ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ເປີດຊຸດອົບຮົມບຳລຸງຄູການທະຫານໄລຍະສັ້ນໃຫ້ແກ່ກົມກອງກຳລັງຫຼວງ - ກຳລັງທ້ອງຖິ່ນ
ເວລາອອກຂ່າວ: 2020-10-10 11:25:09 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 67 | ຄວາມນິຍົມ:



ໃນວັນທີ 7 ຕຸລາ 2020 ນີ້ ຢູ່ສະໂມສອນສະໝາມກີລາອາ ຊຽນກອງພັນ (199 )ກົມອົບ ຮົມ, ກົມໃຫຍ່ເສນາທິການກອງ ທັບໄດ້ຈັດພິທີເປີດຊຸດອົບຮົມບຳ ລຸງຄູການທະຫານໄລຍະສັ້ນໃຫ້ ແກ່ກົມກອງກຳລັງຫຼວງ-ກຳລັງ ທ້ອງຖິ່ນໃນທົ່ວກອງທັບ ຂຶ້ນໂດຍ ການເຂົ້າຮ່ວມເປັນປະທານຂອງ ສະຫາຍພົນຕີ ຈັນທອງ ສອນຕະ ອາດ ກຳມະການຄະນະພັກກະ ຊວງປ້ອງກັນປະເທດ, ຮອງ ຫົວໜ້າກົມໃຫຍ່ເສນາທິການ ກອງທັບ, ມີ ສະຫາຍ ພົນຈັດຕະ ວາ ພັນແສງ ບຸນພັນ ກຳມະການຄະນະພັກກົມໃຫຍ່, ຫົວໜ້າກົມ ອົບຮົມກົມໃຫຍ່ເສນາທິການ ກອງທັບ, ມີບັນດາຜູ້ຕາງໜ້າ ຈາກຫ້ອງການເມືອງ, ກົມກຳລັງ ພົນ, ກົມໂຮງຮຽນ ແລະ ຄະນະ ພັກ-ຄະນະບັນຊາກອງພັນ 199 ພ້ອມດ້ວຍນັກເຝິກອົບຮົມທີ່ມາ ຈາກກຳລັງຫຼວງ- ກຳລັງທ້ອງຖິ່ນ ເຂົ້າຮ່ວມ. ສະຫາຍ ພົນຈັດຕະວາ ພັນ ແສງ ບຸນພັນ ໄດ້ຂຶ້ນຜ່ານແຜນ ການເປິດຊຸດອົບຮົມບຳລຸງຄູການ ທະຫານໄລຍະສັ້ນໃຫ້ບັນດາກົມ ກອງກຳລັງຫຼວງ-ກຳລັງທ້ອງ ຖິ່ນ ໃນຄັ້ງນີ້ແມ່ນອີງຕາມມະຕິກອງປະຊຸມໃຫຍ່ອົງຄະນະພັກ ກະຊວງປ້ອງກັນປະເທດຄັ້ງທີ IV ວ່າດ້ວຍ 4 ໜ້າທີ່ໃຫຍ່ 26 ແຜນງານເວົ້າລວມ, ເວົ້າສະເພາະ ແມ່ນແຜນງານອົບຮົມ-ຫັດແອບ, ປັບປຸງລະບຽບແຜນແບບ ແລະ ເຝິກຝົນແຮງກາຍ, ອີງຕາມ ຄວາມຮຽກຮ້ອງຕ້ອງການໃນ ການອົບຮົມ-ຫັດແອບຢູ່ບັນດາ ກົມກອງກຳລັງຫຼວງ-ກຳລັງ ທ້ອງຖິ່ນ, ເພາະໃນໄລຍະຜ່ານມາການກໍ່ສ້າງບຳລຸງວິຊາສະເພາະ, ຂະແໜງດັ່ງກ່າວຍັງບໍ່ທັນພຽງພໍ, ທັງປະລິມານ ແລະ ຄຸນນະພາບ, ອັນໄດ້ສົ່ງຜົນກະທົບຕໍ່ວຽກງານ ອົບຮົມ-ຫັດແອບຢູ່ບັນດາກົມ ກອງພໍສົມຄວນ, ອີງຕາມທິດຊີ້ນຳ ຂອງກົມໃຫຍ່ເສນາທິການກອງ ທັບ ຈຸດປະສົງແມ່ນເພື່ອແນ່ໃສ່ບຳລຸງຍົກລະດັບໃຫ້ພະນັກງານຄູການທະຫານທີ່ເຂົ້າຫັດແອບ ໃຫ້ມີຄວາມຮູ້, ຄວາມເຂົ້າໃຈຢ່າງ ເລີກເຊິ່ງກ່ຽວກັບທິດສະດີຫຼັກ ການ, ວຽກງານຈັດຕັ້ງອົບຮົມ ຫັດແອບ, ສ້າງແຜນການ-ສະຫຼຸບ ລາຍງານ ແລະ ມີຄວາມຊຳນິຊຳ ນານໃນການອົບຮົມຫັດແອບຢູ່ ພາກສະໝາມຕົວຈິງໃຫ້ກົມກອງ ພື້ນຖານ, ເພື່ອເອກະພາບຄືນບາງ ຫຼັກການສິລະປະຍຸດ-ຍຸດທະວິທີ, ລະບຽບວິໃນ, ຂໍ້ກຳນົດກົດລະ ບຽບ ແລະ ເນື້ອໃນເຝິກຝົນກຳລັງ ແຮງກາຍຂອງກອງທັບ ໃຫ້ເປັນ ເອກະພາບກັນ ແລະ ເປັນການສົນ ທະນາແລກປ່ຽນບົດຮຽນໃຫ້ແກ່ ບັນດາພະນັກງານທີ່ເຂົ້າຮ່ວມ ອົບຮົມໃນຄັ້ງນີ້ສົມທຽບກັບການ ເຄື່ອນໄຫວອົບຮົມ-ຫັດແອບໄລ ຍະທີ່ຜ່ານມາເພື່ອຊອກໃຫ້ດ້ານ ດີ-ດ້ານອ່ອນ, ຂໍ້ຄົງຄ້າງ ແລະ ວິທີແກ້ໄຂໃນຕໍ່ໜ້າໃຫ້ມີຄວາມ ເອກະພາບກັນຖືກຕ້ອງຕາມຫຼັກ ການ ແລະ ຈຸດພິເສດຂອງກົມ ກອງ ຕົນເອງ ໃນນັ້ນໄດ້ແບ່ງປັນເວ ລາໃຫ້ແຕ່ລະເນື້ອໃນອົບຮົມຄື: 1. ພາກວິຊາລວມ, ຫຼັກການທຳ ນຽມການສອນ ຂອງຄູ, ວິທີສ້າງ ແຜນການອົບຮົມ, ວິທີສະຫຼຸບ, ລາຍງານວຽກງານອົບຮົມ, 2, ວິ ຊາກີລາການທະຫານ, ທິດສະດີ ຫຼັກການນັກຮົບແຂງແຮງ, ແລ່ນ ມ້າງປະກອບອາວຸດ 400 ແມັດ, 3 ວິຊາການທະຫານສົມທົບ, ພາກ ປະຕິບັດຕົງຈິງ, 4 ວິຊາລະບຽບ, ເອກະພາບຄືນຂໍ້ກຳ ນົດ 7 ລະບອບ 18 ວຽກ ແລະ ຂໍ້ກຳນົດອື່ນໆ, ລະບຽບວິທີການຕ່າງໆ, ລະບຽບ ບຸກຄົນມືເປົ່າ, ມີປືນຄົງທີ່ ແລະ ເຄື່ອນທີ່, ລະບຽບຮູບແຖວຂັ້ນໝູ່, ກອງພັນນ້ອຍ, ພາກປະຕິບັດຕົວ ຈິງ, 5. ວິຊາສິລະປະຍຸດ ທະຫານ ຮາບ: ແມ່ນຈະຮຽນທິດສະດີຍິງ ປືນທະຫານຮາບ ແລະ ຫຼັກການ ນຳໃຊ້ກ້ອງPSO-1, ບົດຍິງ ປະສານໝູ່ບຸກຕີ, ຫຼັກການຈັດ ຕັ້ງ ແລະ ວິທີອົບຮົມສິລະປະຍຸດ ທະຫານຮາບ, ຫຼັກການຈັດຕັ້ງ ແລະ ວິທີກວດກາ 5 ສິລະປະ ຍຸດທະຫານຮາບ, ພາກປະຕິບັດ ຕົວຈິງ, 6. ວິຊາຍຸດທະວິທີທະ ຫານຮາບ, ເອກະພາບຄືນຫຼັກການຍຸດທະວິທີຂັ້ນຄໍ, ງໍ ບຸກຕີ, ຈັ່ງທ່າ, ຫຼັກການຈັດຕັ້ງ ແລະ ວິ ທີອົບຮົມຍຸດທະວິທີໃຫ້ກົມກອງ, ພາກປະຕິບັດຫັດແອບຍຸດທະ ວິທີ (ຫັດແອບລວບລວມ), ແລະ 7. ແຕ່ງບົດສອນ ແລະ ສອນທົດລອງແຕ່ລະວິຊາ: ສະ ເໜີຫຼັກການແຕ່ງບົດສອນ, ກະ ກຽມແຕ່ງບົດສອນແຕ່ລະວິຊາ, ຫັດແອບສິດສອນວິຊາກີລາ, ຫັດແອບສິດສອນວິຊາລະບຽບ, ຫັດແອບສິດສອນວິຊາສິລະປະ ຍຸດ, ຫັດແອບສິດສອນວິຊາຍຸດທະ ວິທີການເປີດຊຸດອົບຮົມບຳລຸງ ໃນຄັ້ງນີ້ແມ່ນຈະໄດ້ດຳເນີນໄປ ເປັນເວລາ 45 ວັນຈິ່ງຈະອັດລົງ. ໂດຍ: ແສງສຸລີ ພົມມະຈັກ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ