ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ວາງສະແດງຮູບພາບ - ວັດຖຸພັນ ຜົນງານມູນເຊື້ອ ຂອງ ກອງທັບປະຊາຊົນລາວ
ເວລາອອກຂ່າວ: 2018-12-14 19:25:24 | ຜູ້ຂຽນ : | ຈຳນວນຄົນເຂົ້າຊົມ: 65 | ຄວາມນິຍົມ:



ວັນທີ 13 ທັນວານີ້, ກະຊວງ ປ້ອງກັນປະເທດ ໄດ້ຈັດຕັ້ງງານ ວາງສະແດງຮູບພາບ-ວັດຖຸ ພັນຜົນງານມູນເຊື້ອຂອງກອງ ທັບປະຊາຊົນລາວ ເພື່ຶອຂໍ່ານັບ ຮັບຕ້ອນ ແລະ ສະເຫຼີມສະຫຼອງ ວັນສ້າງຕັ້ງກອງທັບປະຊາຊົນ ລາວ ຄົບຮອບ 70 ປີຂຶ້ນຢ່າງ ເປັນທາງການທີ່ຫໍພິພິທະພັນປະ ຫວັດສາດກອງທັບ ໂດຍມີ ທ່ານ ພົນໂທ ຈັນສະໝອນ ຈັນຍາ ລາດ ກຳມະການກົມການເມືອງ ສູນກາງພັກ, ລັດຖະມົນຕີກະ ຊວງປ້ອງກັນປະເທດ, ມີບັນດາ ການນໍາພັກ-ລັດ, ກະຊວງປ້ອງ ກັນປະເທດ, ຕາງໜ້າສູນກາງ ແນວລາວສ້າງຊາດ, ສະຫະພັນ ນັກຮົບເກົ່າແຫ່ງຊາດລາວ ສູນ ກາງຊາວໜຸ່ມປະຊາຊົນປະຕິວັດ ລາວ, ສູນກາງສະຫະພັນແມ່ຍິງ ລາວ, ສູນກາງສະຫະພັນກໍາມະ ບານລາວ ແລະ ແຂກຖືກເຊີນ ເຂົ້າຮ່ວມ. ການຈັດຕັ້ງງານວາງສະ ແດງຮູບພາບ ແລະ ວັດຖຸພັນມູນເຊື້ອຂອງກອງທັບໃນຄັ້ງນີ້ກໍເພື່ອ ແນໃສ່ເປັນການຈົດຈໍາລໍ້າລຶກ ຜົນງານມູນເຊື້ອອັນອົງອາດ ກ້າແກ່ນວີລະກໍາລໍ້າເລີດຂອງ ກອງທັບປະຊາຊົນລາວ ທີ່ໄດ້ ພ້ອມກັບປະຊາຊົນລາວບັນດາ ເຜົ່າດຳເນີນການຕໍ່ສູ້ຕ້ານຈັກກະ ພັດຜູ້ຮຸກຮານ ແລະ ລູກມືຂອງ ພວກມັນ ເພື່ອປົດປ່ອຍປະເທດ ຊາດພາຍໃຕ້ຮົ່ມທຸງຂອງພັກ ຕະຫຼອດໄລຍະ 70 ປີຜ່ານມາ ບັນດາຫຼັກຖານຜົນງານມູນເຊື້ອປະຕິວັດດັ່ງກ່າວຂອງກອງທັບ ຈໍານວນໜຶ່ງໄດ້ນໍາມາສະແດງ ເພື່ອໃຫ້ມວນຊົນທຸກເພດໄວ ທຸກຊັ້ນຄົນແຂກບ້ານ-ແຂກເມືອງ ທັງພາຍໃນ ແລະ ຕ່າງປະເທດໄດ້ເຫັນໄດ້ສໍາຜັດຮັບຮູ້ປະຫວັດ ສາດຂອງຊາດຂອງພັກ ແລະຂອງກອງທັບ ທັງເປັນການສຶກ ສາອົບຮົມແນວຄິດ-ປູກຈິດສໍາ ນຶກໃຫ້ລູກຫຼານຮຸ່ນຕໍ່ໆໄປມີ ຄວາມກະຕັນຍູຮູ້ບຸນຄຸນຕໍ່ພັກ ຕໍ່ກອງທັບ ສືບຕໍ່ເດີນຕາມອຸດົມ ການຂອງພັກ ເພື່ອປົກປັກຮັກສາ ແລະ ສ້າງສາພັດທະນາປະເທດ ຊາດຂອງພວກເຮົາກ້າວສູ່ຈຸດ ໝາຍສັງຄົມນິຍົມຢ່າງໜັກ ແໜ້ນ. ງານວາງສະແດງຮູບພາບ-ວັດຖຸພັນຜົນງານມູນເຊື້ອຂອງ ກອງທັບປະຊາຊົນລາວ ຈະດຳ ເນີນໄປຮອດວັນທີ 15 ກຸມພາ 2019 ຈຶ່ງຈະອັດລົງ. ພາບ-ຂ່າວ: ສ.ຈັນທະດາລາ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ