ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ສານຂອງ ທ່ານ ສະເຫຼີມໄຊ ກົມມະສິດ ລັດຖະມົນຕີກະຊວງການຕ່າງປະເທດ
ເວລາອອກຂ່າວ: 2020-08-07 19:21:47 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 189 | ຄວາມນິຍົມ:



- ຮຽນບັນດາທ່ານຜູ້ນຳພັກ- ລັດທີ່ເຄົາລົບນັບຖືຢ່າງສູງ. - ບັນດາເພື່ອນມິດສະຫາຍ ພະນັກງານ, ທະຫານ, ຕໍາຫຼວດ ແລະ ພໍ່ແມ່ພີ່ນ້ອງຊາວລາວ ທີ່ຮັກ ແພງທັງຫຼາຍ. - ວັນທີ 8 ສິງຫາ 2020 ນີ້, ເປັນວັນຄົບຮອບ 53 ປີ ແຫ່ງ ການສ້າງຕັ້ງອາຊຽນ ແລະ ຄົບ ຮອບ 23 ປີ ທີ່ ສປປ ລາວ ພວກ ເຮົາເຂົ້າເປັນສະມາຊິກອາຊຽນ ໃນວັນທີ 23 ກໍລະກົດ 1997. ສະນັ້ນ, ໃນໂອກາດນີ້ ສປປ ລາວ ພວກເຮົາພ້ອມດ້ວຍບັນດາປະ ເທດສະມາຊິກອາຊຽນຈຶ່ງໄດ້ ສະເຫຼີມສະຫຼອງວັນສຳຄັນດັ່ງ ກ່າວນີ້. ອາຊຽນ ປະກອບດ້ວຍ 10 ປະເທດສະມາຊິກ ທີ່ມີທີ່ຕັ້ງຢູ່ ໃນພາກພື້ນອາຊີອາຄະເນ, ເປັນ ອົງການຈັດຕັ້ງພາກພື້ນລະ ຫວ່າງ ລັດຖະບານ ທີ່ໄດ້ຮັບການສ້າງ ຕັ້ງຂຶ້ນໃນປີ 1967 ໂດຍມີຈຸດ ປະສົງເພື່ອປົກປັກຮັກສາ ແລະ ສົ່ງ ເສີມສັນຕິພາບ, ສະຖຽນລະພາບ ແລະ ການຮ່ວມມື ເພື່ອຄວາມສົມ ບູນພູນສຸກຂອງບັນດາປະເທດສະ ມາຊິກ. ຕະຫຼອດໄລຍະ 53 ປີ, ອາຊຽນໄດ້ກາຍເປັນອົງການຈັດ ຕັ້ງພາກພື້ນທີ່ໄດ້ຮັບຜົນສໍາເລັດ ເປັນຮູບປະທຳຫຼາຍດ້ານເປັນຕົ້ນ: ການປະກາດສ້າງຕັ້ງປະຊາຄົມ ອາຊຽນຢ່າງເປັນທາງການໃນ ທ້າຍປີ 2015, ເຊິ່ງເປັນປະຊາຄົມທີ່ມີປະຊາຊົນເປັນແກນກາງ ແລະ ໄປຕາມທິດຂອງປະຊາຊົນ. ອາຊຽນ ເປັນຂົງເຂດທີ່ມີສັນຕິ ພາບ ແລະ ສະຖຽນລະພາບຍາວ ນານ; ການຮ່ວມມືດ້ານເສດຖະ ກິດແມ່ນໄດ້ຮັບຜົນສໍາເລັດເປັນທີ່ໜ້າເພິ່ງພໍໃຈ ສາມາດເຊື່ອມໂຍງ ເຂົ້າກັບເສດຖະກິດພາກພື້ນ ແລະ ສາກົນ; ອັນໄດ້ປະກອບສ່ວນເຂົ້າ ໃນການປັບປຸງຊີວິດການເປັນຢູ່ ຂອງປະຊາຊົນອາຊຽນ ໃຫ້ນັບ ມື້ນັບດີຂຶ້ນ. ນອກນີ້, ຜົນສໍາເລັດ ຂອງອາຊຽນ ແມ່ນຖືກຮັບຮູ້ຢ່າງ ກ້ວາງຂວາງຈາກສາກົນ ໂດຍສະ ເພາະແມ່ນຄວາມເປັນແກນກາງ, ບົດບາດນໍາພາ ແລະ ຄວາມເປັນ ເອກະສັນຂອງອາຊຽນ ທີ່ເປັນ ຫຼັກການພື້ນຖານອັນສຳຄັນຮັບ ປະກັນໃຫ້ແກ່ບັນດາຜົນສຳເລັດ ທີ່ກ່າວມາຂ້າງເທິງ ແລະ ການພົວ ພັນຮ່ວມມືກັບພາຍນອກ. ໃນປີ 2020 ນີ້, ອາຊຽນ ກໍຄື ຫຼາຍພາກພື້ນ ໄດ້ຜະເຊີນກັບສິ່ງ ທ້າທາຍຫຼາຍຢ່າງ ເປັນຕົ້ນໄພພິ ບັດທຳມະຊາດ ແລະ ການແຜ່ລະ ບາດຂອງພະຍາດ ໂຄວິດ-19 ອັນ ໄດ້ສົ່ງຜົນກະທົບທີ່ໜັກໜ່ວງຕໍ່ ສັງຄົມ, ເສດຖະກິດ, ສະຖຽນລະ ພາບດ້ານການເມືອງ ແລະ ຄວາມ ໝັ້ນຄົງໃນພາກພື້ນ ແລະ ໃນໂລກ. ຕໍ່ໜ້າສະພາບການດັ່ງກ່າວ, ອາ ຊຽນ ໄດ້ເພີ່ມທະວີການຮ່ວມມື ທີ່ໃກ້ຊິດກັນກວ່າເກົ່າບົນຈິດໃຈ ຄຳຂວັນ “ອາຊຽນທີ່ໜຽວແໜ້ນ ແລະ ຕອບສະໜອງຕໍ່ສະພາບ ການ” ພາຍໃຕ້ການເປັນປະທານ ຂອງ ສສ. ຫວຽດນາມ ໃນປີ 2020 ນີ້, ເຊິ່ງສະແດງອອກໃຫ້ເຫັນ ໃນເວທີປຶກສາຫາລືກັນແບບທາງ ໄກຂອງການນຳແຕ່ລະຂັ້ນ ແລະ ແຕ່ລະຂະແໜງການຂອງປະເທດ ສະມາຊິກອາຊຽນ ກໍຄືລະຫວ່າງ ອາຊຽນກັບ ປະເທດຄູ່ເຈລະຈາ ຂອງອາຊຽນກ່ຽວກັບມາດຕະ ການສະກັດກັ້ນການແຜ່ລະບາດ ຂອງເຊື້ອພະຍາດໂຄວິດ ແລະ ການແກ້ໄຂບັນຫາຜົນກະທົບ ຂອງພະຍາດໂຄວິດ-19 ຕໍ່ເສດ ຖະກິດ ແລະ ສັງຄົມ ໃນພາກພື້ນ ແລະ ໃນໂລກ. ບັນດາທ່ານ, ບັນດາສະຫາຍ ແລະ ພໍ່ແມ່ພີ່ນ້ອງທັງຫຼາຍ. ໃນທ້າຍເດືອນ ມິຖຸນາ 2020 ຜ່ານມາ, ອາຊຽນ ໄດ້ສຳເລັດ ການຈັດກອງປະຊຸມສຸດຍອດອາ ຊຽນ ຄັ້ງທີ 36 ແລະ ກອງປະ ຊຸມອື່ນໆທີ່ກ່ຽວຂ້ອງແບບທາງ ໄກ ພາຍໃຕ້ການເປັນປະທານຂອງນາຍົກລັດຖະມົນຕີ ສສ. ຫວຽດນາມ, ກອງປະຊຸມຄັ້ງນີ້ ໄດ້ຕີລາຄາສູງຕໍ່ການຮ່ວມມື ເພື່ອ ຕອບໂຕ້ ແລະ ຮັບມືກັບການແຜ່ ລະບາດຂອງພະຍາດໂຄວິດ-19, ກໍຄືການປ້ອງກັນບໍ່ໃຫ້ພະຍາດ ໂຄວິດ-19 ກັບຄືນມາແຜ່ລະບາດ ຮອບໃໝ່. ໃນນີ້, ຜູ້ນຳອາຊຽນ ແລະ ຄູ່ເຈລະຈາ ໄດ້ພ້ອມກັນ ເຫັນດີເພີ່ມທະວີການຮ່ວມມືຢ່າງ ໃກ້ຊິດຄື: 1) ສືບຕໍ່ຮັດແໜ້ນການຮ່ວມ ມືດ້ານສາທາລະສຸກ ເປັນຕົ້ນ: ການແລກປ່ຽນຂໍ້ມູນຂ່າວສານ ແລະ ບົດຮຽນທີ່ດີ; ການຄົ້ນຄວ້າ ແລະ ພັດທະນາຢາວັກແຊັງປ້ອງກັນພະຍາດໂຄວິດ-19; 2) ການສ້າງຕັ້ງກອງທຶນສຸກ ເສີນອາຊຽນ ເພື່ອຮັບມື ແລະ ແກ້ໄຂການແຜ່ລະບາດຂອງພະຍາດໂຄວິດ-19 ແລະ ພະຍາດລະບາດ ອື່ນໆທີ່ຈະເກີດຂຶ້ນໃນອະນາຄົດ ແລະ ການສ້າງຄັງແຮສຸກເສີນ ຢາປົວພະຍາດ ແລະ ອຸປະກອນ ການແພດລະດັບພາກພື້ນ; 3) ສຸມໃສ່ຟື້ນຟູເສດຖະກິດ-ສັງຄົມ, ການເຊື່ອມຈອດ ເປັນ ຕົ້ນການສະໜອງດ້ານການຄ້າ ແບບຕ່ອງໂສ້ ແລະ ການລົງທຶນ ພາຍໃນອາຊຽນ, ແກ້ໄຂບັນຫາ ໄພຫວ່າງງານ, ຫຼຸດຜ່ອນຄວາມ ທຸກຍາກຂອງປະຊາຊົນ, ການ ພັດທະນາຊັບພະຍາກອນມະນຸດ, ການຫັນໄປສູ່ເສດຖະກິດດີຈິຕອນ ເທື່ອລະກ້າວ; ສ້າງຄວາມເຂັ້ມແຂງຮອບດ້ານໃຫ້ແກ່ປະຊາຄົມ ອາຊຽນ, ລວມທັງ ການປັບຕົວ ຂອງສັງຄົມເຂົ້າກັບສະພາບວິຖີຊີວິດໃໝ່ (New Normal); ແລະ ແຜນການຟື້ນຟູເສດຖະກິດຮອບ ດ້ານ. ບັນດາທ່ານ, ພໍ່ແມ່ພີ່ນ້ອງ ທີ່ ຮັກແພງທັງຫຼາຍ, ຕະຫຼອດໄລ ຍະ 23 ປີ ທີ່ ສປປ ລາວເຮົາເປັນ ສະມາຊິກອາຊຽນ, ພວກເຮົາສາ ມາດຍາດໄດ້ຜົນສຳເລັດເປັນ ກ້າວໆ ມາໂດຍໄດ້ເຂົ້າຮ່ວມຢ່າງ ຕັ້ງໜ້າໃນຂະບວນການລວມ ຂອງອາຊຽນ ຢ່າງເຕັມສ່ວນ ແລະ ມີຄວາມຮັບຜິດຊອບສູງ ໂດຍໄດ້ ຮັບຜົນປະໂຫຍດຫຼາຍດ້ານ, ເຊິ່ງທັງໝົດນີ້ ໄດ້ປະກອບສ່ວນ ອັນສຳຄັນເຂົ້າໃນການພັດທະນາ ເສດຖະກິດ-ສັງຄົມ ຂອງ ສປປ ລາວ; ໄດ້ຍົກສູງຖານະບົດບາດ ຂອງ ສປປ ລາວ ໃຫ້ສູງເດັ່ນ ຂຶ້ນໃນເວທີພາກພື້ນ ແລະ ສາກົນ; ສືບຕໍ່ໄດ້ຮັບຄວາມໄວ້ເນື້ອເຊື່ອໃຈ ແລະ ການສະໜັບສະໜູນຮ່ວມ ມືຊ່ວຍເຫຼືອຈາກປະເທດສະມາ ຊິກອາຊຽນດ້ວຍກັນ ກໍຄືປະເທດ ຄູ່ເຈລະຈາ ແລະ ຄູ່ຮ່ວມມືພາຍ ນອກອາຊຽນ ທັງໃນຂອບສອງ ຝ່າຍ ແລະ ຫຼາຍຝ່າຍ; ຊັບພະ ຍາ ກອນມະນຸດ ກໍໄດ້ຮັບການພັດທະ ນາຂຶ້ນເທື່ອລະກ້າວ. ຂ້າພະເຈົ້າ ເຫັນວ່າ: ນີ້ແມ່ນໝາກຜົນອັນ ເປັນຮູບປະທໍາ ແຫ່ງການດຳເນີນ ນະໂຍບາຍການຕ່າງປະເທດ: ສັນຕິພາບ, ເອກະລາດ, ມິດຕະ ພາບ ແລະ ການຮ່ວມມືຢ່າງ ສະ ເໝີຕົ້ນສະເໝີປາຍ ກໍຄືແນວທາງ ການປ່ຽນແປງໃໝ່ຂອງພັກ-ລັດ ເຮົາ. ໃນທ່າມກາງທີ່ສະພາບການ ໃນພາກພື້ນ ແລະ ສາກົນ ກໍາລັງ ຜະເຊີນໜ້າກັບສິ່ງທ້າທາຍຈາກ ການແຜ່ລະບາດຂອງພະຍາດ ໂຄວິດ-19, ສປປ ລາວເຮົາ ກໍ ໄດ້ຮ່ວມແຮງຮ່ວມໃຈກັນພາຍ ໃຕ້ການຊີ້ນໍາ-ນໍາພາ ອັນແທດ ເຖິງຂອງພັກ-ລັດ ແລະ ການປະ ກອບສ່ວນຂອງທຸກພາກສ່ວນ ໃນສັງຄົມ ລວມທັງການຮ່ວມ ມືສະໜັບສະໜູນ ແລະ ຊ່ວຍເຫຼືອ ຢ່າງທັນການຈາກບັນດາປະເທດ ເພື່ອນມິດ ແລະ ອົງການຈັດຕັ້ງ ສາກົນ ເປັນຕົ້ນອົງການອະນາ ໄມໂລກ ໃນການປ້ອງກັນ, ຮັບມື ແລະ ແກ້ໄຂການແຜ່ລະບາດຂອງ ພະຍາດໂຄວິດ-19 ອັນໄດ້ເຮັດໃຫ້ ສປປ ລາວ ສາມາດປະສົບຜົນສໍາເລັດໃນເບື້ອງຕົ້ນ. ບັນດາທ່ານ, ບັນດາສະຫາຍ ແລະ ພໍ່ແມ່ພີ່ນ້ອງທັງຫຼາຍ. ຜົນສຳເລັດທັງໝົດ ທີ່ ສປປ ລາວ ພວກເຮົາຍາດມາໄດ້ຕະ ຫຼອດໄລຍະທີ່ເປັນສະມາຊິກອາ ຊຽນ ກໍຍ້ອນໄດ້ຮັບການຊີ້ນຳ-ນຳພາຢ່າງແທດເຖິງຂອງການ ນໍາພັກ-ລັດ ແລະ ຍ້ອນຄວາມເປັນເຈົ້າການຂອງພະນັກງານລັດຖະກອນທຸກພາກສ່ວນນັບແຕ່ສູນກາງລົງຮອດທ້ອງຖິ່ນ ໃນການປະກອບສ່ວນຢ່າງຫ້າວ ຫັນ, ເຕັມສ່ວນ ແລະ ມີປະສິດທິ ພາບສູງເຂົ້າໃນວຽກງານອາ ຊຽນ. ໂອກາດນີ້, ຂ້າພະເຈົ້າຂໍ ຕາງໜ້າໃຫ້ລັດຖະບານ ສະແດງ ຄວາມຂອບໃຈຢ່າງຈິງ ໃຈ ແລະ ຮູ້ບຸນຄຸນຢ່າງເລິກເຊິ່ງ ແລະ ຍ້ອງ ຍໍຊົມເຊີຍ ຕໍ່ການຮ່ວມມື, ຊ່ວຍ ເຫຼືອ, ສະໜັບສະໜູນ ແລະ ການປະກອບສ່ວນຂອງທຸກພາກສ່ວນຢ່າງສຸດໃຈ. ພ້ອມນີ້, ຂ້າພະເຈົ້າ ຂໍຮຽກ ຮ້ອງມາຍັງພະນັກງານ, ທະຫານ, ຕຳຫຼວດ, ນັກສຶກສາປັນຍາຊົນ ຕະຫຼອດຮອດປະຊາຊົນລາວ ບັນດາເຜົ່າ ຈົ່ງພ້ອມກັນເພີ່ມທະວີຄວາມເປັນເຈົ້າການໃນການຮັບ ມື ແລະ ປ້ອງກັນການແຜ່ລະບາດ ຂອງພະຍາດໂຄວິດ-19 ຢ່າງ ມີປະສິດທິຜົນສູງ ແລະ ສືບຕໍ່ ໃຫ້ຄວາມສຳຄັນ ໃນການຜັນຂະ ຫຍາຍແນວທາງນະໂຍບາຍ ການ ຕ່າງປະເທດ ສັນຕິພາບ, ເອກະ ລາດ, ມິດຕະພາບ ແລະ ການຮ່ວມ ມືຂອງພັກ ແລະ ລັດຖະບານ ກໍ ຄືເອົາໃຈໃສ່ປະກອບສ່ວນເຄື່ອນ ໄຫວໃນວຽກງານອາຊຽນ ເພື່ອ ຍາດແຍ່ງເອົາຜົນປະໂຫຍດອັນ ສູງສຸດມາສູ່ປະເທດຊາດພວກ ເຮົາ. ຂ້າພະເຈົ້າ ຂໍຖືໂອກາດນີ້ ສົ່ງ ພອນໄຊອັນປະເສີດ ມາຍັງບັນ ດາທ່ານ ການນຳພັກ-ລັດ, ພະ ນັກງານ, ທະຫານ, ຕຳຫຼວດ ແລະ ຕະຫຼອດຮອດພີ່ນ້ອງຊາວ ລາວທຸກຖ້ວນໜ້າ ທັງຢູ່ພາຍໃນ ແລະ ຕ່າງປະເທດ ທີ່ໄດ້ປະກອບ ສ່ວນຢ່າງຕັ້ງໜ້າ ເຂົ້າໃນພາລະກິດແຫ່ງການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ, ເວົ້າລວມ ແລະ ເວົ້າສະເພາະ ປະກອບສ່ວນເຂົ້າໃນການ ເຄື່ອນ ໄຫວວຽກງານອາຊຽນຕະຫຼອດ ໄລຍະ 23 ປີທີ່ຜ່ານມາ, ຈົ່ງມີ ສຸຂະພາບແຂງແຮງ, ມີຄວາມຜາ ສຸກ ແລະ ປະສົບຜົນສໍາເລັດໃນ ໜ້າທີ່ວຽກງານອັນມີກຽດສະ ຫງ່າຂອງທ່ານ ແລະ ຮ່ວມກັນ ສະເຫຼີມສະຫຼອງ ແລະ ລະນຶກ ເຖິງວັນຄົບຮອບ 53 ປີ ຂອງອາ ຊຽນ ແລະ ຄົບຮອບ 23 ປີ ຂອງ ການເຂົ້າເປັນສະມາຊິກອາຊຽນ ຂອງ ສປປ ລາວ ຢ່າງມີເນື້ອ ໃນ ແລະ ເໝາະສົມ ເພື່ອຢືນຢັນຢ່າງ ໜັກແໜ້ນວ່າ: ອາຊຽນ ເປັນອົງ ການຈັດຕັ້ງພາກພື້ນລະຫວ່າງລັດຖະບານທີ່ມີບົດບາດສໍາຄັນ ແລະ ມີຜົນສໍາເລັດທີ່ຫຼາຍພາກພື້ນ ແລະ ສາກົນຮັບຮູ້ ແລະ ອາຊຽນ ຈະສືບຕໍ່ກ້າວໄປຂ້າງໜ້າຢ່າງ ໜັກແໜ້ນ ແລະ ຄວາມເປັນແກນ ກາງຂອງອາຊຽນ ຈະໄດ້ຮັບການ ສືບຕໍ່ເສີມຂະຫຍາຍຍິ່ງໆຂຶ້ນ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ