ກອງທັບປະຊາຊົນລາວ
 
ວັນເສົາ, ວັນທີ 30 ມີນາ 2024

  

ກົມທະຫານຊາຍແດນກອງທັບປະຊາຊົນລາວ ແລະ ກອງບັນຊາການທະຫານຊາຍແດນກອງທັບ ປະຊາຊົນຫວຽດນາມ ເພີ່ມທະວີການຮ່ວມມືຄຸ້ມຄອງເສັ້ນຊາຍແດນ
ເວລາອອກຂ່າວ: 2020-10-13 08:23:21 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 65 | ຄວາມນິຍົມ:



ໂດຍປະຕິບັດຕາມແຜນ ການຮ່ວມມື ປະຈໍາປີ 2020, ກົມ ທະຫານຊາຍແດນກົມໃຫຍ່ເສນາ ທິການກອງທັບປະຊາຊົນລາວ ແລະ ກອງບັນຊາການທະຫານ ຊາຍແດນກອງທັບປະຊາຊົນ ຫວຽດນາມ ໄດ້ຈັດກອງປະຊຸມ ພົບປະແລກປ່ຽນສະພາບການ ຮ່ວມມືໃນການຄຸ້ມຄອງປົກປັກ ຮັກສາຊາຍແດນ ປະຈໍາປີ2020 ຂຶ້ນໃນວັນທີ 7 ຕຸລານີ້, ຢູ່ທີ່ດ່ານ ສາກົນເກົາແຈວ ເມືອງເຮືອງເຊີນ ແຂວງຮາຕິ໋ງ ສ.ສ ຫວຽດນາມ ເຊິ່ງຄະນະຜູ້ແທນຝ່າຍລາວນໍາໂດຍ ສະຫາຍ ພົນຈັດຕະວາ ສີພັນ ພຸດທະວົງ ຫົວໜ້າກົມທະຫານ ຊາຍແດນກົມໃຫຍ່ເສນາທິການ ກອງທັບປະຊາຊົນລາວ; ຝ່າຍ ຫວຽດນາມ ນໍາໂດຍ ສະຫາຍ ພົນຈັດຕະວາ ເລ ດຶກ ຖາຍ ຫົວ ໜ້າກອງບັນຊາການທະຫານ ຊາຍແດນກອງທັບປະຊາຊົນ ຫວຽດນາມ; ມີສະຫາຍ ພັນເອກ ວົງໄຊ ອິນທະຄໍາ ຫົວໜ້າຫ້ອງ ການທີ່ປຶກສາທູດປ້ອງກັນຊາດ ແຫ່ງ ສປປ ລາວ ປະຈໍາ ສສ ຫວຽດ ນາມ ແລະ ສະຫາຍ ພົນຈັດຕະວາ ຫງວຽນ ດ້າຍໂຮ້ຍ ຮອງຫົວໜ້າ ກົມພົວພັນຕ່າງປະທດ ກະຊວງ ປ້ອງກັນປະເທດຫວຽດນາມ. ກອງປະຊຸມໄດ້ທົບທວນຄືນ ສະພາບການຮ່ວມມືໃນການປົກ ປັກຮັກສາຊາຍແດນ ໃນໄລຍະ 1 ປີ ທີ່ຜ່ານມາ ເປັນຕົ້ນແມ່ນການ ຮ່ວມມືກັນໃນການປະຕິບັດສັນ ຍາວ່າດ້ວຍການສະກັດກັ້ນ, ແກ້ໄຂບັນຫາການຍົກຍ້າຍຖິ່ນ ຖານຕາມລໍາພັງໃຈ ແລະ ການ ແຕ່ງງານທີ່ບໍ່ຖືກຕ້ອງຕາມລະ ບຽບກົດໝາຍລະຫວ່າງປະຊາ ຊົນສອງຝາກຊາຍແດນ; ອະນຸ ສັນຍາ, ສັນຍາວ່າດ້ວຍລະບຽບ ການຊາຍແດນທີ່ສອງຝ່າຍໄດ້ ລົງນາມ; ການແກ້ໄຂບັນຫາສະ ພາບຂ້າມແດນຜິດກົດໝາຍ, ຄ້າຂາຍເຖື່ອນ, ຄ້າຂາຍຢາເສບ ຕິດຂ້າມຊາຍແດນ. ນອກນັ້ນ, ກອງປະຊຸມຍັງ ໄດ້ທົບທວນຄືນ ແລະ ຍົກໃຫ້ເຫັນ ວຽກງານການປະສານສົມທົບ ລະຫວ່າງກອງບັນຊາການທະ ຫານແຂວງຂອງ ສປປ ລາວ ທີ່ມີຊາຍແດນຕິດຈອດກັບ ສສ ຫວຽດນາມ ແລະ ກອງບັນຊາ ການທະຫານຊາຍແດນແຂວງ ຫວຽດນາມ; ກອງຮ້ອຍທະຫານ ຊາຍແດນ ລາວ ແລະ ຄ້າຍທະຫານ ຊາຍແດນຫວຽດນາມ ທີ່ໄດ້ມີ ການພົວພັນປະສານສົມທົບກັນຢ່າງແໜ້ນແຟ້ນໃນການປົກປັກ ຮັກສາເສັ້ນຊາຍແດນແຫ່ງຊາດ, ຮັກສາຄວາມສະຫງົບ, ຄວາມ ເປັນລະບຽບຮຽບຮ້ອຍຕາມ ບໍລິເວນຊາຍແດນຂອງສອງປະ ເທດ(ລາວ-ຫວຽດນາມ); ການ ພົວພັນຮ່ວມມືຊ່ວຍເຫຼືອເຊິ່ງກັນ ແລະ ກັນເປັນຕົ້ນ: ການກໍ່ສ້າງ ບຸກຄະລາກອນ, ເຝິກອົບຮົມພະ ນັກງານລະຫວ່າງຄູ່ແຂວງແຮກ ສ່ຽວ ແລະ ການຮ່ວມມືຊ່ວຍເຫຼືອ ດ້ານອື່ນໆ. ບົນພື້ນຖານຈິດໃຈສາມັກຄີ, ມິດຕະພາບ ແລະ ການຮ່ວມມື ຮອບດ້ານກອງປະຊຸມໄດ້ເອກະ ພາບກ່ຽວກັບທິດທາງແຜນການ ທີ່ສອງຝ່າຍຈະໄດ້ສືບຕໍ່ຮ່ວມມື ກັນໃນປີ 2021, ເປັນຕົ້ນ: ການ ຍົກລະດັບການພົວພັນຮ່ວມມືປະ ສານສົມທົບລະຫວ່າງກໍາລັງ ປ້ອງກັນຊາຍແດນຂອງສອງປະ ເທດ ໃຫ້ນັບມື້ກ້າວເຂົ້າສູ່ລວງເລິກ ເພື່ອພ້ອມກັນເຮັດສໍາເລັດໜ້າທີ່, ພ້ອມກັນສ້າງຊາຍແດນລາວ-ຫວຽດນາມ ໃຫ້ເປັນຊາຍແດນ ສັນຕິພາບ, ມິດຕະພາບ ແລະ ຮ່ວມ ມືພັດທະນາຮອບດ້ານ; ພ້ອມກັນ ນັ້ນສອງຝ່າຍຈະໄດ້ແລກປ່ຽນ ສະພາບເຊິ່ງກັນ ແລະ ກັນ ໃຫ້ເປັນ ປົກກະຕິ; ຍົກສູງສະຕິ ແລະ ຕັ້ງ ໜ້າເຂົ້າຮ່ວມໃນການຕໍ່ສູ້, ສະ ກັດກັ້ນບັນຫາປະກົດການຫຍໍ້ທໍ້, ການເຄື່ອນໄຫວທີ່ຂັດຕໍ່ລະບຽບ ກົດໝາຍ, ການໂຄສະນາໃສ່ຮ້າຍ ປ້າຍສີບິດເບືອນແນວທາງຂອງ ພັກ-ລັດ ທີ່ຈະເກີດຜົນເສຍຫາຍ ແກ່ສັງຄົມ, ແກ່ປະເທດຊາດ; ເອົາ ໃຈໃສ່ສຶກສາອົບຮົມປະຊາຊົນຢູ່ ຕາມບໍລິເວນຊາຍແດນຂອງສອງ ປະ ເທດ ໃຫ້ເຂົາເຈົ້າເຂົ້າໃຈ ແລະ ຕື່ນຕົວປະຕິບັດກ່ຽວກັບຂໍ້ກໍານົດ, ກົດລະບຽບ, ສັນຍາວ່າດ້ວຍລະ ບຽບການຊາຍແດນ ແລະ ດ່ານ ຊາຍແດນ ທີ່ລັດຖະບານສອງປະເທດໄດ້ລົງນາມຮ່ວມກັນ. ໃນໂອກາດດັ່ງກ່າວ, ກອງ ບັນຊາການທະຫານຊາຍແດນ ກະຊວງປ້ອງກັນປະເທດຫວຽດ ນາມ ກໍໄດ້ມອບອຸປະກອນການ ແພດຮັບໃຊ້ເຂົ້າໃນການສະກັດ ກັ້ນ, ຕ້ານການແຜ່ລະບາດຂອງ ພະຍາດ ໂຄວິດ-19 ມູນຄ່າຫຼາຍ ກວ່າ 300.000.000 ດົງ (ສະກຸນເງິນຫວຽດນາມ) ຊ່ວຍເຫຼືອໃຫ້ແກ່ກົມທະຫານ ຊາຍແດນ ກົມໃຫຍ່ເສນາທິການ ກອງທັບປະຊາຊົນລາວ, ກ່າວ ຮັບໂດຍ ສະຫາຍ ພັນເອກ ອຸ່ນ ຄໍາ ສີແຫວນວົງສັກ ຮອງຫົວ ໜ້າກົມທະຫານຊາຍແດນກອງ ທັບປະຊາຊົນລາວ ແລະ ກ່າວ ມອບໂດຍ ສະຫາຍ ພົນຈັດຕະ ວາ ຫງວຽນ ແອັງ ຕ໋ວນ ຫົວ ໜ້າກົມການເມືອງກອງບັນຊາ ການທະຫານຊາຍແດນຫວຽດ ນາມ. ໂດຍ: ບຸນນອງ ອະໄພ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ