ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ວປກ ມອບເງິນຊົດເຊີຍ ແລະ ອຸດໜູນໃຫ້ພະນັກງານທີ່ຮັບບຳນານ
ເວລາອອກຂ່າວ: 2020-08-07 19:12:46 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 434 | ຄວາມນິຍົມ:



ໃນວັນທີ 4 ສິງຫາ 2020 ນີ້, ວິທະຍາຄານປ້ອງກັນຊາດ ໄກສອນ ພົມວິຫານ ໄດ້ຈັດພິທີ ມອບເງິນຊົດເຊີຍ ແລະ ອຸດໜູນ ໃຫ້ພະນັກງານທີ່ຮັບບຳນານ, ໂດຍການເປັນປະທານຂອງ ສະ ຫາຍ ພັນເອກ ປອ ສົມພອນ ສີສຸ ວັນນະ ຮອງຫົວໜ້າການເມືອງ, ຫົວໜ້າກົມການເມືອງ ວປກ ມີພະແນກການທີ່ກ່ຽວຂ້ອງພ້ອມ ດ້ວຍພະນັກງານບຳນານເຂົ້າ ຮ່ວມ. ສະຫາຍ ພັນໂທ ເທວາດ ວົງ ວິໄລ, ຫົວໜ້າພະແນກນະໂຍ ບາຍກົມການເມືອງ ວປກ ໄດ້ ຂຶ້ນຜ່ານຂໍ້ຕົກລົງຂອງກະຊວງ ປ້ອງກັນປະເທດ ວ່າດ້ວຍ ການ ອະນຸມັດໃຫ້ນາຍທະຫານພັກ ການຮັບບຳນານ, ໂດຍອີງຕາມ ກົດໝາຍວ່າດ້ວຍປະກັນສັງຄົມ ແລະ ກົດໝາຍວ່າດ້ວຍນາຍທະ ຫານກອງທັບປະຊາຊົນລາວຢູ່ ວິທະຍາຄານປ້ອງກັນຊາດ ໄກ ສອນ ພົມວິຫານ ມີພະນັກງານ ທີ່ຮັບບຳນານ ແລະ ໄດ້ຮັບເງິນ ຊົດເຊີຍ 15% ຈຳນວນ 7 ສະ ຫາຍ ລວມເປັນເງິນທັງໝົດ 147.351.460 ກີບ. ຕາງໜ້າກ່າວມອບເງິນດັ່ງ ກ່າວໂດຍແມ່ນ ສະຫາຍ ພັນເອກ ປອ ສົມພອນ ສີສຸວັນນະ ພ້ອມ ທັງກ່າວສະແດງຄວາມຍ້ອງຍໍ ຊົມເຊີຍຕໍ່ພະນັກງານທີ່ຮັບບຳ ນານທີ່ໄດ້ອຸທິດເຫື່ອແຮງ ແລະ ສະຕິປັນຍາປະກອບສ່ວນເຂົ້າໃນ ພາລະກິດປົກປັກຮັກສາ ແລະ ສ້າງສາປະເທດຊາດໃນຖັນແຖວ ກອງທັບປະຊາຊົນລາວຢ່າງມີ ຜົນສຳເລັດອັນຈົບງາມ, ປະກອບ ສ່ວນເຮັດໃຫ້ ວປກ ມີຄວາມເຕີບ ໃຫຍ່ເຂັ້ມແຂງເປັນກ້າວໆ. ໂດຍ: ກິ່ງ ພິມມະສອນ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ