ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ກົມນ້ຳມັນເຊື້ອໄຟເອົາໃຈໃສ່ໃນການເປັນເສນາທິການໃຫ້ແກ່ກອງທັບ ດ້ານການສະໜອງນ້ຳມັນເຊື້ອໄຟ
ເວລາອອກຂ່າວ: 2020-10-14 08:30:48 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 38 | ຄວາມນິຍົມ:



ສະຫາຍ ພົນຈັດຕະວາ ສົມ ໃຈ ເພັດທະວົງສີ ກໍາມະການຄະ ນະພັກກົມໃຫຍ່ພະລາທິການ, ຫົວ ໜ້າກົມນໍ້າມັນເຊື້ອໄຟກອງທັບ ໄດ້ໃຫ້ສໍາພາດຕໍ່ນັກຂ່າວໜັງສືພິມ ກອງທັບວ່າ: ກົມນໍ້າມັນເຊື້ອໄຟ ແມ່ນຫົວໜ່ວຍການຈັດຕັ້ງໜຶ່ງ ພາຍໃຕ້ການຊີ້ນໍາ-ນໍາພາໂດຍກົງ ຂອງກົມໃຫຍ່ພະລາທິການກອງ ທັບໂດຍມີພາລະບົດບາດໃນການ ເປັນເສນາທິການໃຫ້ແກ່ກົມໃຫຍ່ ພະລາທິການ ແລະ ກະຊວງປ້ອງ ກັນເທດກ່ຽວກັບວຽກງານນໍ້າ ມັນເຊື້ອໄຟ. ໃນຊຸມປີຜ່ານມາພາຍໃຕ້ການ ຊີ້ນໍາຂອງກະຊວງປ້ອງກັນປະ ເທດ, ກໍຄືກົມໃຫຍ່ພະລາທິການ ກອງທັບ, ດັ່ງນັ້ນກົມນໍ້າມັນເຊື້ອ ໄຟ ໄດ້ເປັນເຈົ້າການເຄື່ອນໄຫວ ປະຕິບັດໜ້າທີ່ຕາມພາລະບົດ ບາດຂອງຕົນຢ່າງຕັ້ງໜ້າ ແລະ ມີ ຜົນສໍາເລັດຢ່າງເພິ່ງພໍໃຈ, ໂດຍ ຖືເອົາ 4 ໜ້າທີ່ໃຫຍ່ 26 ແຜນງານ ຂອງຄະນະພັກກະຊວງປ້ອງກັນ ປະເທດວາງອອກ ມາຈັດຕັ້ງຜັນ ຂະຫຍາຍ ໃຫ້ແທດເໝາະກັບໜ້າ ທີ່ການເມືອງຂອງຕົນ ໃນນີ້ຂົງ ເຂດວຽກງານພັກ-ວຽກງານ ການເມືອງກໍໄດ້ຖືສໍາຄັນ, ໃນການ ສຶກສາອົບຮົມການເມືອງ-ແນວ ຄິດໃຫ້ພະນັກງານ, ສະມາຊິກພັກ ເພື່ອແນໃສ່ສ້າງຄວາມເຊື່ອໝັ້ນ ອັນໜັກແໜ້ນຕໍ່ການນໍາພາຂອງ ພັກແຕ່ລະໄລຍະ, ດ້ວຍການຈັດ ຕັ້ງເຊື່ອມຊຶມບັນດາມະຕິຂອງ ຄະນະພັກຂັ້ນເທິງ, ປາຖະກະຖາ ມູນເຊື້ອຂອງຊາດ, ຂອງພັກ ແລະ ຂອງກອງທັບ ອັນໄດ້ເຮັດໃຫ້ ພະນັກງານ, ສະມາຊິກພັກພາຍ ໃນກົມມີຄວາມຮັບຮູ້, ເຂົ້າໃຈ, ເຊື່ອມຊຶມຕໍ່ແນວທາງຂອງພັກ, ມີຄວາມຫ້າວຫັນປະຕິບັດໜ້າ ທີ່ຂອງຕົນດ້ວຍຄວາມຮັບຜິດ ຊອບສູງ. ຄະນະພັກ-ຄະນະກົມ ໄດ້ສຸມໃສ່ການປັບປຸງ-ກໍ່ສ້າງໜ່ວຍພັກຂອງຕົນຕາມທິດສ້າງໜ່ວຍພັກໃຫ້ກາຍເປັນໜ່ວຍພັກ ປອດໄສ, ເຂັ້ມແຂງ, ໜັກແໜ້ນ, ເພີ່ມທະວີຄວາມສາມັກຄີໃຫ້ເປັນປຶກແຜນພາຍໃນພັກ, ເອົາໃຈໃສ່ ປັບປຸງແບບແຜນວິທີເຮັດວຽກ, ວິທີນໍາພາຕາມຫຼັກການລວມສູນປະຊາທິປະໄຕຂອງພັກຢ່າງເຂັ້ມ ງວດ ຈົນສາມາດນໍາພາກົມກອງ, ຂະແໜງການເຮັດສໍາເລັດໜ້າ ທີ່ການເມືອງຂອງຕົນເປັນຢ່າງ ດີ. ປັດຈຸບັນໜ່ວຍພັກກົມນ້ໍາ ມັນເຊື້ອໄຟມີສະມາຊິກພັກທັງ ໝົດ 17 ສະຫາຍ, ເປັນສະມາ ຊິກພັກສົມບູນທັງໝົດຕະຫຼອດ ໄລຍະຜ່ານມາໜ່ວຍພັກໄດ້ຮັກ ສາ ແລະ ເສີມຂະຫຍາຍມູນເຊື້ອ ກອງຮາກຖານເຂັ້ມແຂງ, ໜ່ວຍ ພັກຮູ້ນໍາພາຮອບດ້ານ ແລະ ໄດ້ ຮັບຮອງເປັນໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ, ແລະ ສະ ມາຊິກແຕ່ລະສະຫາຍໄດ້ເປັນ ສະມາຊິກພັກແຂງ, ໄດ້ຮັບນາມ ມະຍົດເປັນກອງ 3 ປອດ 2 ສະ ໄໝຕິດຕໍ່ກັນ, ຜ່ານມາ ກໍໄດ້ສັບ ຊ້ອນ-ປັບປຸງການຈັດຕັ້ງ ຫຼື ອົງ ການກົມ, ບັນດາສາງຍຸດທະສາດ ແລະ ກົມກອງຈໍານວນໜຶ່ງເພື່ອ ໃຫ້ແທດເໝາະກັບຄວາມຕ້ອງ ການຂອງວຽກງານ ແລະ ຄວາມ ຮູ້, ຄວາມສາມາດຂອງພະນັກ ງານທັງນີ້ ກໍເພື່ອແນໃສ່ສ້າງ ພະນັກງານໃຫ້ມີຄວາມຮູ້-ຄວາມ ສາມາດໃນວຽກງານຕົວຈິງ ເພື່ອ ຮັບປະກັນໃຫ້ມີພະນັກງານສືບ ທອດ, ປ່ຽນແທນຕາມທິດຫັນເປັນໜຸ່ມໄດ້ຢ່າງຕໍ່ເນື່ອງ. ສໍາ ລັບວຽກງານປ້ອງກັນ-ກວດກາຄະນະໜ່ວຍພັກໄດ້ເອົາໃຈໃສ່ສຶກສາອົບຮົມການເມືອງ-ແນວຄິດ ໃຫ້ພະນັກງານຮູ້ເຝິກຝົນຫຼໍ່ຫຼອມ ຕົນເອງທາງດ້ານຄຸນທາດການ ເມືອງ, ຄຸນສົມບັດສິນທໍາປະຕິວັດ ໃຫ້ມີຄວາມເຂັ້ມແຂງໜັກແໜ້ນ ພ້ອມທັງຕິດຕາມກວດກາ, ປ້ອງ ກັນສະພາບແນວຄິດ ແລະ ການ ກະທໍາ ເພື່ອສະກັດກັ້ນບັນດາປະ ກົດການຫຍໍ້ທໍ້ທີ່ຈະເກີດຂຶ້ນແນ ໃສ່ເຮັດໃຫ້ກົມກອງ ກໍຄືໃນທົ່ວ ຂະແໜງການມີຄວາມສະຫງົບ ເປັນຢ່າງດີ. ໃນນາມເປັນເສນາທິການໃຫ້ ແກ່ຄະນະພັກອົງການກົມໃຫຍ່ພະ ລາທິການກອງທັບ ກໍຄືອົງຄະນະ ພັກກະຊວງປອງກັນປະເທດ, ຄະນະພັກກົມນໍ້າມັນເຊື້ອໄຟ ກໍ ໄດ້ວາງທິດທາງໃນການປັບປຸງ- ກໍ່ສ້າງຂະແໜງການ ເຊິ່ງໄດ້ກໍາ ນົດເອົາ 7 ວຽກງານໃຫຍ່ເປັນຄາດໝາຍສູ້ຊົນແນ່ໃສ່ຫັນຂະ ແໜງການໃຫ້ມີຄວາມເຂັ້ມແຂງ, ໜັກແໜ້ນ ແລະ ທັນສະໄໝ ແຕ່ສິ່ງ ສໍາຄັນແມ່ນການດໍາເນີນການກໍ່ ສ້າງ ແລະ ປັບປຸງບັນດານິຕິກໍາ ຂອງວິຊາສະເພາະໃຫ້ສອດຄ່ອງ ກັບສະພາບການໃໝ່ຂອງກອງ ທັບ, ເປັນຕົ້ນແມ່ນໄດ້ປັບປຸງຂໍ້ກໍານົດກຽວກັບການແບ່ງຂັ້ນຄຸ້ມ ຄອງຄືນໃໝ່ ເຊິ່ງໄດ້ແບ່ງຄວາມ ຮັບຜິດຊອບໃຫ້ອົງການນໍ້າມັນ ເຊື້ອໄຟຂັ້ນລຸ່ມຫຼາຍຂຶ້ນ. ກົມນໍ້າ ມັນເຊື້ອໄຟເຮັດໜ້າທີ່ເປັນອົງ ການມະຫາພາກ, ມີໜ້າທີ່ຮັບ ປະກັນ ແລະ ຕິດຕາມກວດກາ ການຄຸ້ມຄອງ-ນໍາໃຊ້ຂອງອົງ ການນໍ້ມັນເຊື້ອໄຟຂັ້ນລຸ່ມ, ໄປ ຄຽງຄູ່ກັນນັ້ນ ກໍໄດ້ຫັນວຽກ ງານວິຊາສະເພາະໃຫ້ທັນສະໄໝ ເທື່ອລະກ້າວ ໂດຍການນໍາໃຊ້ ເຄື່ອງມືທີ່ທັນສະໄໝເຂົ້າໃນ ວຽກງານດັ່ງກ່າວ, ຜ່ານການດໍາ ເນີນວຽກງານຕົວຈິງ ເຫັນວ່າ ມີປະສິດທິຜົນສູງເຮັດໃຫ້ການ ຮັບປະກັນນໍ້າມັນເຊື້ອໄຟໄດ້ເຂົ້າ ສູ່ລວງເລິກ, ສາມາດຕ້ານ ແລະ ສະກັດກັ້ນປະກົດການຫຍໍ້ທໍ້ໃນ ຂະແໜງການ, ພ້ອມນັ້ນກໍໄດ້ ຈັດຕັ້ງຄຸ້ມຄອງ-ນໍາໃຊ້ງົບປະ ມານທີ່ຂັ້ນເທິງອະນຸມັດຕາມ ຫຼັກການ-ການເງິນຢ່າງເຂັ້ມ ງວດ, ທຸກການຈັດຊື້-ຈັດຈ້າງ ລ້ວນແຕ່ໄດ້ຜ່ານຄະນະກວດກາ ການຈັດຊື້ຈັດຈ້າງຂອງກະຊວງ, ການຈັດຊື້-ນໍາເຂົ້ານໍ້າມັນເຊື້ອ ໄຟ, ອຸປະກອນເຕັກນິກນໍ້າມັນ ເຊື້ອໄຟ ແມ່ນຈັດຊື້ຕາມຄວາມ ຕ້ອງການນໍາໃຊ້ຕົວຈິງຂອງພາ ຫະນະເຕັກນິກໃນກອງທັບ ເຊິ່ງ ໃນຊຸມປີຜ່ານມາໄດ້ຈັດຊື້ ແລະ ນໍາເຂົ້ານໍ້າມັນທຸກຊະນິດໄດ້ 46.870.204 ລິດ, ຈັດຕັ້ງສະ ໜອງເບີກຈ່າຍຮັບປະກັນໃຫ້ ແຜນການວຽກງານຕ່າງໆຈຳ ນວນ 45.727.785 ລິດ ພ້ອມ ນີ້ ກໍໄດ້ນໍາໃຊ້ງົບປະມານເຂົ້າໃນ ການກໍ່ສ້າງ, ບົວລະບັດ, ສ້ອມ ແປງພື້ນຖານ ໂຄງ ລ່າງ ໃນນີ້ໄດ້ກໍ່ສ້າງສາງນ້ໍາມັນຂັ້ນຍຸດທະສາດ 1 ແຫ່ງ, ກໍ່ສ້າງປໍ້າເບີກຈ່າຍນໍ້າ ມັນທີ່ທັນສະໄໝໃຫ້ 26 ກົມ ກອງ, ບົວລະບັດ-ສ້ອມແປງປະ ກອບ-ຕິດຕັ້ງລະບົບຮັບ-ຈ່າຍທີ່ທັນສະໄໝໃຫ້ສາງນໍ້າມັນຂັ້ນຍຸດທະສາດໄດ້ 9 ສາງ, ຟື້ນຟູ, ສ້ອມແປງພາຫະນະເຕັກນິກເບີກ ຈ່າຍນໍ້າມັນເຄື່ອນທີ່ ແລະ ຂົນສົ່ງ ໄດ້ 8 ຄັນ, ດັດແປງປະກອບຊີ ແຕັກໃສ່ພາຫະນະສໍາລັບຂົນສົ່ງ ນໍ້າມັນໄດ້ 2 ຄັນ, ປະກອບອຸປະ ກອນເບີກຈ່າຍຍ່ອຍໃຫ້ບັນດາ ກົມກອງໄດ້ 300 ຊຸດ. ສ່ວນ ວຽກງານການຮ່ວມມືກັບຕ່າງ ປະເທດ ກໍໄດ້ເຄື່ອນໄຫວຢ້ຽມ ຢາມແລກປ່ຽນບົດຮຽນ ຢູ່ ສ.ສ ຫວຽດນາມ, ຣັດເຊຍ, ພົວ ພັນຈັດຊື້ນໍ້າມັນຈູດ, ນໍ້າມັນຫຼໍ່ລື້ນ ພິເສດ ຈາກ ສສ ຫຽດນາມ ແລະ ຣັດເຊຍ. ສໍາລັບວຽກງານປັບປຸງກໍ່ ສ້າງກໍາລັງໄດ້ກໍ່ສ້າງພະນັກງານ ວິຊາສະເພາະລະບົບຊັ້ນກາງໄດ້ 3 ຊຸດ ຈໍານວນ 60 ສະຫາຍ, ຊັ້ນຕົ້ນວິໄຈນໍ້າມັນ 1 ຊຸດ ຈໍາ ນວນ 20 ສະຫາຍ, ຊັ້ນຕົ້ນຄຸ້ມຄອງ ນໍ້າມັນເຊື້ອໄຟ 3 ຊຸດ ຈໍານວນ 130 ສະຫາຍ ໃນນີ້ ມີກໍາລັງກະ ຊວງ ປກສ 30 ສະຫາຍ, ສົ່ງໄປ ຮຽນວິຊາສະເພາະນໍ້າມັນເຊື້ອໄຟ ລະດັບປະລິຍາຕີ ຢູ່ ສສ ຫວຽດ ນາມ 6 ສະຫາຍ, ສະຫະພັນ ຣັດເຊຍ 10 ສະຫາຍ, ໄປບໍາລຸງ ໄລຍະສັ້ນຢູ່ ສສ ຫວຽດນາມ 20 ສະຫາຍ, ໄດ້ຄົ້ນຄ້ວາແປ ແລະ ຮຽບຮຽງເອກະສານວຽກ ງານນໍ້າມັນເຊື້ອໄຟຂອງກອງທັບ ປະເທດເພື່ອນບ້ານໄດ້ 800 ໜ້າ, ຂຶ້ນຫ້ອງສິດສອນຊ່ວຍຄະນະ ວິຊາຄູນໍ້າມັນເຊື້ອໄຟຢູ່ວິທະນາ ຄານພະລາທິການໄດ້ຫຼາຍຮ້ອຍ ຊົ່ວໂມງ. ນອກຈາກວຽກງານ ວິຊາສະເພາະແລ້ວ. ໃນຊຸມປີ ຜ່ານມາກົມນໍ້າມັນເຊື້ອໄຟຍັງໄດ້ ເອົາໃຈໃສ່ຊີ້ນໍາ-ນໍາພາກົມກອງ, ອົງການ, ກົມ ແລະ ບັນດາສາງນໍ້າມັນທີ່ຂຶ້ນກັບໃຫ້ມີຄວາມສະ ຫງົບ, ປອດໄພ ແລະມີຄວາມໜັກ ແໜ້ນ, ຈັດຕັ້ງຮັບປະກັນ ແລະ ຄຸ້ມ ຄອງນໍ້າມັນເຊື້ອໄຟໃຫ້ທຸກວຽກ ງານໄດ້ຄົບຖ້ວນ, ທັນເວລາ ແລະ ຍັງມີສ່ວນແຮໄວ້ ສາມາດຮັບປະ ກັນໃຫ້ທຸກການເຄື່ອນໄຫວຂອງ ກອງທັບໄດ້ເຮັດສໍາເລັດໜ້າທີ່, ທົ່ວຂະແໜງການໄດ້ຮັບການ ປັບປຸງ ແລະ ຫັນເປັນທັນສະໄໝ ເທື່ອລະກ້າວ, ສາມາດຕ້ານ ແລະ ສະກັດກັ້ນປະກົດການຫຍໍ້ທໍ້ໃນ ຂະແໜງການໃຫ້ໝົດໄປຢ່າງສິ້ນ ເຊີ້ງ ແລະ ເພື່ອສ້າງຜົນງານຂໍ່ານັບ ຮັບຕ້ອນກອງປະຊຸມໃຫຍ່ຄັ້ງທີ V ຂອງຄະນະພັກກະຊວງປ້ອງ ກັນປະເທດທີ່ຈະໄຂຂຶ້ນໃນມໍ່ໆນີ້ ໃຫ້ມີຄວາມໝາຍຄວາມສໍາຄັນຢ່າງເລິກເຊິ່ງ ກົມນໍ້າມັນເຊື້ອໄຟ ກໍຄືບັນດາສາງນໍ້າມັນທີ່ຂຶ້ນກັບ ກໍໄດ້ຖືເອົາວຽກງານດ້ານວິຊາ ສະເພາະຂອງຕົນເປັນຈຸດສຸມ ຕິດພັນກັບ 4 ໜ້າທີ່ໃຫຍ່ 26 ແຜນງານຂອງຄະນະພັກກະ ຊວງປ້ອງກັນປະເທດວາງອອກ ໂດຍສະເພາະແມ່ນການຈັດຕັ້ງ ຮັບປະກັນ ແລະ ຄຸ້ມຄອງນໍ້າມັນ ເຊື້ອໄຟ ເວລາໃດກໍຮັບປະກັນໃຫ້ທຸກແຜນການວຽກງານຂອງກອງ ທັບໃຫ້ຄົບຖ້ວນ, ທັນເວລາ, ຮັບປະກັນໃຫ້ກົມກອງມີຄວາມສະຫງົບປອດໄພ, ເອົາໃຈໃສ່ການປະຕິບັດ 7 ລະບອບ 18 ວຽກໃຫ້ເຂັ້ມງວດ, ເອົາໃຈໃສ່ສຶກສາອົບຮົມໃຫ້ພະ ນັກງານ-ນັກຮົບເຂົ້າໃຈ, ເຊື່ອມ ຊຶມ, ກໍາແໜ້ນແນວທາງນະໂຍ ບາຍຂອງພັກ ກໍຄືຄວາມຮັບຜິດ ຊອບຕໍ່ໜ້າທີ່ການເມືອງຂອງຕົນ, ຕັ້ງໜ້າປັບປຸງຄ້າຍຄູໃຫ້ເປັນລະບຽບຮຽບຮ້ອຍ, ສະອາດ ແລະ ສວຍງາມ ແລະ ເຂົ້າຮ່ວມທຸກ ຂະບວນການແຂ່ງຂັນທີ່ຂັ້ນເທິງ ຈັດຂຶ້ນ, ພ້ອມກັນນັ້ນກໍໄດ້ຕັ້ງໜ້າ ສ້າງວຽກງານພະລາທິການກັບທີ່ ເພື່ອປັບປຸງຊີວິດການເປັນຢູ່ຂອງ ພະນັກງານ-ນັກຮົບພາຍໃນກົມ ກອງໃຫ້ດີຂຶ້ນເລື້ອຍໆ. ໂດຍ: ແສງເດືອນ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ