ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ຫ້ອງວ່າການຈັດເຕັ້ງ ປາຖະກະຖາມູນເຊື້ອວັນປະຫວັດສາດສຳຄັນຕ່າງໆ
ເວລາອອກຂ່າວ: 2018-12-10 08:54:28 | ຜູ້ຂຽນ : | ຈຳນວນຄົນເຂົ້າຊົມ: 8935 | ຄວາມນິຍົມ:



ຫ້ອງວ່າການກະຊວງປ້ອງ ກັນປະເທດຈັດຕັ້ງປາຖະກະຖາ ມູນເຊື້ອວັນປະຫວັດສາດສຳຄັນ ຕ່າງໆຂອງຊາດຂອງກອງທັບ ຄື: ວັນປະກາດເອກະລາດ 12 ຕຸລາ ຄົບຮອບ 73 ປີ, ວັນຊາດທີ 2 ທັນວາ ຄົບຮອບ 43 ປີ, ວັນ ສ້າງຕັ້ງເມືອງວຽງໄຊ ຄົບຮອບ 50 ປີ ແລະ ວັນຄ້າຍວັນເກີດ ຂອງປະທານໄກສອນ ພົມວິຫານ ຄົບຮອບ 98 ປີ ໃນວັນທີ 7 ທັນ ວາ 2018 ນີ້, ໂດຍການເປັນປະ ທານ ແລະ ປາຖະກະຖາຂອງ ທ່ານ ພົນຈັດຕະວາ ຄຳມ່ວນ ເລືອງວັນຫຼ້າ ກຳມະການຄະນະ ປະຈຳອົງການຮອງຫົວໜ້າ ຫ້ອງ ວ່າການກະຊວງປ້ອງກັນປະເທດ ເຊິ່ງມີຄະນະພັກ-ຄະນະບັນຊາ, ກົມ, ກອງ, ຫ້ອງການພ້ອມດ້ວຍ ພະນັກງານ-ນັກຮົບອ້ອມຂ້າງ ຫ້ອງວ່າການກະຊວງປ້ອງກັນ ປະເທດເຂົ້າຮ່ວມຮັບຟັງ. ທ່ານພົນຈັດຕະວາ ຄຳມ່ວນ ເລືອງວັນຫຼ້າ ໄດ້ທົບທວນຫວນ ຄືນມູນເຊື້ອການກຳເນີດ ແລະ ການເຕີບໃຫຍ່ຂະຫຍາຍຕົວຂອງ ວັນປະກາດເອກະລາດ ເປັນໄຊ ຊະນະທີ່ມີຄວາມໝາຍປະຫວັດ ສາດອັນສຳຄັນທີ່ສຸດ, ເຊິ່ງປະ ທານ ໄກສອນ ພົມວິຫານ ໄດ້ ຕີລາຄາວ່າ: ນີ້ເປັນເທື່ອທຳອິດ ທີ່ປະຊາຊົນເຮົາກາຍເປັນເຈົ້າ ຂອງປະເທດ ແລະ ຊາຕາກຳ ຂອງຕົນເອງພາຍຫຼັງ 100 ກວ່າ ປິທີ່ຊີວິດຢູ່ພາຍໃຕ້ແອກແຫ່ງ ການເປັນຂ້ອຍຂ້າ ແລະ ປະ ເທດຊາດໄດ້ຖືກຕັດແບ່ງໄຊຊະ ນະດັ່ງກ່າວໄດ້ເປີດສາກໃຫ້ແກ່ ສັງກາດໃໝ່, ສັງກາດທີ່ປະຊາ ຊົນເຮົາໄດ້ຮັບການປຸກລະດົມ ແລະ ຕື່ນຕົວເຂົ້າຮ່ວມການຕໍ່ ຕ້ານເອົາເປັນເອົາຕາຍກັບສັດຕູ ເພື່ອກອບກູ້ປະເທດຊາດບ້ານ ເມືອງຈົນມາເຖິງວັນທີ 12 ຕຸລາ 1945 ໄດ້ເຮັດໃຫ້ຊາວໂລກໄດ້ ຮັບຮູ້ດິນແດນອັນຄົບຖ້ວນ, ຄົນ ລາວປະຊາຊົນລາວ ແລະ ລັດຖະ ບານຊົ່ວຄາວຂອງລາວ ປະຊາ ຊົນລາວເຮົາ ກໍໄດ້ຖືເອົາວັນປະ ກາດເອກະລາດດັ່ງກ່າວນັ້ນເປັນ ວັນຊາດຂອງຊາດມາຮອດປີ 1975 ປະເທດຊາດເຮົາຈຶ່ງໄດ້ ຮັບການປົດປ່ອຍຢ່າງສົມບູນ ແລະ ໄດ້ສະຖາປະນາເປັນປະ ເທດ ສາທາລະນະລັດ ປະຊາທິ ປະໄຕ ປະຊາຊົນລາວ ໃນວັນທີ 2 ທັນວາ 1975 ແລະ ຖືເອົາ ວັນທີ 2 ທັນວາ ເປັນຊາດຂອງ ຊາດຈົນມາເຖິງປັດຈຸບັນ, ພ້ອມ ທັງຍົກໃຫ້ເຫັນຄວາມໝາຍ ຄວາມສຳຄັນຂອງການສ້າງຕັ້ງ ເມືອງວຽງໄຊຖານທີ່ໝັ້ນຂອງ ການປະຕິວັດລາວເປັນບ່ອນຕັ້ງ ຂອງອົງການການນຳສູງສຸດ ຂອງການປະຕິວັດ, ເປັນເຂດທີ່ ໝັ້ນອັນແໜ້ນແກ່ນໃນທົ່ວປະ ເທດໃນການຕໍ່ສູ້ຕ້ານສົງຄາມພິ ເສດຂອງຈັກກະພັດອາເມຣິກາ, ເປັນພື້ນຖານເພື່ອກໍ່ສ້າງອຳນາດ ການປົກຄອງປະຕິວັດ, ກໍ່ສ້າງ ກຳລັງປະກອບອາວຸດ ແລະ ກຳ ລັງການເມືອງ, ເຝິກຝົນຫຼໍ່ຫຼອມ ພະນັກງານ, ກໍ່ສ້າງເສດຖະກິດ-ວັດທະນະທຳ ແລະ ດ້ານຕ່າງໆ ແກ່ການປະຕິວັດຈຶ່ງສາມາດ ຍາດໄດ້ໄຊຊະນະອັນໃຫຍ່ຫຼວງ ທັງສ້າງບາດກ້າວກະໂດດຂັ້ນ ເປັນລຳດັບແຕ່ລະໄລຍະ, ນຳພາ ປວງຊົນລາວລຸກຮືຂຶ້ນຕໍ່ສູ້ກູ້ຊາດ ຕ້ານລັດທິລ່າເມືອງຂຶ້ນແບບໃໝ່ ປົດປ່ອຍປະເທດຊາດໄດ້ຢ່າງ ສົມບູນ ແລະ ພ້ອມທັງໄດ້ຫວນຄືນ ມູນເຊື້ອຂອງປະທານ ໄກສອນ ພົມວິຫານ ເນື່ອງໃນໂອກາດວັນ ຄ້າຍວັນເກີດຂອງເພິ່ນຜູ້ນຳທີ່ ແສນເຄົາລົບ ໃນການເຄື່ອນໄຫວ ປະຕິວັດ, ການນຳພາປະຊາຊົນ ບັນດາເຜົ່າການຕໍ່ສູ້ກູ້ຊາດລະອິດ ລະອ້ຽວໃນແຕ່ລະໄລຍະ, ຍົກໃຫ້ ເຫັນແບບແຜນການດຳລົງຊີວິດ ທີ່ປອດໃສມີຜົນງານຄຸນງາມ ຄວາມດີ, ຄວາມອົງອາດກ້າ ຫານ, ນຳ້ໃຈເສຍສະຫຼະອັນສູງ ສົ່ງເພື່ອຊາດເພື່ອປະຊາຊົນ, ຄຸນ ສົມບັດປະຕິວັດສະຕິປັນຍາອັນ ສະຫຼາດສ່ອງໃສ ແລະ ບົດຮຽນ ໃນເປັນຜູ້ນຳທີ່ດີເດັ່ນ ແລະ ວີລະ ຊົນແຫ່ງຊາດຂອງປະທານໄກ ສອນ ພົມວິຫານ ທັງນີ້ກໍເພື່ອ ແນໃສ່ໃຫ້ພະນັກງານ-ນັກຮົບ ຮຸ່ນສືບທອດໄດ້ຮັບຮູ້ເຊື່ອມຊຶມ ຕື່ມກ່ຽວກັບວັນປະຫວັດສາດສຳ ຄັນຕ່າງໆຂອງຊາດຂອງກອງ ທັບ ແລະ ຊີວິດການເຄື່ອນໄຫວ ປະຕິວັດການດຳລົງຊີວິດທີ່ປອດ ໃສ, ຄຸນສົມບັດສິນທຳປະຕິວັດ ມາເປັນແນວທາງໃນການເຝິກ ຝົນຫຼໍ່ຫຼອມຕົນເອງໃຫ້ກາຍເປັນ ພະນັກງານ-ນັກຮົບສືບທອດທີ່ ດີຂອງກົມກອງ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ