ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ປາຖະກະຖາມູນເຊື້ອກອງທັບ ຢູ່ມະຫາວິທະຍາໄລວິທະຍາສາດ-ສຸຂະພາບ ແລະ ຢູ່ຫ້ອງວ່າການສູນກາງພັກ
ເວລາອອກຂ່າວ: 2018-12-13 09:29:14 | ຜູ້ຂຽນ : | ຈຳນວນຄົນເຂົ້າຊົມ: 68 | ຄວາມນິຍົມ:



ໃນວັນທີ 12 ທັນວາ 2018 ນີ້, ມະຫາວິທະຍາໄລວິທະຍາ ສາດສຸຂະພາບໄດ້ຈັດຕັ້ງພິທີປາ ຖະກະຖາມູນເຊື້ອວັນສ້າງຕັ້ງ ກອງທັບປະຊາຊົນລາວ ຄົບຮອບ 70 ປີ ຂຶ້ນຢູ່ທີ່ສະໂມສອນຂອງ ມະຫາວິທະຍາໄລວິທະຍາສາດ ສຸຂະພາບ ໂດຍພາຍໃຕ້ການປະ ທານ ແລະ ປາຖະກະຖາຂອງ ທ່ານ ພົນຈັດຕະວາ ບຸນສູງ ຢ່າທໍ່ຕູູ້ ຮອງ ຫົວໜ້າກົມໃຫຍ່ພະລາທິການ ກອງທັບ, ມີທ່ານ ດຣ ພູທອນ ວັງ ກອນວິໄລ ອະທິການບໍດີມະຫາ ວິທະຍາໄລວິທະຍາສາດ ສຸຂະ ພາບ,ມີບັນດາຫ້ອງການ,ສະຖາ ບັນ, ພະນັກງານຄູ-ອາຈານພ້ອມ ດ້ວຍນັກສຶກສາເຂົ້າຮ່ວມຮັບຟັງ. ການຈັດຕັ້ງປາຖະກະຖາໃນ ຄັ້ງນີ້ ທ່ານ ພົນຈັດຕະວາ ບຸນສູງ ຢ່າທໍ່ຕູ້ ຮອງຫົວໜ້າກົມໃຫ່ຍ ພະລາທິການກອງທັບ ໄດ້ຍົກໃຫ້ ເຫັນປະຫວັດສາດ, ມູນເຊື້ອ ແຫ່ງການກຳເນີດເຕີບ ໃຫຍ່ຂະຫຍາຍຕົວ, ຜົນງານ ແລະ ໄຊຊະນະທີ່ກອງທັບປະຊາ ຊົນລາວຍາດມາໄດ້ຕະຫຼອດໄລ ຍະ 70 ປີຜ່ານມາ, ເຊິ່ງກອງທັບ ປະຊາຊົນລາວໄດ້ຮັບການສ້າງ ຕັ້ງຂຶ້ນ ໃນວັນທີ 20 ມັງກອນ 1949 ຢູ່ເຂດລາວຮຸ່ງ ພຽງສາ ເມືອງຊຽງຄໍ້ ແຂວງຫົວພັນ ເຊິ່ງ ແມ່ນປະທານ ໄກ ສອນ ພົມວິ ຫານ ເປັນຜູ້ປະກາດສ້າງຕັ້ງຂຶ້ນ ແລະ ຊີ້ນຳ-ນໍາພາໂດຍກົງ, ນັບ ແຕ່ມື້ສ້າງຕັ້ງຂຶ້ນກອງທັບເຮົາກໍ ໄດ້ຮັບພາລະອັນໜັກໜ່ວງໃນ ການຕໍ່ສູ້ຕ້ານການຮຸກຮານຂອງ ຈັກກະພັດທັງເກົ່າ ແລະ ໃໝ່ທີ່ມີ ອາວຸດ, ພາຫະນະສົງຄາມ ແລະ ກຳລັງພົນເໜືອກວ່າ, ແຕ່ກອງ ທັບເຮົາກໍໄດ້ຕໍ່ສູ້ຢ່າງອົງອາດກ້າ ຫານ, ຍອມເສຍສະຫຼະເລືອດ ເນື້ອເພື່ອປະເທດຊາດ ແລະ ເພື່ອ ປະຊາຊົນ ສາມາດຍາດໄດ້ໄຊຊະ ນະເປັນກ້າວໆມາ, ປົດປ່ອຍປະ ເທດຊາດຢ່າງສົມບູນ ແລະ ສະ ຖາປະນາ ສາທາລະນະລັດ ປະ ຊາທິປະໄຕ ປະຊາຊົນລາວ ຢ່າງ ສະຫງ່າຜ່າເຜີຍ ໃນວັນທີ 2 ທັນ ວາ 1975, ນັບແຕ່ນັ້ນມາກອງ ທັບປະຊາຊົນລາວ ໄດ້ເຮັດໜ້າທີ່ ເປັນກຳລັງຫຼັກແຫຼ່ງໃນການປົກ ປັກຮັກສາປະເທດຊາດໃຫ້ມີ ຄວາມສະຫງົບ, ປອດໄພ ແລະ ມີຄວາມເປັນລະບຽບຮຽບຮ້ອຍ ທາງສັງຄົມສ້າງເງື່ອນໄຂໃຫ້ປະ ເທດຊາດມີການພັດທະນາຢ່າງ ຮອບດ້ານ, ນັບທັງຊິວີດການກິນ ຢູ່ຂອງປະຊາຊົນນັບມື້ດີຂຶ້ນເປັນ ກ້າວໆມາ. ການປາຖະກະຖາດັ່ງກ່າວກໍ ເພື່ອເປັນການສຶກສາອົບຮົມໃຫ້ ພະນັກງານລັດຖະກອນໄດ້ຮັບ ຮູ້ເຂົ້າໃຈ ແລະ ກໍາແໜ້ນເຖິງມູນ ເຊື້ອ, ການເຕີບໃຫຍ່ຂະຫຍາຍ ຕົວຂອງວັນສ້າງຕັ້ງກອງທັບປະ ຊາຊົນລາວໃຫ້ກວ້າງຂວາງເລິກ ເຊິ່ງ, ເພື່ອພ້ອມກັນປຸກລະດົມ ແລະ ເສີມຂະຫຍາຍມູນເຊື້ອ, ທາດແທ້ປະຕິວັດຂອງກອງທັບ ໃນການຕໍ່ສູ້ກູ້ຊາດເຂົ້າໃນການ ຈັດຕັ້ງປະຕິບັດມະຕິຂັ້ນຕ່າງໆ ຂອງພັກ ແລະ ເພີ່ມທະວີການຄຸ້ມ ຄອງລັດ, ຄຸ້ມຄອງສັງຄົມດ້ວຍ ກົດໝາຍ, ເຊີດຊູນໍ້າໃຈເພີ່ງຕົນ ເອງ, ກຸ້ມຕົນເອງ ແລະ ສ້າງ ຄວາມເຂັ້ມແຂງດ້ວຍຕົນເອງ ເພື່ອນຳພາຕົນເອງ, ຄອບຄົວ ແລະ ປະເທດຊາດຫຼຸດພົ້ນອອກ ຈາກສະຖານະພາບດ້ອຍພັດທະ ນາເທື່ອລະກ້າວ. ຂ່າວໃຫ້ຮູ້ຕື່ມວ່າ: ພິທີປາຖະ ກາຖາວັນສ້າງຕັ້ງກອງທັບ ປະ ຊາຊົນລາວ ຄົບຮອບ 70 ປີຢູ່ທີ່ ສະໂມສອນຫ້ອງວ່າການສູນ ກາງພັກ ຈັດຂຶ້ນໃນຕອນເຊົ້າ ຂອງວັນທີ 12 ທັນວາ ນີ້, ໂດຍ ການເຂົ້າຮ່ວມປາຖະກະຖາຂອງ ທ່ານ ພົນຈັດຕະວາ ສາຍສະ ໝອນ ສະຫຼັບແສງ, ຫົວໜ້າກົມ ໂຄສະນາອົບຮົມ, ກົມໃຫຍ່ການ ເມືອງກອງທັບ, ມີພະນັກງານ ສະມາຊິກຊາວໜຸ່ມ ຈາກ 7 ອົງ ການພັກ ອ້ອມຂ້າງສູນກາງ ຈຳ ນວນ 1 ຮ້ອຍກວ່າຄົນຮ່ວມຮັບ ຟັງ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ