ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ຄະນະສິລະປະກອນກອງທັບ ສສ ມຽນມາ ສະແພດງມິດຕະພາບສະເຫຼີມສະຫຼອງວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 70 ປີ
ເວລາອອກຂ່າວ: 2018-12-13 09:31:33 | ຜູ້ຂຽນ : | ຈຳນວນຄົນເຂົ້າຊົມ: 72 | ຄວາມນິຍົມ:



ການສະແດງຂອງຄະນະສິ ລະປະກອນກອງທັບແຫ່ງ ສສ ມຽນມາ ໃນໂອກາດສະເຫຼີມ ສະຫຼອງວັນສ້າງຕັ້ງກອງທັບປະ ຊາຊົນລາວ ຄົບ ຮອບ 70 ປີ ຈັດ ຂຶ້ນທີ່ຫໍວັດທະນະທຳແຫ່ງຊາດ ນະຄອນຫຼວງວຽງຈັນ ໃນວັນທີ 11 ທັນວາ 2018 ນີ້, ໂດຍ ເປັນກຽດເຂົ້າຮ່ວມຮັບຊົມຂອງ ທ່ານພົນໂທ ສຸວອນ ເລືອງບຸນມີ ກຳມະການສູນກາງພັກ, ຮອງ ລັດຖະມົນຕີກະຊວງປ້ອງກັນປະ ເທດ, ຫົວໜ້າກົມໃຫຍ່ເສນາທິ ການກອງທັບ, ມີ ທ່ານ ບົວເງິນ ຊາພູວົງ ຮອງລັດຖະມົນຕີກະ ຊວງຖະແຫຼງຂ່າວວັດທະນະທຳ ແລະ ທ່ອງທ່ຽວ, ທ່ານພົນຈັດ ຕະວາ ຊໍມິນຕຸນ ຫົວໜ້ານຳພາ ຄະນະສິລະປະກອນກອງທັບ ແຫ່ງ ສສ ມຽນມາ, ມີການນຳ ພັກ-ລັດ, ຄະນະນຳກະຊວງ ປ້ອງກັນປະເທດ, ບັນດາທູດຕ່າງ ປະເທດປະຈຳ ສປປ ລາວ, ພ້ອມ ດ້ວຍຜູ້ຕາງໜ້າບັນດາກະຊວງ-ອົງການ ແລະ ພະນັກງານທະ ຫານ-ຕຳຫຼວດ, ຊາວນະຄອນ ຫຼວງວຽງຈັນເຂົ້າຮ່ວມຮັບຊົມ ຢ່າງຫຼວງຫຼາຍ. ທ່ານພົນຈັດຕະວາ ສາຍສະ ໝອນ ສະຫຼັບແສງ ຫົວໜ້າກົມ ໂຄສະນາອົບຮົມກົມໃຫຍ່ການ ເມືອງກອງທັບ ພ້ອມດ້ວຍ, ທ່ານ ພົນຈັດຕະວາ ຊໍມິນຕຸນ, ຫົວໜ້າ ນຳພາຄະນະສິລະປະກອນກອງ ທັບ ແຫ່ງຣາ ສສ ມຽນມາ ໄດ້ ຜັດປ່ຽນກັນມີຄຳເຫັນ ເຊິ່ງໄດ້ ກ່າວວ່າ: ໃນຄໍ່າຄືນນີ້ນາຍ ແລະ ພົນທະຫານ-ພໍ່ແມ່ປະຊາຊົນ ລາວບັນດາເຜົ່າໂດຍສະເພາະ ຊາວນະຄອນຫລວງວຽງຈັນ ຮູ້ສຶກເປັນກຽດ ແລະ ພາກພູມ ໃຈເປັນຢ່າງຍິ່ງທີ່ໄດ້ຕ້ອນຮັບ ແລະ ຊົມການສະແດງຂອງຄະ ນະສິລະປະກອງທັບ ສສ ມຽນ ມາ ເຊິ່ງໄດ້ນຳເອົາໄມຕີຈິດມິດ ຕະພາບຄວາມສາມັກຄີຮັກແພງ ຖານບ້ານໃກ້ເຮືອນຄຽງມາສູ່ ກອງທັບ ແລະ ປະຊາຊົນລາວໃນ ທ່າມກາງທີ່ທົ່ວພັກ, ທົ່ວກອງທັບ ແລະ ປະຊາຊົນລາວບັນດາເຜົ່າ ພວມອອກແຮງແຂ່ງຂັນກັນສ້າງ ຜົນງານຂໍ່ານັບນັບຕ້ອນວັນສ້າງ ຕັ້ງກອງທັບປະຊາຊົນລາວ ຄົບ ຮອບ 70 ປີ ຢ່າງເປັນຂະບວນ ກວ້າງຂວາງ ແລະ ຟົດຟຶ້ນ. ເຊິ່ງ ການເດີນທາງມາຢ້ຽມຢາມແລະ ສະແດງມິດຕະພາບຂອງຄະນະ ສິລະປະກອນກອງທັບ ສສ ມຽນ ມາ ໃນຄັ້ງນີ້ເປັນການປະກອບ ສ່ວນອັນສຳຄັນເຂົ້າໃນການສ້າງ ບັນຍາກາດຟົດຟື້ນມ່ວນຊື່ນ ແລະ ປຸກລະດົມກຳລັງໃຈຢ່າງໃຫຍ່ ຫຼວງໃຫ້ແກ່ພະນັກງານ-ນັກຮົບ ໃນກອງທັບ ແລະ ພໍ່ແມ່ປະຊາ ຊົນບັນດາເຜົ່າປະກອບສ່ວນເຂົ້າ ໃນການແຂ່ງຂັນກັນສ້າງຜົນ ງານຂໍ່ານັບຮັບຕ້ອນວັນສຳຄັນ ຕ່າງໆຂອງຊາດຂອງກອງທັບ ໂດຍສະເພາະສ້າງບັນຍາກາດ ສະເຫຼີມສະຫຼອງວັນຊາດທີ 2 ທັນວາຄົບຮອບ 43 ປີ, ວັນຄ້າຍ ວັນເກີດຂອງປະທານໄກສອນ ພົມວິຫານ ຄົບຮອບ 98 ປີ ແລະ ວັນສ້າງຕັ້ງກອງທັບປະຊາຊົນ ລາວຄົບຮອບ 70 ປີ ໃຫ້ເປັນຂະ ບວນການຟົດຟື້ນ. ການສະແດງມິດຕະພາບຂອງ ຄະນະສິລະປະກອນກອງທັບ ແຫ່ງ ສສ ມຽນມາ ຄັ້ງນີ້ບໍ່ພຽງ ແຕ່ປະກອບສ່ວນສ້າງບັນຍາ ກາດເບີກບານມ່ວນຊື່ນ ໃນໂອ ກາດວັນສຳຄັນຂອງຊາດເທົ່າ ນັ້ນ, ຍັງເປັນການແລກປ່ຽນ ບົດຮຽນທາງດ້ານສິລະປະວັດ ທະນະທຳ ແລະ ເສີມຂະ ຫຍາຍສາຍພົວພັນມິດຕະພາບ ລະຫວ່າງສອງຊາດ, ສອງກອງ ທັບ ແລະ ປະຊາຊົນສອງຊາດ ໃຫ້ແໜ້ນແຟ້ນຍິ່ງໆຂຶ້ນ. ການສະ ແດງຂອງຄະນະສິລະປະກອນ ກອງທັບແຫ່ງ ສສ ມຽນມາ ຄັ້ງ ນີ້ແມ່ນປະກອບ ມີ 12 ລາຍການ ສະແດງສຳຄັນທີ່ສ່ອງແສງເຖິງ ຮີດຄອງປະເພນີວັດທະນະທຳ ດ້ານສຽງເພງປະກອບບົດຟ້ອນ ທີ່ງົດງາມ ແລະ ສະແດງເຖິງ ສາຍພົວພັນມິດຕະພາບທີ່ດີງາມ ລະຫວ່າງສອງຊາດ, ສອງກອງ ທັບມຽນມາ-ລາວ ເຊິ່ງເຮັດໃຫ້ ຜູ້ຊົມມີຄວາມເບີກບານມ່ວນຊື່ນ ແລະ ປະທັບໃຈເປັນຢ່າງດີ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ