ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ງານລ້ຽງສະເຫຼີມສະຫຼອງສາຍພົວພັນ ສປປ ລາວ - ອົສຕຣາລີ ຄົບຮອບ 20 ປີ
ເວລາອອກຂ່າວ: 2018-12-10 08:59:39 | ຜູ້ຂຽນ : | ຈຳນວນຄົນເຂົ້າຊົມ: 94 | ຄວາມນິຍົມ:



ໃນຕອນແລງຂອງວັນທີ 6 ທັນວາ 2018 ນີ້, ຢູ່ໂຮງແຮມ ລາວພຣາຊາ ໄດ້ຈັດງານລ້ຽງ ສະເຫຼີມສະຫຼອງສາຍພົວພັນ ຮ່ວມມືລະຫວ່າງ ສປປ ລາວ ແລະອົສຕຣາລີ ຄົບຮອບ 20 ປີ ແລະ ຖືເອົາໂອກາດນີ້ເປັນການ ພົບອະດີດນັກສຶກສາທີ່ໄປຮຽນຢູ່ປະເທດອົສຕຣາລີ ໂດຍການເປັນ ປະທານຂອງ ທ່ານ ຈ໋ອງ-ເບີ ນາລ ຄາຣາສໂກ ເອກອັກຄະ ລັດຖະທູດອົສຕຣາລີປະຈຳລາວ ແລະ ພັນເອກ ແນໂຣລີ້ ແມັກໂດ ໂນ ທູດທະຫານອົດສະຕຣາລີ ແລະ ເຂົ້າຮ່ວມຂອງບັນດາແຂກ, ຄູ-ອາຈານ, ອະດີດນັກສຶກສາ. ໃນພິທີດັ່ງ ທ່ານ ຈ໋ອງ-ເບີນາລ ຄາຣາສໂກ ເອກອັກຄະ ລັດຖະທູດ ໄດ້ກ່າວວ່າ: ຈຸດປະ ສົງຂອງການຈັດງານລ້ຽງໃນ ຄັ້ງນີ້ກໍເພື່ອສະເຫຼີມສະຫຼອງ ສາຍພົວພັນທີ່ດີລະຫວ່າງສອງ ປະເທດທີ່ມີມາແຕ່ດົນນານ ແລະ ນັບມື້ນັບໄດ້ຮັບການເສີມຂະ ຫຍາຍດີຂຶ້ນເລື້ອຍໆ. ໃນໄລຍະ ຜ່ານມາລັດຖະບານອົສຕຣາລີ ໄດ້ພົວພັນຮ່ວມມືກັບ ສປປ ລາວ ແລະບັນດາປະເທດໃນພາກພື້ນ ອາຊີ ແລະ ໃຫ້ການຊ່ວຍເຫຼືອ ຫຼາຍດ້່ານ ໂດຍສະເພາະແມ່ນ ດ້ານການສຶກສາ. ເຊິ່ງແຕ່ລະ ປີລັດຖະບານອົສຕຣາລີຈະໃຫ້ ທຶນຮຽນພາສາອັງກິດແກ່ນັກສຶກສາລາວຈຳນວນຫລາຍທຶນໃນ ນັ້ນມີທັງສາພາອັງກິດລະບົບພິ ເສດ ແລະ ລະດັບປະລິນຍາໂທ ເວົ້າລວມ, ເວົ້າສະເພາະ ໃຫ້ແກ່ ພະນັກງານໃນຖັນແຖວກອງທັບປະຊາຊົນລາວ. ໃນພິທີດັ່ງກ່າວ ພັນເອກ ເຟືອງໄຊ ມິລາຊົງ ຫົວໜ້າພະ ແນກການເມືອງ ແລະ ຄວາມ ໝັ້ນຄົງອາຊຽນກົມພົວພັນຕ່າງ ປະເທດກະຊວງປ້ອງກັນປະ ເທດ ຕາງໜ້າໃຫ້ແກ່ນັກສຶກສາ ລາວໄດ້ຂຶ້ນກ່າວຊົມເຊີຍຕໍ່ຜົນ ຂອງການຮ່ວມມືລະຫວ່າງສອງ ປະເທດ ແລະ ໃຫ້ທຶນການສຶກສາ ພາສາອັງກິດຂອງລັດຖະບານ ອົສຕຣາລີໃນໄລຍະ 20 ປີ ທີ່ ຜ່ານມາ ພ້ອມທັງອວຍພອນໃຫ້ ການພົວພັນລະຫວ່າງ ສປປ ລາວ ແລະ ອົສຕຣາລີຈະແໜ້ນ ແຟ້ນຍິ່ງຂຶ້ນ. ໂດຍ: ສາຍເພັດ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ