ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ປະທານປະເທດແຫ່ງ ສປປ ລາວ ຕ້ອນຮັບນາຍົກລັດຖະມົນຕີແຫ່ງ ຣາຊະອານາຈັກໄທ
ເວລາອອກຂ່າວ: 2018-12-14 10:49:06 | ຜູ້ຂຽນ : | ຈຳນວນຄົນເຂົ້າຊົມ: 71 | ຄວາມນິຍົມ:



ໃນຕອນບ່າຍຂອງວັນທີ 13 ທັນວາ 2018, ທີ່ທຳນຽບ ປະທານປະເທດ, ພະນະທ່ານ ບຸນ ຍັງ ວໍລະຈິດ, ປະທານປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບ ການເຂົ້າຢ້ຽມຂໍ່ານັບຂອງພະນະ ທ່ານ ພົນເອກ ປຣະຢຸດ ຈັນໂອຊາ, ນາຍົກລັດຖະມົນຕີ ແຫ່ງຣາຊະ ອານາຈັກໄທ, ພ້ອມດ້ວຍຄະນະ ໃນໂອກາດເດີນທາງມາຢ້ຽມ ຢາມ, ເຮັດວຽກ ແລະ ເຂົ້າຮ່ວມ ກອງປະຊຸມຮ່ວມນາຍົກລັດຖະ ມົນຕີ ແລະ ລັດຖະມົນຕີ ລາວ-ໄທ ແບບບໍ່ເປັນທາງການ (Joint Cadinet Retreat-JCR) ຄັ້ງ ທີ 3, ເຊິ່ງໄດ້ຈັດຂຶ້ນໃນລະຫວ່າງ ວັນທີ 13-14 ທັນວາ 2018, ທີ່ ນະຄອນຫຼວງວຽງຈັນ. ໃນໂອກາດນີ້, ພະນະທ່ານປະ ທານປະເທດ ບຸນຍັງ ວໍລະຈິດ ໄດ້ ສະແດງຄວາມຍິນດີຕ້ອນຮັບຢ່າງ ອົບອຸ່ນ ແລະ ຕີລາຄາສູງຕໍ່ການ ຢ້ຽມຢາມ ສປປ ລາວ ຂອງພະ ນະທ່ານນາຍົກລັດຖະມົນຕີ ປຣະ ຢຸດ ຈັນໂອຊາ, ເຊິ່ງເປັນການປະ ກອບສ່ວນເຂົ້າໃນການຮັດແໜ້ນ ແລະ ເສີມຂະຫຍາຍສາຍພົວພັນ ມິດຕະພາບ ແລະ ການຮ່ວມມື ອັນດີ ຖານບ້ານໃກ້ເຮືອນຄຽງທີ່ ມີມາແຕ່ດົນນານລະຫວ່າງສອງ ປະເທດໃຫ້ແໜ້ນແຟ້ນຍິ່ງໆຂຶ້ນ, ລາວ ແລະ ໄທເປັນປະເທດເພື່ອນ ບ້ານໃກ້ຄຽງ ທີ່ມີເສັ້ນຊາຍແດນ ຕິດຈອດກັນທັງທາງບົກ, ທາງ ນໍ້າ ແລະ ທາງອາກາດ, ມີຄວາມ ຜູກພັນທາງດ້ານປະຫວັດສາດ, ວັດທະນະທຳຮີດຄອງປະເພນີ ແລະ ພາສາປາກເວົ້າທີ່ຄ້າຍຄືກັນ ອັນນີ້ຖືວ່າເປັນສິ່ງທີ່ພິເສດທີ່ສຸດ, ປະຊາຊົນສອງປະເທດມີການໄປ ມາຫາສູ່ກັນ ແລະ ດຳລົງຊີວິດຢູ່ ຮ່ວມກັນດ້ວຍຄວາມສາມັກຄີ ແລະ ເພິ່ງພາອາໄສເຊິ່ງກັນ ແລະ ກັນ, ຄວາມຄ້າຍຄືກັນຂອງສອງ ປະເທດ ບໍ່ສາມາດຕັດແຍກອອກ ຈາກກັນໄດ້. ນອກຈາກນີ້, ພະນະ ທ່ານປະທານປະເທດ ບຸນຍັງ ວໍ ລະຈິດ ຍັງໄດ້ສະແດງຄວາມຊົມ ເຊີຍທີ່ສອງປະເທດ ໄດ້ມີການ ແລກປ່ຽນການຢ້ຽມຢາມເຊິ່ງກັນ ແລະ ກັນຢ່າງເປັນປົກກະຕິ ນັບ ແຕ່ສູນກາງລົງຮອດທ້ອງຖິ່ນ, ໃນຊຸມປີຕໍ່ໜ້າໃຫ້ມີການສືບຕໍ່ຊຸກ ຍູ້ເສີມຂະຫຍາຍການໄປມາຫາສູ່ ກັນໃນຫຼາຍຂົງເຂດຕື່ມອີກ, ພ້ອມ ນັ້ນ, ພະນະທ່ານປະທານປະເທດ ຍັງໄດ້ສະແດງຄວາມຊົມເຊີຍຕໍ່ ຄະນະກຳມາທິການຊາຍແດນ ຮ່ວມ ແລະ ຄະນະເຈົ້າໜ້າທີ່ອາ ວຸໂສຂອງສອງຝ່າຍ ທີ່ມີຄວາມ ພະຍາຍາມຊອກຫາວິທີທາງແກ້ ໄຂບັນຫາຊາຍແດນທີ່ຍັງຄົງຄ້າງ ຮ່ວມກັນ ໂດຍມີຄວາມຄືບໜ້າ ຕາມລຳດັບໃນການດຳເນີການ ສຳຫຼວດ ແລະ ປັກຫຼັກໝາຍຊາຍ ແດນຮ່ວມກັນ ເພື່ອເຮັດໃຫ້ວຽກ ງານດັ່ງກ່າວໄດ້ຮັບການຈັດຕັ້ງ ປະຕິບັດຢ່າງຕໍ່ເນື່ອງ, ດັ່ງນັ້ນ, ຈຶ່ງຊຸກຍູ້ໃຫ້ໜ່ວຍງານທີ່ກ່ຽວ ຂ້ອງທັງສອງຝ່າຍ ເພີ່ມທະວີ ການແກ້ໄຂບັນຫາຊາຍແດນໃຫ້ ສຳເລັດຕາມເປົ້າໝາຍທີ່ທັງສອງ ຝ່າຍໄດ້ຕົກລົງຮ່ວມກັນຄື: ຊາຍ ແດນທາງບົກໃຫ້ສຳເລັດໃນປີ 2020 ແລະ ຊາຍແດນທາງນໍ້າ ໃຫ້ສຳເລັດໃນປີ 2021. ພ້ອມດຽວກັນນັ້ນ, ພະນະ ທ່ານປະທານປະເທດ ບຸນຍັງ ວໍ ລະຈິດ ໄດ້ຕາງໜ້າໃຫ້ລັດຖະ ບານລາວ ສະແດງຄວາມຂອບ ໃຈມາຍັງລັດຖະບານໄທ ໂດຍ ສະເພາະໃນການພັດທະນາພື້ນ ຖານໂຄງລ່າງໃນໄລຍະຜ່ານມາ ແລະ ຊຸກຍູ້ໃຫ້ລັດຖະບານໄທ ສືບ ຕໍ່ຊ່ວຍເຫຼືອ ແລະ ສະໜັບສະໜູນ ການພັດທະນາພື້ນຖານໂຄງລ່າງ ຂອງ ສປປ ລາວ ເປັນຕົ້ນແມ່ນ ບັນດາເສັ້ນທາງ, ຂົວຂ້າມນໍ້າ ຂອງ ແລະ ໂຄງການອື່ນໆ ເພື່ອໃຫ້ ມີການຈັດຕັ້ງປະຕິບັດໂດຍໄວ, ເຊິ່ງຈະເປັນການປະກອບສ່ວນ ອັນສຳຄັນເຂົ້າໃນການເຊື່ອມໂຍງ ເຊື່ອມຈອດລະຫວ່າງ ລາວ-ໄທ ແລະ ພາຍໃນອານຸພາກພື້ນໃຫ້ມີ ຄວາມສະດວກຍິ່ງຂຶ້ນ, ພ້ອມນີ້, ພະນະທ່ານປະທານປະເທດຍັງ ໄດ້ສະແດງຄວາມຂອບໃຈໄປຍັງ ສົມເດັດພະເຈົ້າມະຫາຊີວິດ ແລະ ພະບໍລົມວົງສານຸວົງທຸກພະອົງ, ລັດຖະບານ ແລະ ປະຊາຊົນໄທ ທຸກຖ້ວນໜ້າທີ່ໄດ້ໃຫ້ການຊ່ວຍ ເຫຼືອແກ່ ສປປ ລາວ, ໂດຍສະ ເພາະແມ່ນການຊ່ວຍເຫຼືອປະຊາ ຊົນຜູ້ປະສົບໄພພິບັດທີ່ເມືອງສະ ໜາມໄຊ, ແຂວງອັດຕະປື ໃນ ເດືອນກໍລະກົດ 2018 ທີ່ຜ່ານ ມາ ແລະ ວ່າ ສປປ ລາວ ພ້ອມທີ່ ຈະໃຫ້ການສະໜັບສະໜູນ ແລະ ໃຫ້ການຮ່ວມມືເພື່ອເຮັດໃຫ້ການ ເປັນປະທານໜູນວຽນອາຊຽນ ຂອງໄທ ໃນປີ 2019 ໄດ້ຮັບຜົນ ສຳເລັດຢ່າງຈົບງາມ. ໃນຕອນທ້າຍ, ພະນະທ່ານ ບຸນ ຍັງ ວໍລະຈິດ ກໍໄດ້ອວຍພອນໃຫ້ ການຢ້ຽມຢາມເຮັດວຽກ ແລະ ເຂົ້າຮ່ວມກອງປະຊຸມຮ່ວມນາຍົກ ລັດຖະມົນຕີ ແລະ ລັດຖະມົນຕີ ລາວ-ໄທ ແບບບໍ່ເປັນທາງການ ຄັ້ງທີ 3 ທີ່ ສປປ ລາວ ໃນຄັ້ງນີ້ ຈົ່ງປະສົບຜົນສຳເລັດຢ່າງຈົບ ງາມ. ໃນໂອກາດດຽວກັນ, ພະນະ ທ່ານນາຍົກລັດຖະມົນຕີ ປຣະຢຸດ ຈັນໂອຊາ ກໍໄດ້ສະແດງຄວາມ ຂອບໃຈເປັນຢ່າງສູງຕໍ່ການຕ້ອນ ຮັບອັນອົບອຸ່ນຂອງພະນະທ່ານ ປະທານປະເທດ ບຸນຍັງ ວໍລະຈິດ ໃນຄັ້ງນີ້, ພ້ອມທັງໄດ້ຕີລາຄາສູງ ຕໍ່ການພົວພັນຮ່ວມມື ລະຫວ່າງ ສອງລັດ ແລະ ປະຊາຊົນສອງ ຊາດ ລາວ-ໄທ ໃນໄລຍະຜ່ານ ມາ, ທີ່ໄດ້ຮັບການເສີມຂະຫຍາຍ ໃຫ້ແໜ້ນແຟ້ນຍິ່ງຂຶ້ນ ແລະ ສືບຕໍ່ ເຕີບໃຫຍ່ຂະຫຍາຍຕົວຢ່າງບໍ່ຢຸດ ຢັ້ງ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ