ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ເພີ່ມທະວີການຮ່ວມມື ສອງຂະແໜງການຂົນສົ່ງກອງທັບປະຊາຊົນລາວ-ຫວຽດນາມ
ເວລາອອກຂ່າວ: 2018-12-13 09:35:41 | ຜູ້ຂຽນ : | ຈຳນວນຄົນເຂົ້າຊົມ: 43 | ຄວາມນິຍົມ:



ໃນລະຫວ່າງວັນທີ 3-5 ທັນ ວາ 2018 ນີ້, ສະຫາຍ ພັນເອກ ບຸນຍົງ ວົງພົມ ຫົວໜ້າກົມຂົນສົ່ງ ກົມໃຫຍ່ພະລາທິການກອງທັບ ພ້ອມດ້ວຍຄະນະໄດ້ສຳເລັດການ ຢ້ຽມຢາມ ແລະ ເຮັດວຽກຢູ່ກົມ ຂົນສົ່ງ ກົມໃຫຍ່ພະລາທິການ ກອງທັບປະຊາຊົນຫວຽດນາມ, ໃຫ້ກຽດຕ້ອນຮັບຄະນະໂດຍ ສະ ຫາຍ ພົນຈັດຕະວາ ຫງວຽນ ວັນ ດຽວ ຫົວໜ້າກົມຂົນສົ່ງກົມໃຫຍ່ ພະລາທິການກອງທັບຫວຽດ ນາມ ຢ່າງອົບອຸ່ນ. ໂດຍປະຕິບັດຕາມການຮ່ວມມື ຮອບດ້ານລະຫວ່າງສອງກອງ ທັບປະຊາຊົນລາວ ແລະ ກອງ ທັບປະຊາຊົນຫວຽດນາມ, ເວົ້າ ລວມ, ເວົ້າສະເພາະແມ່ນສອງກົມ ຂົນສົ່ງ ກົມໃຫຍ່ພະລາທິການ ກອງທັບປະຊາຊົນລາວ ແລະ ກົມ ຂົນສົ່ງກອງທັບປະຊາຊົນຫວຽດ ນາມ ເຊິ່ງຍາມໃດກໍຮັກສາໄດ້ມູນ ເຊື້ອອັນດີງາມຕະຫຼອດມາ ທັງ ເປັນການຮັດແໜ້ນຄວາມສາມັກ ຄີແບບພິເສດອັນດູດດື່ມ ແລະ ສະ ໜິດແໜ້ນລະຫວ່າງຂະແໜງການ ຂົນສົ່ງສອງກອງທັບປະຊາຊົນ ລາວ-ຫວຽດນາມ ໃນວາລະການ ຢ້ຽມຢາມ ແລະ ເຮັດວຽກທັງ ສອງຝ່າຍໄດ້ລາຍງານສະພາບ ການຂອງຕົນໃຫ້ກັນຊາບ ພ້ອມ ທັງແລກປ່ຽນບົດຮຽນທາງດ້ານ ວິຊາສະເພາະຮັບປະກັນການ ຂົນສົ່ງລະຫວ່າງສອງກອງທັບ ລາວ-ຫວຽດນາມ ແລະ ຖອດ ຖອນບົດຮຽນທາງດ້ານການສ້າງ ບຸຄະລາກອນຂອງຂະແໜງການ ຂົນສົ່ງ ແລະ ວຽກງານອື່ນໆທີ່ ພົວພັນເຖິງວຽກງານຮັບປະກັນ ການຂົນສົ່ງອີກດ້ວຍ. ໂດຍ: ຄຳປະສົງ ລາດຊະວົງ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ