ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ຫົວໜ້າການເມືອງກອງພົນທີ 2 ລົງຊຸກຍູ້ຂະບວນການຢູ່ບັນດາກົມກອງ
ເວລາອອກຂ່າວ: 2018-12-12 08:28:52 | ຜູ້ຂຽນ : | ຈຳນວນຄົນເຂົ້າຊົມ: 78 | ຄວາມນິຍົມ:



ໃນວັນທີ 6 ທັນວາ 2018 ນີ້, ທ່ານພົນຈັດຕະວາ ພັນແສງ ບຸນພັນ ຫົວໜ້າການເມືອງກອງ ພົນທີ 2 ພ້ອມດ້ວຍຄະນະໄດ້ ໄດ້ລົງເຄື່ອນໄຫວຢ້ຽມຢາມປຸກ ລະດົມຊຸກຍູ້ຂະບວນການດ້ານ ຕ່າງໆ ໃນວຽກງານການຫ້າງ ຫາກະກຽມຈັດຕັ້ງສະເຫຼີມສະ ຫຼອງວັນສ້າງຕັ້ງກອງທັບປະຊາ ຊົນລາວ ຄົບຮອບ 70 ຢູ່ກອງ ພັນທີ 3 ແລະ ກອງພັນ 613 ຂອງກອງພັນໃຫຍ່ 201 ທີ່ຂຶ້ນ ກັບກອງພົນທີ 2 ໂດຍໄດ້ຮັບ ການຕ້ອນຮັບຈາກຄະນະພັກ-ຄະນະບັນຊາ ແລະ ພະນັກງານ-ນັກຮົບ ພາຍໃນກົມກອງດັ່ງກ່າວ ຢ່າງອົບອຸ່ນ. ພາຍຫລັງທີ່ໄດ້ຮັບຟັງການ ລາຍງານສະພາບການທົ່ວໄປ ໂດຍຫຍໍ້ຈາກຄະນະພັກ-ຄະນະ ບັນຊາບັນດາກົມກອງດັ່ງກ່າວ ແລ້ວພົນຈັດຕະວາ ພັນແສງ ບຸນ ພັນ ກໍໄດ້ສະແດງຄວາມຊົມເຊີຍ ຕໍ່ຜົນງານທີ່ຄະນະພັກ-ຄະນະບັນ ຊາ ແລະ ພະນັກງານ-ນັກຮົບ ກົມກອງດັ່ງກ່າວຍາດມາໄດ້ໃນ ໄລຍະທີ່ຜ່ານມາ, ພ້ອມໄດ້ເນັ້ນ ໜັກໃຫ້ຄະນະພັກ-ຄະນະບັນຊາ ເອົາໃຈໃສ່ວຽກງານເຮັດໃຫ້ສະ ພາບມີຄວາມຫງົບ, ວຽກງານ ຫັນລົງກໍ່ສ້າງຮາກຖານການ ເມືອງພົວພັນກັບອໍານາດການ ປົກຄອງທ້ອງຖິ່ນເປັນວຽກສຳ ຄັນ, ກຳແໜ້ນສະພາບການຕິດ ຕາມກຸ່ມຄົນບໍ່ດີທີ່ເຂົ້າມາເຄື່ອນ ໄຫວສ້າງຄວາມບໍ່ສະຫງົບໃນ ທ້ອງຖິ່ນກໍຄືໃນຂອບເຂດຂອງ ກົມກອງຮັບຜິດຊອບເປັນເຈົ້າ ການເຮັດວຽກງານສຶກສາອົບ ຮົມການເມືອງນຳພາແນວຄິດຕໍ່ ພະນັກງານ-ນັກຮົບ, ສຶກສາອົບ ຮົມແນວຄິດ ແລະ ຄຸນທາດການ ເມືອງໜັກແໜ້ນ, ເຊື່ອໝັ້ນຕໍ່ ແນວທາງນະໂຍບາຍຂອງພັກ-ກົດໝາຍຂອງລັດຢ່າງເລິກເຊິ່ງ, ຍົກສູງຄວາມຮັບຜິດຊອບຕໍ່ໜ້າທີ່ການເມືອງຂອງຕົນ, ສືບຕໍ່ປັບ ປຸງແບບແຜນວິທີເຮັດວຽກບົນ ພື້ນຖານຫຼັກການລວມສູນປະຊາ ທິປະໄຕ ເຮັດວຽກເປັນໝູ່ຄະນະ ແບ່ງບຸກຄົນຮັບຜິດຊອບ ໂດຍຖື ເອົາບັ້ນດໍາເນີນຊີວິດການເມືອງ ເປັນບ່ອນຕໍານິກໍ່ສ້າງຊ່ວຍເຫຼືອ ເຊິ່ງກັນ ແລະ ກັນ ເພື່ອຕີຖອຍ ບັນຫາປາກົດການຫຍໍ້ທໍ້ໃນກົມ ກອງກໍຄືໃນຖັນແຖວພະນັກ ງານ-ສະມາຊິກພັກ-ນັກຮົບ, ຕັ້ງໜ້າເຝິກຝົນຫຼໍ່ຫຼອມຕົນເອງ ທາງດ້ານຄຸນສົມບັດສິນທຳປະຕິ ວັດ ແລະ ປະຕິບັດບັນດາຂໍ້ກຳ ນົດກົດລະບຽບ 7 ລະບອບ 18 ວຽກຂອງກອງທັບຢ່າງເຂັ້ມ ງວດ ແລະ ຕັ້ງຫນ້າຄົ້ນຄວ້າ ຊອກຮູ້ຮໍ່າຮຽນດ້ານຕ່າງໆເພື່ອ ສ້າງຕົນເອງໃຫ້ກາຍເປັນນັກຮົບ ວັດທະນະທຳ ແລະ ກາຍເປັນພະ ນັກງານສືບທອດປ່ຽນທີ່ດີໃນອະ ນະຄົດເອົາໃຈໃສ່ເຝິກແອບຮໍ່າ ຮຽນປັບປຸງລະບຽບແບບແຜນ, ການຄຸ້ມຄອງທັບລ້ຽງດູທັບຮັບ ປະກັນຊີວິດການເປັນຢູ່ຂອງກົມ ກອງໃຫ້ນັບມື້ໄດ້ຮັບການພັດທະ ນາດີຂຶ້ນ. ພ້ອມທັງເອົາໃຈໃສ່ສືບ ຕໍ່ເຮັດວຽກງານສ້າງຂະບວນ ການສ້າງຜົນງານດ້ານຕ່າງໆ ໄວ້ເພື່ອຂໍ່ານັບຮັບຕ້ອນວັນສ້າງ ຕັງກອງທັບຄົບຮອບ 70 ປີ ໃຫ້ເປັນຂະບວນການກວ້າງ ຂວາງຟົດຟື້ນມ່ວນຊື່ນຕໍ່ເນື່ອງ ແລະ ຮັບປະກັນໄດ້ຄວາມສະ ຫງົບປອດໄພ 100%. ໂດຍ: ຄໍາພັນ ຄອນມະນີ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ