ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ໜ່ວຍພັກຫ້ອງການກົມໃຫຍ່ພະລາທິການກອງທັບ ສຳເລັດກອງປະຊຸມຫຍ່ຄັ້ງທີ I
ເວລາອອກຂ່າວ: 2018-12-11 09:07:39 | ຜູ້ຂຽນ : | ຈຳນວນຄົນເຂົ້າຊົມ: 98 | ຄວາມນິຍົມ:



ໃນວັນທີ 7 ທັນວາ 2018 ນີ້, ໜ່ວຍພັກຫ້ອງການກົມໃຫຍ່ພະ ລາທິການກອງທັບ ໄດ້ເປີດກອງ ປະຊຸມໃຫຍ່ຄັ້ງທີ I ຂຶ້ນ, ໂດຍພາຍ ໃຕ້ການເປັນປະທານຂອງສະ ຫາຍ ພົນຈັດຕະວາ ປອ ວົງສັກ ພັນທະວົງ ກຳມະການຄະນະ ພັກກະຊວງປ້ອງກັນປະເທດ, ຮອງຫົວໜ້າກົມໃຫຍ່ພະລາທິ ການກອງທັບ, ເຂົ້າຮ່ວມກອງ ປະຊຸມ, ມີຄະນະປະຈຳພັກອົງ ການກົມໃຫຍ່, ເລຂາ-ຮອງເລຂາ ໜ່ວຍພັກ, ຄະນະໜ່ວຍພັກ,ພ້ອມ ດ້ວຍສະມາຊິກພັກພາຍໃນໜ່ວຍ ເຂົ້າຮ່ວມ. ສະຫາຍ ພັນໂທ ຄຳແຫວນ ຫຼ້າບົວມະຫາໄຊ ເລຂາໜ່ວຍພັກ ຫົວໜ້າຫ້ອງການກົມໃຫຍ່ພະລາ ທິການກອງທັບ ໄດ້ຂຶ້ນຜ່ານບົດ ລາຍງານການເມືອງທັງສອງ ພາກ ຜ່ານການຊີ້ນຳ-ນຳພາຂອງ ໜ່ວຍພັກໃນຊຸມປີຜ່ານມາ ເຊິ່ງ ໄດ້ຍົກໃຫ້ເຫັນວຽກງານຫຼາຍ ດ້ານທີ່ພົ້ນເດັ່ນເປັນຕົ້ນວຽກງານ ເຮັດໃຫ້ສະພາບມີຄວາມສະ ຫງົບ, ພະນັກງານ-ສະມາຊິກພັກ ມີສະຕິລະວັງຕົວຕໍ່ກົນອຸບາຍມ້າງ ເພທຳລາຍຂອງສັດຕູ, ເປັນເຈົ້າ ການເຮັດໜ້າທີ່ເປັນເສນາທິການ ໃຫ້ແກ່ກົມໃຫຍ່ເສນາທິການກອງ ທັບ ກໍຄືກະຊວງປ້ອງກັນປະເທດ, ຖືເອົາວຽກງານສຶກສາອົບຮົມ ການເມືອງ, ນຳພາແນວຄິດເປັນ ກົກ ແລະ ສອດຫ້ອຍເຂົ້າທຸກຂົງ ເຂດວຽກງານ, ປະຕິບັດລະບອບ ດຳເນີນຊີວິດການເມືອງຂັ້ນຈຸ- ໜ່ວຍເປັນປົກກະຕິ, ສະມາຊິກພັກ ທຸກສະຫາຍມີແນວຄິດອຸ່ນອຽນ ທຸ່ນທ່ຽງ, ບຸກບືນຕໍ່ໜ້າທີ່ວຽກ ງານ, ມີຄວາມສາມັກຄີເປັນປຶກ ແຜ່ນ, ມີຄວາມໜັກແໜ້ນທາງ ດ້ານການເມືອງແນວຄິດ ແລະ ວິຊາການດ້ານຕ່າງໆ, ປະຕິບັດ 5 ຫຼັກການ 3 ທິດນຳຂອງພັກ, ຖືເອົາການຍົກສູງຄຸນະພາບເປັນ ຕົ້ນຕໍ ແລະ ດ້ານປະລິມານເປັນ ສຳຄັນ ໂດຍຕິດພັນກັບຂະບວນ ກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມ ແຂງ, ໜັກແໜ້ນ, ປັດຈຸບັນພາຍ ໃນໜ່ວຍພັກມີສະມາຊິກພັກທັງ ໝົດ 36 ສະຫາຍ, ຍິງ 11 ສະ ຫາຍ, ສຳຮອງ 1 ສະຫາຍ, ສະມາຊິກ ພັກແຂງຮອບດ້ານ 100%, ກົມ ກອງໄດ້ຮັບການຢັ້ງຢືນເປັນ ໜ່ວຍພັກແຂງ-ຮູ້ນຳພາຮອບ ດ້ານ 3 ສະໄໝຕິດຕໍ່ກັນ ແລະ ໄດ້ ຮັບການຢັ້ງຢືນເປັນກົມກອງ 3 ປອດ ປະເພດ 1, ເອົາໃຈໃສ່ຊຸກຍູ້ ອົງການຈັດຕັ້ງມະຫາຊົນຂອງ ພັກ, ຊາວໜຸ່ມ-ແມ່ຍິງໄດ້ເຄື່ອນ ໄຫວຕາມພາລະບົດບາດຢ່າງ ເປັນຂະບວນການຟົດຟື້ນຕໍ່ເນື່ອງ, ໃນໄລຍະ 4 ປີຜ່ານມາສາມາດ ສ້າງລາຍຮັບເຂົ້າຄັງລວມໄດ້ທັງ ໝົດ 157.000.000 ກີບ, ມີງົວ ລ້ຽງ 49 ໂຕ, ຊຸກຍູ້ບັນດາຄອບ ຄົວປະຕິບັດທິດນຳເພິ່ງຕົນເອງ, ກຸ້ມຕົນເອງ ແລະ ສ້າງຄວາມເຂັ້ມ ແຂງດ້ວຍຕົນເອງຕາມເງື່ອນໄຂ ຕົວຈິງເຮັດໃຫ້ແຕ່ລະຄອບຄົວມີ ພໍຢູ່ພໍກິນ, ຄຸ້ມຄອງນຳໃຊ້ ແລະ ປົກປັກຮັກສາວັດຖຸອຸປະກອນ ຕ່າງໆທີ່ໄດ້ປະກອບ, ປະສານສົມ ທົບດ້ານການພົວພັນ ແລະ ຮ່ວມ ມືກັບສາກົນໂດຍປະຕິບັດແນວ ທາງການຕ່າງປະເທດຂອງພັກ ໃຫ້ແໜ້ນແຟ້ນ ກອງປະຊຸມໄດ້ ປ່ອນບັດຄັດເລືອກເອົາຄະນະ ຫນ່ວຍພັກຊຸດໃຫມ່ ໂດຍສາມາດ ເລືອກໄດ້ສະຫາຍ ພັນໂທ ຄຳ ແຫວນ ຫຼ້າບົວມະຫາໄຊ ເປັນເລ ຂາຫນ່ວຍພັກ, ພັນໂທ ບຸນກ່ຳ ພິມ ພົງພັນ ເປັນຮອງເລຂາຫນ່ວຍ ພັກ, ພັນໂທ ບຸນມີ ວິເສດສິນ, ພັນ ໂທ ເພັດນຸລົມ ນຸມອນສິນ, ພັນໂທ ອິນທະພອນ ວໍຣະວົງ ເປັນກຳ ມະການໜ່ວຍພັກ. ໂອກາດນີ້ ທ່ານ ພົນຈັດຕະ ວາ ປອ ວົງສັກ ພັນທະວົງ ໄດ້ມີ ຄຳເຫັນໂອ້ລົມຊີ້ທິດເຍືອງທາງ ຕໍ່ຜົນສຳເລັດຂອງກອງປະຊຸມ ໃຫຍ່ໃນຄັ້ງນີ້: ກ່ອນອື່ນທ່ານໄດ້ ກ່າວສະແດງຄວາມຍ້ອງຍໍຊົມ ເຊີຍຕໍ່ຜົນງານ ແລະ ຜົນສຳເລັດ ທີ່ບັນດາສະຫາຍຍາດມາໄດ້ໃນ ຊຸມປີຜ່ານມາ ຈົນມີຜົນສຳເລັດ ຈົບງາມ, ຮຽກຮ້ອງມາຍັງສະ ມາພະນັກງານ-ສະມາຊິກພັກ, ນັກຮົບໃນກົມກອງຫ້ອງການຈົ່ງ ເອົາໃຈໃສ່ຍົກສູງຄວາມຮັບຜິດ ຊອບຂອງຕົນເຂົ້າໃນຫນ້າທີ່ວຽກ ງານວິຊາສະເພາະຢ່າງເຂັ້ມງວດ ມີຄວາມຈົ່ງຮັກພັກດີຕໍ່ພັກ-ລັດ, ກອງທັບ, ຖືເອົາການຕຳນິຕິຊົມ ກໍ່ສ້າງຊ່ວຍເຫລືອເຊິ່ງກັນ ແລະ ກັນ, ມີນຳ້ໃຈຊື່ສັດບໍລິສຸດຕໍ່ພັກ- ລັດ, ຕໍ່ປະເທດຊາດ ແລະ ປະຊາ ຊົນ, ເອົາໃຈໃສ່ເຊື່ອມຊຶມ, ມະຕິ, ຄຳສັ່ງຂອງຂັ້ນເທິງຢ່າງເຂັ້ມ ງວດ, ໂດຍສະເພາະຄະນະພັກຊຸດ ໃໝ່ ຈົ່ງພ້ອມກັນເອົາໃຈໃສ່ສືບຕໍ່ ເພີ່ມທະວີວຽກງານສຶກສາອົບ ຮົມການເມືອງນຳພາແນວຄິດ ເປັນກົກ, ມີຄວາມສາມັກຄີພາຍ ໃນໝູ່ຄະນະ, ແບບແຜນວິທີນຳພາ ບົນພື້ນຖານຫລັກການລວມສູນ ປະຊາທິປະໄຕ, ນຳພາເປັນໝູ່ຄະ ນະ, ແບ່ງວຽກງານໃຫ້ບຸກຄົນຮັບ ຜິດຊອບ, ມີຄຸນສົມບັດສິນທຳປະ ຕິວັດ, ມີຈັນຍາບັນ, ຈັນຍາທຳ, ເປັນເຈົ້າການເສີມຂະຫຍາຍມູນ ເຊື້ອອັນດີງາມຂອງພັກ, ສຸມທຸກ ສະຕິປັນຍາເຫື່ອແຮງຂອງຕົນ ເຂົ້າໃນການຄົ້ນຄວ້າຮຳ່ຮຽນ, ສາມາດນຳພາຫນ່ວຍພັກກ້າວ ຂຶ້ນໄປໃຫ້ປອດໃສ, ເຂັ້ມແຂງ, ຫນັກແຫນ້ນຕະຫລອດໄປ ແລະ ເຮັດສຳເລັດທຸກຫນ້າທີ່ການ ເມືອງທີ່ພັກ-ລັດປະຊາຊົນມອບ ໝາຍໃຫ້ຢ່າງຈົບງາມ. ໂດຍ: ຄຳປະສົງ ລາດຊະວົງ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ