ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ກອງພົນທີ 2 ປາຖະກະຖາວັນສ້າງຕັ້ງຂອງຊາດ ແລະ ປະດັບຫຼຽນ 70 ປີ ໃຫ້ແກ່ພະນັກງານຫຼັກແຫຼ່ງ
ເວລາອອກຂ່າວ: 2018-12-10 09:13:45 | ຜູ້ຂຽນ : | ຈຳນວນຄົນເຂົ້າຊົມ: 40 | ຄວາມນິຍົມ:



ໃນວັນທີ 28 ພະຈິກ 2018 ນີ້, ກອງພົນທີ 2 ໄດ້ຈັດຕັ້ງປາ ຖະກະຖາວັນສ້າງຕັ້ງເມືອງ ວຽງໄຊຖານທີ່ໝັ້ນຂອງການ ປະຕິວັດ ຄົບຮອບ 50, ວັນຊາດ (2 ທັນວາ ຄົບຮອບ 43 ປີ ແລະ ປະດັບຫຼຽນກາລະນືກ 70 ປີ ກອງທັບປະຊາຊົນລາວ) ໃຫ້ແກ່ ພະນັກງານຫຼັກແຫຼ່ງ ໂດຍການ ເປັນປະທານຂອງ ທ່ານພົນຈັດ ຕະວາ ພັນແສງ ບຸນພັນ ເລຂາ ຄະນະພັກ ຫົວໜ້າການເມືອງ ກອງພົນທີ 2, ມີພັນເອກ ວຽງ ແກ້ວ ສີສຸລາດ ຫົວໜ້າການທະ ຫານກອງພົນທີ 2, ມີບັນດາສະ ຫາຍຄະນະຫ້ອງ ພະແນກການ ຄະນະພັກ-ຄະນະບັນຊາ, ກອງ ພັນໃຫຍ່ ກອງພັນນ້ອຍ ແລະ ກອງຮ້ອຍເອກະລາດເຂົ້າຮ່ວມ. ໃນພິທີ ທ່ານພົນຈັດຕະວາ ພັນແສງ ບຸນພັນ ໄດ້ຂຶ້ນກ່າວປາ ຖະກະຖາມູນເຊື້ອວັນສ້າງຕັ້ງ ເມືອງວຽງໄຊຖານທີ່ໝັ້ນຂອງ ການປະຕິວັດ ຄົບຮອບ 50 ປີ ນັບແຕ່ໄດ້ຮັບການສ້າງຕັ້ງໃນ ວັນ 30/11/1968 ເມືອງ ວຽງໄຊໄດ້ກາຍເປັນສູນກາງ ແຫ່ງການຊີ້ນຳ-ນຳພາຮອບ ດ້ານຂອງພັກ ໃນພາລະກິດປົດ ປ່ອຍຊາດຢ່າງມີໄຊກາຍເປັນ ບ່ອນສ້າງ ແລະ ຂະຫຍາຍກຳລັງ ປະກອບອາວຸດໃຫ້ເຕີບໃຫຍ່ ແຂງແຮງທາງດ້ານປະລິມານ ແລະ ຄຸນະພາບ ມີຄວາມເດັດ ດ່ຽວໜຽວແໜ້ນໃນການເຂົ້າ ຮ່ວມຕໍ່ສູ້ປົດປ່ອຍປະເທດຊາດ ຢ່າງພິລາດອາດຫານ ພ້ອມດຽວ ກັນນັ້ນ ພັນໂທ ວົງເພັດ ເພັງ ພານິດ ຫົວໜ້າຫ້ອງການເມືອງ ກໍໄດ້ຂຶ້ນເຜີຍແຜ່ເອກະສານມູນ ເຊື້ອວັນຊາດທີ 2 ທັນວາ ຄົບ ຮອບ 43 ປີ ເຊິ່ງໄດ້ຍົກໃຫ້ເຫັນ ຄວາມໝາຍຄວາມສຳຄັນຂອງ ວັນຊາດທີ 2 ທັນວາ ໃນໄລຍະ 43 ປີຜ່ານມາ ໂດຍສືບຕໍ່ມູນ ເຊື້ອອັນອົງອາດກ້າຫານຂອງ ບັນພະບູລຸດ ປະຊາຊົນບັນດາ ເຜົ່າພາຍໃຕ້ການນຳພາຂອງພັກ ປະຊາຊົນປະຕິວັດລາວ ໄດ້ສາ ມັກຄີກັນລຸກຮື້ຂຶ້ນຕໍ່ສູ້ຢ່າງພິ ລາດອາດຫານຕ້ານການ ຮຸກຮານຂອງພວກລ່າເມືອງ ແບບເກົ່າ ແລະ ແບບໃໝ່ ສາ ມາດປົດປ່ອຍປະເທດຊາດຢ່າງ ມີໄຊ ສ້າງຕັ້ງສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຂຶ້ນຢ່າງສະຫງ່າຜ່າເຜີຍ ໃນວັນ ທີ 2 ທັນວາ 1975 ແມ່ນວັນທີ ມີຄວາມໝາຍຄວາມສຳຄັນ, ເປັນວັນແຫ່ງໄຊຊະນະອັນຍິ່ງ ໃຫຍ່ແຫ່ງການຕໍ່ສູ້ຂອງປະຊາ ຊົນລາວບັນດາເຜົ່າພວກເຮົາໄດ້ ມີອິດສະຫຼະພາບໄດ້ເປັນເຈົ້າ ຂອງປະເທດຊາດຢ່າງແທ້ຈິງ ແລະ ເປັນວັນແຫ່ງການກ້າວເຂົ້າ ສູ່ຍຸກສະໄໝໃໝ່ແຫ່ງການສ້າງ ສາປະເທດລາວສັນຕິພາບ ເອກະ ລາດ ປະຊາທິປະໄຕ ເອກະພາບ ວັດທະນະຖາວອນ. ໂອກາດດັ່ງ ກ່າວໄດ້ມອບຫຼຽນກາລະນຶກ 70 ປີ ກອງທັບປະຊາຊົນລາວໃຫ້ ແກ່ພະນັກງານຫຼັກແຫຼ່ງຜູ້ທີ່ມີ ຄຸນງາມຄວາມດີອຸທິດຕົນປະ ກອບສ່ວນເຂົ້າໃນພາລະກິດຕໍ່ສູ້ ປົດປ່ອຍຊາດ, ປົກປັກຮັກສາ ແລະ ພັດທະນາປະເທດຊາດຕະ ຫຼອດໄລຍະຜ່ານມາ. ໂດຍ: ສຸວັນໂນ ທະລັງສີ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ