ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ລົດປ້າຍສີຟ້າທີ່ຍັງບໍ່ທັນປະກອບເອກະສານຄົບຖ້ວນ ເກືອບ 2,000 ຄັນ
ເວລາອອກຂ່າວ: 2018-12-10 10:41:29 | ຜູ້ຂຽນ : | ຈຳນວນຄົນເຂົ້າຊົມ: 9155 | ຄວາມນິຍົມ:



ທ່ານ ບຸນຈັນ ສິນທະວົງ ລັດ ຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ໃຫ້ຄວາມກະ ຈ່າງແຈ້ງຕໍ່ຄຳຊັກຖາມຂອງສະ ມາຊິກສະພາແຫ່ງຊາດ, ກ່ຽວ ກັບການຄຸ້ມຄອງ ແລະ ຂຶ້ນທະ ບຽນລົດປ້າຍລັດບໍລິຫານ(ປ້າຍ ສີຟ້າ) ໃນວາລະດຳເນີນກອງປະ ຊຸມສະໄໝສາມັນເທື່ອທີ 6 ຂອງ ສະພາແຫ່ງຊາດຊຸດທີ VIII ວ່າ: ການຂຶ້ນທະບຽນພາຫະນະຂອງ ລົດປ້າຍສີຟ້າຕາມກົດໝາຍ ແລະ ລະບຽບການແລ້ວຕ້ອງໄດ້ຂຶ້ນ ທະບຽນເປັນຊັບສິນຂອງລັດ, ໂດຍແມ່ນກະຊວງການເງິນເປັນ ຜູ້ຮັບຜິດຊອບແຕ່ຜ່ານມາແມ່ນ ມີໃບສະເໜີຈາກພາກສ່ວນ ຕ່າງໆທີ່ກ່ຽວຂ້ອງ(ກະຊວງ, ອົງການ ແລະ ທ້ອງຖິ່ນ) ຂໍຂຶ້ນ ປ້າຍທະບຽນກ່ອນ. ໃນປັດຈຸບັນນີ້ມີລົດປ້າຍສີຟ້າ ຍັງບໍ່ທັນປະກອບເອກະສານຄົບ ຖ້ວນຈຳນວນ 1.919 ຄັນ ແລະ ມາໃນປີ2017ໄດ້ມີແຈ້ງການ ຂອງກະຊວງການເງິນກ່ຽວກັບ ການຄຸ້ມຄອງ ແລະ ນຳໃຊ້ພາຫະ ນະຂອງລັດປ້າຍລັດບໍລິຫານ, ເຊິ່ງໄດ້ອອກຂໍ້ຫ້າມເຖິງກອງຄຸ້ມ ຄອງພາຫະນະ ແລະ ການຂັບຂີ່ ນະຄອນຫຼວງວຽງຈັນ ແລະ ບັນ ດາແຂວງຫ້າມອອກໃບທະບຽນ ຊົ່ວຄາວໃຫ້ບຸກຄົນ ແລະ ການ ຈັດຕັ້ງຕ່າງໆຕິດປ້າຍລົດບໍລິ ຫານລັດໂດຍບໍ່ໄດ້ຮັບອະນຸຍາດ ຈາກຂະແໜງຄຸ້ມຄອງຊັບສິນ ຂອງລັດກະຊວງການເງິນ. ສຳລັບການຄຸ້ມຄອງພາຫະ ນະຂອງລັດແມ່ນຂຶ້ນກັບຫຼາຍ ພາກສ່ວນເປັນຕົ້ນຢູ່ທ້ອງຖິ່ນ ແມ່ນອົງການປົກຄອງຂອງ ແຂວງ, ນະຄອນຫຼວງຄຸ້ມຄອງ, ແຕ່ປັດຈຸບັນການຄຸ້ມຄອງດັ່ງ ກ່າວແມ່ນຍັງມີລັກສະນະກະ ແຈກກະຈາຍຍັງບໍ່ທັນສາມາດ ແຍກບັນຊີການຄຸ້ມຄອງໄດ້ລະ ອຽດເທື່ອ. ເພື່ອເຮັດໃຫ້ວຽກງານດັ່ງ ກ່າວໄດ້ຮັບການປັບປຸງ ແລະ ແກ້ໄຂໃຫ້ດີຂຶ້ນກະຊວງໂຍທາທິ ການ ແລະ ຂົນສົ່ງຈະສືບຕໍ່ປະ ສານສົມທົບກັບພາກສ່ວນທີ່ ກ່ຽວຂ້ອງ, ໂດຍສະເພາະແມ່ນ ກະຊວງການເງິນເພື່ອດຳເນີນ ການຄົ້ນຄວ້າສ້າງນິຕິກຳ ແລະ ທະບຽນການຄຸ້ມຄອງສະເພາະ ແນໃສ່ເພື່ອຄຸ້ມຄອງ ແລະ ຕິດ ຕາມກວດກາໃຫ້ຮັດກຸມຂຶ້ນຕື່ມ ສາ ມາດຕອບສະໜອງວຽກງານ ຄຸ້ມຄອງ ແລະ ຂຶ້ນທະບຽນລົດ ປ້າຍສີຟ້າໃຫ້ມີປະສິດທິຜົນກວ່າ ເກົ່າທ່ານລັດຖະມົນຕີກ່າວມ້ວນ ທ້າຍ. ໂດຍ: ຈັນທະວົງ ອຸ່ນວິໄລຫົງ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ