍາ ລາວ ຄັ້ງທີ 19 ປະຈໍາປີ 2020, ພາຍໃຕ້ຄໍາຂວັນ “ສີໄມ້ລາຍມື ຄືອຸທິຍານແຫ່ງການທ່ອງທ່ຽວ ຕາມຮອຍປູ່ຍ່າຕາຍາຍ” ໄດ້ເປີດ ຂຶ້ນຢ່າງເປັນທາງການ, ໃນວັນທີ 12 ຕຸລານີ້, ທີ່ສູນການຄ້າລາວ-ໄອເຕັກ ນະຄອນຫຼວງວຽງຈັນ ໂດຍການເປັນປະທານຂອງ ທ່ານ ອຸເດດ ສຸວັນນະວົງ ປະທານສະ ພາການຄ້າ ແລະ ອຸດສາຫະກໍາ ແຫ່ງຊາດລາວ, ມີທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນ ຕີ, ລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ, ທ່ານ ນາງ ເຂັມມະນີ ພົນເສນາ ລັດຖະມົນຕີ ກະຊວງອຸດສາຫະກໍາ ແລະ ການ ຄ້າ ພ້ອມດ້ວຍແຂກຖືກເຊີນເຂົ້າ ຮ່ວມ. ທ່ານ ນາງ ສຸວິຕາ ປະເສີດ ປະທານສະມາຄົມຫັດຖະກໍາລາວ ໃຫ້ຮູ້ວ່າ: ນັບແຕ່ຕົ້ນປີມາຮອດປັດ ຈຸບັນ, ປະເທດເຮົາ ພວມຢູ່ໃນສະ ພາບປ້ອງກັນການແຜ່ລະບາດ ຂອງພະຍາດໂຄວິດ-19 ທີ່ເປັນອຸປະສັກຕໍ່ການກະກຽມງານບຸນ ປະເພນີສະມາຄົມຫັດຖະກໍາລາວ (ສຫລ). ແຕ່ຢ່າງໃດກໍຕາມ, ສຫລ ກໍໄດ້ພ້ອມໃຈກັນຜ່ານຜ່າອຸ ປະສັກ ແລະ ຄວາມຫຍຸ້ງຍາກ ເທົ່ານັ້ນ, ເພື່ອປະຕິບັດຕາມປະ ເພນີທີ່ເຄີຍສືບທອດມໍລະດົກທາງ ປັນຍາ ແລະ ສີໄມ້ລາຍມື ມາຈາກ ປູ່ຍ່າຕາຍາຍ ດ້ວຍຮູບການຈັດຕັ້ງ ງານບຸນປາງໃຫຍ່ນີ້ຂຶ້ນ, ເພື່ອເປັນ ການກະຕຸ້ນເສດຖະກິດໃຫ້ມີການ ເໜັງໂຕຂຶ້ນ. ດັ່ງນັ້ນ, ລັດຖະບານ ຈຶ່ງໄດ້ມີໂຄງການ “ລາວທ່ຽວ ລາວ” ນີ້ຂຶ້ນ ເຊິ່ງໃນງານພວກເຮົາ ຫວັງເອົາມາຕໍ່ຍອດເປັນ “ລາວຊື້ ສິນຄ້າລາວ-ລາວສົ່ງເສີມລາວ”. ພ້ອມນັ້ນ, ການຈັດງານຄັ້ງນີ້ ຍັງ ເປັນການຈາລຶກເຖິງບຸນຄຸນປູ່ຍ່າ ຕາຍາຍ ເຊິ່ງສະໄໝກ່ອນ ປູ່ຍ່າ ຕາຍາຍ ເພິ່ນໄດ້ສອນລູກ, ສອນ ຫຼານດ້ວຍຕົນເອງ ແລະ ເອົາກ້ອງ ຕະລ່າງເຮືອນ ເປັນຫ້ອງຮຽນ, ຫ້ອງສອນຫຼັກສູດ, ທີ່ເພິ່ນເອີ້ນ ວ່າ; “ພາສາຫັດຖະກໍາ”. ນອກ ຈາກນັ້ນ, ຍັງເປັນການປະກາດ ໄປໃນໂຕໃຫ້ຊາວໂລກຮັບຮູ້ວ່າ: ສີໄມ້ລາຍມືອັນເປັນເອກະ ລັກໜຶ່ງ ດຽວທີ່ປູ່ຍ່າຕາຍາຍໄດ້ຖ່າຍທອດ ໃຫ້ລູກຫຼານນັ້ນ ຍັງໄດ້ຮັບການ ອະນຸລັກຮັກສາ ແລະ ສືບທອດກັນ ມາຈົນເຖິງທຸກວັນນີ້ ແລະ ແນໃສ່ ປຸກລະດົມຈິດໃຈຮັກຜະ ລິດຕະ ພັນລາວ ແລະ ຮັກສີໄມ້ລາຍມື ຂອງຊົນຊາດລາວ ຈົ່ງຮ່ວມກັນ ປົກປ້ອງລິຂະສິດແຫ່ງຊາດຂອງ ພວກເຮົາ ດ້ວຍທຸກວິທີການ. ພິ ເສດ, ການຈັດງານຄັ້ງນີ້ ຍັງເປັນ ການສະເຫຼີມສະຫຼອງວັນຫັດຖະ ກໍາແຫ່ງຊາດ 1 ພະຈິກ ທີ່ຈະມາ ເຖິງນີ້ນຳອີກ. ສໍາລັບງານຄັ້ງນີ້, ມີສິນຄ້າຫັດ ຖະກໍາໃຫ້ຢ້ຽມຊົມ ແລະ ຈໍາໜ່າຍ ຫຼາຍກວ່າ 200 ຮ້ານຈາກທົ່ວ ປະເທດເປັນຕົ້ນ; ເຄື່ອງຫັດຖະກໍາ ຜ້າໄໝ, ຜ້າຝ້າຍພື້ນເມືອງ, ເຄື່ອງ ເງິນ, ວັດຖຸມີຄ່າ, ເຄື່ອງທອງ ເຫຼືອງ, ເຄື່ອງປັ້ນດິນເຜົ່າ, ເຄື່ອງ ຈັກສານຈາກໄມ້ປ່ອງ, ຫວາຍ ແລະ ເຄື່ອງຊົນເຜົ່າ. ພ້ອມນັ້ນ, ຍັງມີການສາທິດການຜະລິດສິນ ຄ້າຫັດຖະກໍາລາວ ແລະ ເຝິກອົບ ຮົມການແຂ່ງຂັນຕົກແຕ່ງຮ້ານ, ການແຂ່ງຂັນອອກແບບຜະລິດ ຕະພັນໃໝ່ເພື່ອຕໍ່ຍອດສີມືປູ່ຍ່າ ຕາຍາຍ, ສົ່ງເສີມຜະລິດຕະພັນ ລາວທ່ຽວລາວ, ກິດຈະກໍາອາ ພອນເພດອັນສວຍງາມ ແລະ ການສະແດງວັນນະຄະດີຫຼາຍ ປະເພດ. ນອກນີ້, ຍັງມີການເສວະ ນາຫຼາຍ ຫົວຂໍ້ເຊັ່ນ: ການນຸ່ງຖື ແບບລາວ, ສ້າງຄວາມຍືນຍົງ ໃຫ້ຊາວຊ່າງຫັດຖະກໍາ, ການເຂົ້າ ຫາແຫຼ່ງທຶນ SME, ການປົກປ້ອງ ການອອກ ແບບລາຍດັ່ງເດີມ ຈາກການລະເມີດລິຂະສິດຢູ່ ລາວ, ການສ້າງຄວາມອາດສາ ມາດໃນຂົງເຂດການຕະຫຼາດ ທາງອອນລາຍ ໃຫ້ແກ່ຜູ້ປະກອບ ການ SME, ການຫັນວິກິດໃຫ້ ເປັນໂອກາດແກ່ສິນຄ້າຫັດຖະ ກໍາລາວ ແລະ ການຕະຫຼາດ, ມາດ ຕະຖານຜະລິດຕະພັນ-ການຫຸ້ມຫໍ່ ແລະ ການສ້າງແຮງຈູງໃຈ ໃຫ້ ແກ່ຊາວໜຸ່ມ ຫັນມາເຫັນຄວາມສໍາຄັນໃນການນໍາໃຊ້ຜະລິດຕະ ພັນຫັດຖະກໍາລາວ. ງານຄັ້ງນີ້, ຈະດໍາເນີນໄປຮອດວັນທີ 18 ຕຸ ລາ 2020 ນີ້.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ