ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ທະຫານແຂວງສະຫວັນນະເຂດ ສະຫຼຸບຖອດຖອນບົດຮຽນວຽກງານປະກັນສັງຄົມ, ປະກັນສຸຂະພາບໄລຍະ 1 ປີ
ເວລາອອກຂ່າວ: 2020-10-10 11:23:06 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 66 | ຄວາມນິຍົມ:



ໃນວັນທີ 7 ຕຸລາ 2020 ນີ້.ກອງບັນຊາການທະຫານແຂວງ ສະຫັວນນະເຂດ ໄດ້ຈັດກອງ ປະຊຸມສະຫຼຸບຖອດຖອນບົດ ຮຽນວຽກງານປະກັນສັງຄົມ ແລະ ປະກັນສຸຂະພາບ ໄລ ຍະ1 ປີຜ່ານມາ.ຄື: (ເດືອນ 5/2019-ເດືອນ 4/2020). ຢູ່ ທີ່ສະໂມສອນກອງບັນຊາການ ທະຫານແຂວງ ໂດຍການເປັນປະ ທານຂອງ ສະຫາຍ ພົນຈັດຕະວາ ສົມປອງ ລຸດຈະດາ ກຳມະການ ຄະນະພັກກົມໃຫຍ່ການເມືອງ ກອງທັບ ຫົວໜ້າກົມປະກັນສັງ ຄົມກອງທັບ. ເປັນກຽດເຂົ້າ ຮ່ວມໂດຍ ສະຫາຍ ພັນເອກ ດຣ ນາງ ວັນ ເພັງ ພວງສາວະດີ ຮອງຫົວໜ້າກົມເສນາຮັກ ແລະ ສະຫາຍ ພັນເອກ ສີ ທະວີໄຊ ເລຂາຄະນະພັກ-ຫົວໜ້າການ ເມືອງກອງບັນຊາການທະຫານແຂວງສະຫວັນນະເຂດ. ມີບັນ ດາພະນັກງານຫຼັກແຫຼ່ງຈາກ ອົງການ 5 ຫ້ອງ, ກົມກອງອ້ອມ ຂ້າງ ແລະ ພະນັກງານວິຊາ ການປະກັນສັງຄົມຈາກກົມ ປະກັນສັງຄົມ, ກົມເສນາຮັກ ກອງທັບ ແລະ ກອງບັນຊາການ ທະຫານເມືອງ 14 ເມືອງ, 1 ນະຄອນ, ກອງພັນ, ກອງຮ້ອຍ ເອກກະລາດເຂົ້າຮ່ວມ. ໃນພິທີ ສະຫາຍ ພັນໂທ ດຣ ບຸນແຂວງ ລາດຊະພົນ ຜູ້ອຳ ນວຍການໂຮງໝໍກອງບັນຊາ ການທະຫານແຂວງສະຫັວນນະ ເຂດ ຂຶ້ນສະຫຼຸບຕີລາຄາຄືນການ ຈັດຕັ້ງປະຕິບັດວຽກງານປະກັນ ສັງຄົມ ແລະ ປະກັນສຸຂະພາບທົ່ວ ກອງບັນຊາການທະຫານແຂວງ ໃນໄລຍະ1 ປີຜ່ານມາ ເຊິ່ງການ ຄຸ້ມຄອງລະບອບປະກັນສັງຄົມ ຂອງກອງບັນຊາການທະຫານ ແຂວງສະຫັວນນະເຂດ ແມ່ນ ພາກສ່ວນໜຶ່ງຂອງອົງການປະ ກັນສັງຄົມແຫ່ງລັດ ເປັນຫົວ ໜ່ວຍດ້ານການເງິນເອກກະລາດ ໂດຍຢູ່ໃຕ້ການຊີ້ນຳ-ນຳພາ ແລະ ສັ່ງການໂດຍກົງຈາກກອງບັນ ຊາການທະຫານແຂວງສະຫວັນ ນະເຂດ ດ້ານດີ: ມີຜູ້ມາໃຊ້ ບໍລິການຈຳນວນ 19.226 ເທື່ອຄົນກວດເຂດນອກ 16.714 ເທື່ອຄົນ, ເຂດໃນມີ 2.339 ເທື່ອຄົນສ້າງລາຍຮັບໄດ້ 969.238.645 ກີບ ຂໍ້ຄົງຄ້າງ ຍັງຂາດການເຜີຍແຜ່ກົດລະ ບຽບປະກັນສັງຄົມຍັງບໍ່ທັນທົ່ວ ເຖິງເທົ່າທີ່ຄວນ ແລະ ຜູ້ໃຊ້ສິດຍັງ ບໍ່ທັນເຂົ້າໃຈຕໍ່ການນຳໃຊ້ບັດປະ ກັນສັງຄົມ ແລະ ບໍ່ປະຕິບັດຂໍ້ກຳ ນົດຂອງກົມປະກັນສັງຄົມກອງ ທັບວາງອອກ ບໍ່ໄປປິນປົວຢູ່ໂຮງ ໝໍທີ່ຄູ່ສັນຍາໄວ້, ສຸດທ້າຍເອົາບິນ ບົງມາຂໍຖອນເງິນຄືນ. ເຮັດໃຫ້ ພາກສ່ວນກ່ຽວຂ້ອງມີຄວາມສັບ ສົນ ໃນນັ້ນຄະນະວິຊາການປະ ກັນສັງຄົມ ແລະ ກົມເສນາຮັກ ກອງທັບ ໄດ້ເຜີຍແຜ່ເພີ່ມເຕີມ ວຽກງານການປະກັນສັງຄົມ, ປະກັນສຸຂະພາບລະບົບປະກັນ ສັງຄົມກອງທັບ ຄຳສັ່ງແນະນຳ ຂອງລັດຖະມົນຕີກະຊວງປ້ອງ ກັນປະເທດວ່າດ້ວຍການຈັດ ຕັ້ງປະຕິບັດກົດໝາຍປະກັນສັງ ຄົມໃນກອງທັບ ຈາກນັ້ນຜູ້ເຂົ້າ ຮ່ວມກໍໄດ້ຜັດປ່ຽນກັນຂຶ້ນສະ ເໝີປະກອບຄຳຄິດຄຳເຫັນຕໍ່ ບົດສະຫຼຸບດັ່ງກ່າວເພື່ອເຮັດໃຫ້ ບົດສະຫຼຸບມີເນື້ອໃນອຸດົມສົມບູນຂຶ້ນຕື່ມ. ໃນຕອນທ້າຍ ສະຫາຍ ພົນ ຈັດຕະວາ ສົມປອງ ລຸດຈະດາ ກໍ ໄດ້ໃຫ້ກຽດຂຶ້ນໂອ້ລົມ ແລະ ສະ ຫາຍຍັງໄດ້ຮຽກຮ້ອງໃຫ້ພະນັກ ງານວິຊາການປະກັນສັງຄົມ, ບັນ ດາວີຊາສະເພາະເຫຼົ່າຮົບເສນາ ຮັກທຸກສະຫາຍຈົ່ງພ້ອມກັນປະ ຕິບັດຄຳຂັວນ 5 ດີ 1 ພໍໃຈ ຂອງ ຂັ້ນເທິງວາງອອກ ແລະ ກຳແໜ້ນ ເອກກະສານຂໍ້ກຳນົດຕ່າງໆ ຂອງກົມປະກັນສັງຄົມກອງທັບ ຢ່າງເລິກເຊິ່ງ ເພື່ອນຳໄປໝູນໃຊ້ ເຂົ້າໃນໜ້າທີ່ວຽກງານວິຊາ ສະເພາະຂອງຕົນໃຫ້ດີຂຶ້ນເປັນ ກ້າວໆ. ໂດຍ: ຄຳໃສ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ