ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ລັດຖະມົນຕີກະຊວງປ້ອງກັນປະເທດ ໄດ້ຮັບການເລື່ອນຊັ້ນຈາກພົນໂທຂຶ້ນເປັນພົນເອກ
ເວລາອອກຂ່າວ: 2018-12-14 10:47:23 | ຜູ້ຂຽນ : | ຈຳນວນຄົນເຂົ້າຊົມ: 349218925 | ຄວາມນິຍົມ:



ພິທີປະກາດການເລື່ອນ ຊັ້ນທ່ານ ພົນໂທ ຈັນສະໝອນ ຈັນຍາລາດ ກຳມະການກົມການ ເມືອງສູນກາງພັກ ລັດຖະມົນຕີ ກະຊວງປ້ອງກັນປະເທດ ໄດ້ຈັດ ຂຶ້ນຢ່າງສົມກຽດທີ່ສຳນັກງານ ກະຊວງປ້ອງກັນປະເທດ ໃນຕອນ ບ່າຍວັນທີ 13 ທັນວາ 2018 ນີ້, ໂດຍການເປັນກຽດເຂົ້າຮ່ວມ ປະດັບຊັ້ນຂອງທ່ານ ພັນຄຳ ວິພາວັນ ກຳມະການກົມການ ເມືອງສູນກາງພັກ, ຜູ້ປະຈຳການ ຄະນະເລຂາທິການສູນກາງພັກ ຮອງປະທານປະເທດ ແຫ່ງ ສປປ ລາວ, ມີບັນດາສະຫາຍ ກົມການເມືອງ, ເລຂາທິການສູນ ກາງ ກຳມະການສູນກາງພັກ ພະນັກງານຂັ້ນນຳອ້ອມຂ້າງກະ ຊວງປ້ອງກັນປະເທດເຂົ້າຮ່ວມ. ສະຫາຍ ທອງຈັນ ຂົງຈູມຄຳ ຮອງຫົວໜ້າຄະນະຈັດຕັ້ງສູນ ກາງພັກໄດ້ຂຶ້ນຜ່ານລັດຖະດຳລັດ ຂອງປະທານປະເທດ ແຫ່ງ ສປປ ລາວ ວ່າດ້ວຍການເລື່ອນຊັ້ນ ນາຍທະຫານຂັ້ນສູງຈາກພົນໂທ ຂຶ້ນເປັນພົນເອກ ເຊິ່ງແມ່ນຊັ້ນສູງ ສຸດຂອງກອງທັບປະຊາຊົນລາວ ໂດຍອີງຕາມລັດຖະທຳມະນູນ ແຫ່ງ ສປປ ລາວ ສະບັບປັບປຸງ ປີ 2015 ມາດຕາ 67 ຂໍ້ 6 ອີງ ຕາມກົດໝາຍວ່າດ້ວຍນາຍທະ ຫານກອງທັບປະຊາຊົນລາວສະ ບັບປັບປຸງປີ 2018 ແລະ ອີງ ຕາມໜັງສືສະເໜີຂອງນາຍົກລັດ ຖະມົນຕີ ສະບັບເລກທີ 161/ນຍ ລົງວັນທີ 23 ພະຈິກ 2018 ວ່າ ດ້ວຍການເລື່ອນຊັ້ນນາຍທະຫານ ຈາກພົນໂທຂຶ້ນເປັນພົນເອກ ເຊິ່ງ ໃນລັດຖະດຳລັດໄດ້ລະບຸໄວ້ໃນ ມາດຕາ 1 ວ່າ ຕົກລົງເລື່ອນຊັ້ນ ສະຫາຍພົນໂທ ຈັນສະໝອນ ຈັນ ຍາລາດ ຂຶ້ນເປັນພົນເອກ. ໃນໂອກາດເຂົ້າຮ່ວມພິທີທີ່ມີ ຄວາມໝາຍສຳຄັນນີ້ສະຫາຍ ຮອງປະທານປະເທດໄດ້ກ່າວ ບາງຕອນວ່າ: ການເລື່ອນຊັ້ນໃຫ້ ນາຍທະຫານຂັ້ນສູງແມ່ນການ ເຕີບໃຫຍ່ຂະຫຍາຍຕົວຂອງກອງ ທັບແມ່ນຄວາມເຊື່ອໝັ້ນໄວ້ວາງ ໃຈຂອງພັກ-ລັດຖະບານ ແລະ ປະຊາຊົນລາວບັນດາເຜົ່າ ເຊິ່ງ ຜູ້ທີ່ໄດ້ຮັບການເລື່ອນຊັ້ນໃນຄັ້ງ ນີ້ໄດ້ຢັ້ງຢືນເຖິງຜົນງານທີ່ສະ ຫາຍພ້ອມດ້ວຍຄະນະນຳກະ ຊວງປ້ອງກັນປະເທດເຮັດສຳ ເລັດໜ້າທີ່ການເມືອງຂອງຕົນຕະ ຫຼອດໄລຍະທີ່ຜ່ານມາ, ກອງທັບ ປະຊາຊົນລາວໄດ້ມີຄວາມເຕີບ ໃຫຍ່ເຂັ້ມແຂງຂຶ້ນດັ່ງທຸກວັນນີ້ ແມ່ນຍ້ອນການປະກອບສ່ວນ ຂອງສະຫາຍ ພົນເອກ ຈັນສະ ໝອນ ຈັນຍາລາດ ແລະ ບັນດາ ຄະນະນຳກະຊວງປ້ອງກັນປະ ເທດໄດ້ຊີ້ນຳ-ນຳພາຢ່າງຕັ້ງໜ້າ ເຊິ່ງກອງທັບເຮົາ ນອກຈາກເຮັດ ພາລະກິດປົກປັກຮັກສາ ແລະ ພັດທະນາປະເທດຊາດແລ້ວຍັງ ເປັນກຳລັງຫຼັກແຫຼ່ງໃນການປະ ຕິບັດໜ້າທີ່ເຮັດໃຫ້ສະພາບພາຍ ໃນປະເທດມີຄວາມສະຫງົບປະ ຊາຊົນຢູ່ດີກິນດີມີສະຖຽນລະ ພາບດ້ານການເມືອງທີ່ໝັ້ນຄົງ ນອກນັ້ນຍັງໄດ້ເອົາໃຈໃສ່ລົງກໍ່ ສ້າງຮາກຖານການເມືອງພັດ ທະນາຊົນນະບົດຮອບດ້ານ ຊ່ວຍເຫຼືອປະຊາຊົນກອບກູ້ ແລະ ແກ້ໄຂໄພພິບັດໄປ ພ້ອມໆກັບການ ພັດທະນາກຳລັງປະກອບອາວຸດ ໃຫ້ເຂັ້ມແຂງກ້າວສູ່ແບບແຜນ ທັນສະໄໝເທື່ອລະກ້າວ. ໂດຍ: ບົວແກ້ວ ສິດທິວົງ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ