ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ທະຫານແຂວງອັດຕະປື ຮັບຮອງການກໍ່ສ້າງໜ່ວຍພັກປອດໃສ,ເຂັ້ມແຂງ,ໜັກແໜ້ນ
ເວລາອອກຂ່າວ: 2018-12-11 09:00:32 | ຜູ້ຂຽນ : | ຈຳນວນຄົນເຂົ້າຊົມ: 91 | ຄວາມນິຍົມ:



ໃນວັນທີ 6 ທັນວາ 2018 ນີ້ ກອງບັນຊາການທະຫານແຂວງ ອັດຕະປື ໄດ້ຈັດກອງປະຊຸມຮັບ ຮອງການກໍ່ສ້າງໜ່ວຍພັກປອດ ໃສ, ເຂັ້ມແຂງ, ໜັກແໜ້ນປະຈຳ ປີ 2018 ໂດຍໃຫ້ກຽດເຂົ້າຮ່ວມ ຂອງ ພັນເອກ ໂຊກໄຊ ພິມມະລາ ຮອງເລຂາຄະນະພັກ ຫົວໜ້າ ການເມືອງກອງບັນຊາການທະ ຫານແຂວງອັດຕະປື ພ້ອມດ້ວຍ ຄະນະ ແລະມີຄະນະໜ່ວຍພັກ 5 ຫ້ອງເຂົ້າຮ່ວມ. ພັນໂທ ຄຳຄິດ ຄຳມະນີ ກຳ ມະການຄະນະພັກຮາກຖານຫ້ອງ ການເມືອງ ຫົວໜ້າພະແນກຈັດ ຕັ້ງພັກໄດ້ຜ່ານບົດລາຍງານຜົນ ສຳເລັດການລົງປະເມີນຜົນ ກໍ່ສ້າງໜ່ວຍພັກ ປອດໃສ, ເຂັ້ມ ແຂງ, ໜັກແໜ້ນ ປະຈຳປີ 2018 ເຊິ່ງໄດ້ຕີລາຄາແບ່ງປະເພດສະ ມະຊິກພັກ ແລະ ຕີລາຄາໃຫ້ຄະ ແນນໜ່ວຍພັກໃນການຊີ້ນຳ-ນຳພາຕາມ 5 ເນື້ອ ໃນຂອງການ ນຳພາພັກຄື: ດ້ານການເມືອງ, ດ້ານແນວຄິດ, ດ້ານການຈັດຕັ້ງ, ດ້ານແບບແຜນການນຳພາແລະ ນຳພາດ້ານປະຕິບັດໜ້າທີ່ການ ເມືອງ.ໃນນັ້ນໜ່ວຍພັກແຕ່ລະ ໜ່ວຍແຕ່ລະກົມກອງສາມາດຕີ ລາຄາແບ່ງປະເພດສະມະຊິກພັກ ແລະໃຫ້ຄະແນນໜ່ວຍພັກແຕ່ລະ ໜ່ວຍມີຄະແນນລວມ9 ຄະແນນ ຂຶ້ນໄປ ເຊິ່ງຈັດໃນປະເພດໜ່ວຍ ພັກແຂງ. ຜ່ານການຮັບຮອງຕົວ ຈິງມີ 29 ໜ່ວຍພັກໄດ້ ເປັນໜ່ວຍ ພັກ ປອດໃສ, ເຂັ້ມແຂງ, ໜັກແໜ້ນ ແລະ 6 ໜ່ວຍພັກ ບໍ່ທັນຮັບຮອງ ໄດ້ອີງໃສ່ເງື່ອນໄຂບໍ່ທັນຄົບ ຖ້ວນຕາມ 5 ເນື້ອໃນທີ່ໄດ້ວາງ ໄວ້. ຈາກນັ້ນຜູ້ແທນກອງປະຊຸມ ໄດ້ປະກອບຄຳຄິດຄຳເຫັນຢ່າງ ກົງໄປກົງມາເພື່ອພ້ອມກັນປັບ ປຸງແກ້ໄຂຂໍ້ຄົງຄ້າງ ໃຫ້ລະອຽດ ຊັດເຈນ ແລະ ຖືກຕ້ອງຕາມ ຄວາມເປັນຈິງຄົບ. ສະຫາຍ ພັນເອກ ໂຊກໄຊ ພິມ ມະລາ ໄດ້ເນັ້ນໜັກໃຫ້ຄະນະ ພັກ-ຄະນະບັນຊາເພີ່ມທະວີການ ສຶກສາອົບຮົມການເມືອງແນວ ຄິດໃຫ້ພະນັກງານສະມະຊິກພັກ ພາຍໃນກົມກອງໃຫ້ເລິກເຊິ່ງ ເຖິງຖອງໂດຍນຳເອົາມະຕິ, ຄຳ ສັ່ງ, ຂໍ້ກຳນົດ, ກົດລະບຽບມູນ ເຊື້ອແລະໜ້າທີ່ການເມືອງລົງຈັດ ຕັ້ງເຊື່ອມຊຶມໃຫ້ສະມາຊິກພັກ ເພື່ອກໍ່ສ້າງໜ່ວຍພັກຕິດພັນຕິດ ພັນກັບການກໍ່ສ້າງກົມກອງ 3 ປອດ ຍຶດໝັ້ນຫຼັກການລວມສູນ ປະຊາທິປະໄຕ ເຮັດວຽກເປັນໝູ່ ຄະນະແບ່ງງານແບ່ງຄວາມຮັບ ຜິດຊອບໃຫ້ກັນຢ່າງຈະແຈ້ງ. ເພື່ອສ້າງໃຫ້ໄດ້ໜ່ວຍພັກປອດ ໃສ, ເຂັ້ມແຂງ, ໜັກແໜ້ນ. ເພື່ອ ສ້າງຂະບວນການຂ່ຳນັບຮັບ ຕ້ອນວັນສ້າງຕັ້ງກອງທັບປະຊາ ຊົນລາວຄົບຮອບ 70 ປີ ໃຫ້ມີ ໃບໜ້າອັນໃໝ່. ໂດຍ: ຕິ໋ມພອນ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ