ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ໂຮງງານ ອ 674 ທົດລອງຍິງປືນໃຫຍ່ໜ້າດິນ 122D30
ເວລາອອກຂ່າວ: 2020-08-07 09:32:00 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 114 | ຄວາມນິຍົມ:



ທ້າຍເດືອນກໍລະກົດ 2020 ນີ້, ໂຮງງານ ອ 674, ກົມໃຫຍ່ ເຕັກນິກກອງທັບ ໄດ້ຈັດຕັ້ງຍິງ ທົດລອງປືນໃຫຍ່ໜ້າດິນ 122 D30 ໂດຍການເປັນປະທານຂອງ ສະຫາຍ ພົນຈັດຕະວາ ທອງພັນ ສຸທໍາມະວົງ ກໍາມະການຄະນະ ປະຈໍາພັກ ຮອງຫົວໜ້າກົມໃຫຍ່ ເຕັກນິກກອງທັບ, ມີຄະນະພັກ-ຄະນະບັນຊາ ໂຮງງານ ອ674, ເຫຼົ່າຮົບວິຊາສະເພາະ ແລະ ຂະ ແໜງການທີ່ກ່ຽວຂ້ອງເຂົ້າຮ່ວມ. ສະຫາຍ ພັນໂທ ສຸດໃຈ ສໍວິໄຊ ຮອງຫົວໜ້າກົມອຸດສາຫະກໍາ ປ້ອງກັນຊາດ ໄດ້ຊີ້ໃຫ້ເຫັນວ່າ: ໂດຍປະຕິບັດຕາມແນວທາງນະໂຍບາຍຂອງພັກ ວ່າດ້ວຍ ວຽກ ງານປ້ອງກັນຊາດ-ປ້ອງກັນ ຄວາມສະຫງົບທົ່ວປວງຊົນຮອບ ດ້ານ, ໂດຍປິ່ນອ້ອມ 4 ໜ້າທີ່ ໃຫຍ່ 26 ແຜນງານ ທີ່ຄະນະພັກ ກະຊວງປ້ອງກັນປະເທດວາງ ອອກ ແລະ ອີງໃສ່ທິດຊີ້ນໍາຂອງ ກົມໃຫຍ່ເຕັກນິກກອງທັບ ມອບ ໃຫ້ກົມອຸດສາຫະກໍາປ້ອງກັນ ຊາດຄົ້ນຄວ້າ, ຄິດໄລ່ອອກແບບ, ຜະລິດຊິນຢາງໃສ່ປືນໃຫຍ່ໜ້າ ດິນ 122 D30 ເພື່ອຮັບໃຊ້ເຂົ້າ ໃນການບົວລະບັດ, ສ້ອມແປງປືນ ໃຫຍ່ໃຫ້ມີຄຸນນະພາບ ແລະ ຮັບ ປະກັນທາງດ້ານເຕັກນິກ, ການ ອອກແບບ, ຄິດໄລ່ ແມ່ນຄິດໄລ່ ຈາກຂໍ້ມູນຕົວຈິງກໍານົດສົມທຽບຂະໜາດຈາກຕາຕະລາງເຕັກນິກ, ເຄື່ອງຈັກທີ່ໃຊ້ຜະລິດໂຮງແບບ ແມ່ນນໍາໃຊ້ຈັກ CNC ເຮັດໃຫ້ ໂຮງແບບມີຄວາມຊັດເຈນສູງ ທາງດ້ານໂຮງແບບ ແລະ ຮູບ ຊົງ, ສ່ວນປະສົມໃນການຜະລິດ ຊິນຢາງປະກອບມີທາດເຄມີ ຈໍາ ນວນ 12 ທາດ, ອັດດ້ວຍເຄື່ອງ ຈັກອັດໜີບ ໃນອູມນະພູມ 180 ອົງສາ, ຄວາມດັນອັດ 200 ກິ ໂລ, ໃຊ້ເວລາໃນການອັດ 5 ນາ ທີຕໍ່ 1 ຄັ້ງ, ຊິນຢາງທີ່ຜະລິດອອກ ມາໄດ້ປະກອບຄົບຊຸດໃສ່ປືນ 122 D30 ຢູ່ໂຮງງານ ອ.674, ພ້ອມທັງຍິງທົດລອງກວດກາ ຢັ້ງຢືນຮັບຮອງຄຸນນະພາບຂອງ ຊິນ, ການຍິງທົດລອງກວດກາ ໄດ້ແບ່ງເປັນ 3 ຄັ້ງ ຄື: ຄັ້ງທີ 1 ວັນທີ 10/10/2018, ຄັ້ງທີ 2 ວັນທີ 20/10/2019 ແລະ ຄັ້ງ ທີ 3 ວັນທີ 24/7/2020. ຜົນ ຂອງການຍິງເຫັນວ່ານໍ້າມັນບໍ່ ຮົ່ວຊຶມ, ຄວາມດັນລົມປົກກະຕິ, ປືນຖອຍໄດ້ຕາມມາດຕະຖານ ເຕັກນິກ. ທັງນີ້, ກໍເພື່ອກໍ່ສ້າງວຽກ ງານເຕັກນິກໃນກອງທັບໃຫ້ທັນ ສະໄໝເທື່ອລະກ້າວ, ເວົ້າສະ ເພາະແມ່ນການຍົກສູງນໍ້າໃຈ ເພິ່ງຕົນເອງ, ກຸ້ມຕົນເອງ ແລະ ສ້າງຄວາມເຂັ້ມແຂງດ້ວຍຕົນ ເອງ ໃນວຽກງານຮັບປະກັນເຕັກ ນິກໃຫ້ແກ່ກອງທັບໃນນີ້ແມ່ນໄດ້ ເລັ່ງໃສ່ການສ້າງສິ່ງເອື້ອອຳ ນວຍຄວາມສະດວກ ໃນການອົບ ຮົມ-ຫັດແອບ, ກຽມພ້ອມສູ້ຮົບ ແລະ ສູ້ຮົບມີໄຊໃຫ້ແກ່ກຳລັງປະກອບອາວຸດເຮົາ. ໂອກາດນີ້, ສະຫາຍ ພົນຈັດຕະ ວາ ທອງພັນ ສຸທໍາມະວົງ ໄດ້ ເນັ້ນໜັກໃຫ້ຄະນະຮັບຜິດຊອບ ທຸກພາກສ່ວນສືບຕໍ່ຄົ້ນຄວ້າຜະ ລິດ ໃຫ້ມີຄຸນນະພາບສູງເຫັນໄດ້ ການເຕີບໃຫຍ່ ແລະ ຂະຫຍາຍຕົວຂອງວຽກງານເຕັກນິກກອງທັບ, ໄປຄວບຄູ່ກັບການສຶກສາ ອົບຮົມການເມືອງ-ນຳພາແນວ ຄິດໃຫ້ພະນັກ-ນັກຮົບຮູ້ແຈ້ງຕໍ່ ແນວທາງນະໂຍບາຍຂອງພັກ ເຮົາ ໃນຂົງເຂດວຽກງານປ້ອງ ກັນຊາດ - ປ້ອງກັນຄວາມສະຫງົບ ເພື່ອເຮັດໃຫ້ປະເທດຊາດມີສະ ຖຽນນະພາບທາງດ້ານການ ເມືອງ, ມີຄວາມໝັ້ນຄົງ, ສັງຄົມມີ ຄວາມສະຫງົບ ແລະ ເສດຖະກິດ ຂະຫຍາຍຕົວຕໍ່ເນື່ອງ, ສ້າງໃຫ້ ກອງທັບເຮົາເປັນກອງທັບປະ ຕິວັດທີ່ມີແບບແຜນ ແລະ ທັນສະ ໄໝເປັນກ້າວໆ. ໂດຍ: ສ. ສາຍນໍ້າຊອງ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ