ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ປະທານປະເທດ ເຂົ້າຮ່ວມກອງປະຊຸມສຳມະນາສາກົນທາງໄກ ຂອງບັນດາພັກການເມືອງ
ເວລາອອກຂ່າວ: 2020-10-13 08:37:05 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 27 | ຄວາມນິຍົມ:



ຂປລ. ໃນໂອກາດທີ່ພັກກອມ ມູນິດຈີນ ເປັນເຈົ້າພາບຈັດກອງ ປະຊຸມສໍາມະນາສາກົນທາງໄກ ພາຍໃຕ້ຫົວຂໍ້: “ການຫຼຸດພົ້ນ ຈາກຄວາມທຸກຍາກ ແລະ ພາ ລະໜ້າທີ່ຂອງພັກການເມືອງ” ຢູ່ແຂວງຟູ ຈ້ຽນ, ສປ ຈີນ ໃນວັນ ທີ 12-13 ຕຸລາ 2020, ໂດຍມີ ຜູ້ຕາງໜ້າພັກການເມືອງ ຈຳນວນ400 ກວ່າທ່ານຈາກ 100 ກວ່າ ປະເທດໃນໂລກ. ນອກນັ້ນ, ຍັງມີ ສະຖານທູດຕ່າງປະເທດປະຈຳ ສປ ຈີນ, ຜູ້ຕາງໜ້າຂອງອົງການ ຈັດຕັ້ງສາກົນປະຈຳ ສປ ຈີນ, ສື່ມວນຊົນບັນດາປະເທດກໍາລັງ ພັດທະນາ ແລະ ຜູ້ຊ່ຽວຊານຕ່າງໆ ໄດ້ເຂົ້າຮ່ວມກອງປະຊຸມແບບ ທາງໄກ ແລະ ເຂົ້າຮ່ວມຢູ່ສະຖານ ທີ່ຕົວຈິງ. ສະຫາຍ ບຸນຍັງ ວໍລະຈິດ ເລຂາທິການໃຫຍ່ ຄະນະບໍລິ ຫານງານສູນກາງພັກປະຊາຊົນ ປະຕິວັດລາວ ໄດ້ເຂົ້າຮ່ວມກອງ ປະຊຸມດັ່ງກ່າວ ແລະ ກ່າວຄຳປາ ໄສຜ່ານວີດີໂອທາງໄກໂດຍໄດ້ ຕີລາຄາເຖິງຄວາມໝາຍຄວາມ ສຳຄັນຂອງກອງປະຊຸມວ່າ: ຫົວຂໍ້ ຂອງກອງປະຊຸມຄັ້ງນີ້, ມີຄວາມ ໝາຍສໍາຄັນດ້ານຍຸດທະສາດ ທັງມີລັກສະນະສາກົນ, ເພາະການ ລົບລ້າງຄວາມທຸກຍາກໃຫ້ແກ່ ປະຊາຊົນ ແມ່ນໜຶ່ງໃນພາລະ ກໍາປະຫວັດສາດ, ທັງແມ່ນຄວາມ ຮັບຜິດຊອບ, ພັນທະ ແລະ ໜ້າ ທີ່ຂອງບັນດາພັກການເມືອງ ເພື່ອ ນໍາເອົາຄວາມຮັ່ງມີຜາສຸກໃຫ້ ແກ່ປະຊາຊົນ. ກອງປະຊຸມເປັນ ໂອກາດທີ່ດີໃຫ້ແກ່ບັນດາພັກ ການເມືອງໃນໂລກ ໄດ້ຮັບຊາບ ເຖິງຜົນສໍາເລັດ, ຄວາມຫຍຸ້ງຍາກ ໃນການແກ້ໄຂຄວາມທຸກຍາກ ຂອງບັນດາປະເທດ, ທັງເປັນໂອ ກາດດີໃນການເພີ່ມທະວີການ ແລກປ່ຽນບົດຮຽນຮ່ວມກັນໃນ ການແກ້ໄຂຄວາມທຸກຍາກ ແລະ ສ້າງຄວາມຮັ່ງມີຜາສຸກໃຫ້ແກ່ ປະຊາຊົນ. ພ້ອມນັ້ນ, ສະຫາຍ ເລຂາທິການໃຫຍ່ ຍັງໄດ້ຊົມເຊີຍ ແລະ ຕີລາຄາສູງຕໍ່ຜົນສໍາເລັດໃນ ການພັດທະນາເສດຖະກິດ-ສັງ ຄົມຂອງ ສປ ຈີນ ໃນຕະຫຼອດໄລ ຍະ 71 ປີທີ່ຜ່ານມາ ພາຍໃຕ້ການ ນໍາພາອັນຖືກຕ້ອງ, ປະດິດສ້າງ ແລະ ຮອບດ້ານຂອງ ພັກກອມ ມູນິດຈີນ, ຈາກທີ່ເປັນປະເທດທຸກ ຍາກຫຼ້າຫຼັງ, ປະເທດຈີນໄດ້ກາຍ ເປັນປະເທດຮັ່ງມີ, ເຂັ້ມແຂງ ແລະ ທັນສະໄໝ, ກໍາລັງການຜະລິດ ໄດ້ຮັບການປົດປ່ອຍ, ປະຊາຊົນ ຈີນຫຼາຍຮ້ອຍລ້ານຄົນ ໄດ້ຫຼຸດ ພົ້ນອອກຈາກຄວາມທຸກຍາກ ຂາດເຂີນທາງດ້ານວັດຖຸສິ່ງຂອງ ທີ່ເປັນປັດໄຈພື້ນຖານຂອງການ ດໍາລົງຊີວິດ ແລະ ກ້າວໄປເຖິງລະ ດັບທີ່ມີຄວາມອີ່ມໜໍາສໍາລານ ໂດຍພື້ນຖານ ພຽງໃນໄລຍະເວລາ ສັ້ນໆ ເຊິ່ງເປັນປະກົດການທີ່ບໍ່ ເຄີຍມີມາກ່ອນໃນປະຫວັດສາດ ຂອງມວນມະນຸດ ແລະ ສະແດງ ຄວາມເຊື່ອໝັ້ນວ່າ, ພາຍໃຕ້ການ ນໍາພາຂອງພັກກອມມູນິດຈີນ ທີ່ມີສະຫາຍເລຂາທິການໃຫຍ່ ສີຈິ້ນຜິງ ເປັນແກນກາງ, ດ້ວຍ ບົດຮຽນ, ປະສົບການທີ່ອຸດົມສົມ ບູນ ແລະ ຜົນສໍາເລັດອັນໂດດເດັ່ນ ໃນການແກ້ໄຂຄວາມທຸກຍາກ ໃຫ້ແກ່ປະຊາຊົນຂອງພັກກອມ ມູນິດຈີນ, ປະຊາຊົນຈີນ ຈະບັນລຸ ຜົນສໍາເລັດໃນການສ້າງສັງຄົມ ທີ່ອີ່ມໜໍາສໍາລານຢ່າງຮອບດ້ານ ຕາມທີ່ຄາດໝາຍໄວ້. ສະຫາຍ ບຸນຍັງ ວໍລະຈິດ ຍັງ ໄດ້ຍົກໃຫ້ເຫັນບົດຮຽນໃນການແກ້ໄຂຄວາມທຸກຍາກຂອງປະ ຊາຊົນຢູ່ ສປປ ລາວ, ເຊິ່ງຍາມໃດ ພັກປະຊາຊົນປະຕິວັດລາວ ກໍຖື ເອົາວຽກງານການລຶບລ້າງ ຄວາມທຸກຍາກ ແລະ ສ້າງຄວາມ ຜາສຸກ ໃຫ້ແກ່ປະຊາຊົນລາວບັນ ດາເຜົ່າເປັນວຽກບູລິມະສິດ ອັນ ໜຶ່ງໃນການພັດທະນາເສດຖະ ກິດ-ສັງຄົມແຫ່ງຊາດ ແລະ ວຽກ ງານດັ່ງກ່າວ ໄດ້ຮັບການຈັດຕັ້ງ ປະຕິບັດຢ່າງຕັ້ງໜ້າ ແລະ ປະສົບ ຜົນສໍາເລັດເປັນກ້າວໆມາ. ພ້ອມ ນັ້ນ, ສະຫາຍເລຂາທິການໃຫຍ່ ໄດ້ຕີລາຄາສູງຕໍ່ແນວຄວາມຄິດ ໃນການສ້າງປະຊາຄົມຮ່ວມ ຊາຕາກໍາຂອງມວນມະນຸດ ທີ່ ສະເໜີໂດຍສະຫາຍເລຂາທິການ ໃຫຍ່ ສີຈິ້ນຜິງ, ເຊິ່ງສອດຄ່ອງ ກັບທ່າອ່ຽງຂອງຍຸກສະໄໝ ແລະ ຮຽກຮ້ອງໃຫ້ບັນດາພັກການ ເມືອງ ໃນໂລກ ຈົ່ງເພີ່ມທະວີການປະສານສົມທົບເຊິ່ງກັນ ແລະ ກັນ ແລະ ຮ່ວມມືກັນຢ່າງແໜ້ນແຟ້ນ ເພື່ອເຮັດໃຫ້ປະຊາຊົນຫຼຸດພົ້ນ ອອກຈາກຄວາມທຸກຍາກ ແລະ ກ້າວໄປສູ່ຄວາມຮັ່ງມີຜາສຸກ, ປະ ກອບສ່ວນສູ້ຊົນເຮັດໃຫ້ບັນດາ ເປົ້າໝາຍສະຫັດສະວັດ ແຫ່ງການ ພັດທະນາຂອງອົງການສະ ຫະປະ ຊາຊາດວາງໄວ້ ບັນລຸຕາມຄາດ ໝາຍ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ