ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ບໍລິສັດມິດຕະພາບ 206 ເຂດ 5 ກອງທັບປະຊາຊົນຫວຽດນາມ ເຂົ້າອວຍພອນຄະນະກອງພົນທີ 5
ເວລາອອກຂ່າວ: 2018-12-07 10:27:58 | ຜູ້ຂຽນ : | ຈຳນວນຄົນເຂົ້າຊົມ: 38 | ຄວາມນິຍົມ:



ໃນວັນທີ 30 ພະຈິກ 2018 ນີ້ ພັນເອກ ຣິງກົງວູ້ ຮອງຜູ້ອຳນວຍການບໍລິສັດມິດ ຕະພາບ 206 ເຂດ 5 ກອງທັບ ປະຊາຊົນຫວຽດນາມ ພ້ອມຄະ ນະໄດ້ເຂົ້າອວຍພອນຄະນະພັກ-ຄະນະບັນຊາກອງພົນທີ 5 ເນື່ອງ ໃນໂອກາດວັນຊາດ ທີ 2 ທັນ ວາ ຄົບຮອບ 43 ປີ ໂດຍ ການຕ້ອນຮັບຂອງພັນເອກ ບຸນທັນ ມາບຸດສະດີ ຫົວໜ້າ ການເມືອງກອງພົນທີ 5 ພ້ອມ ດ້ວຍຄະນະ, ໂອກາດດັ່ງກ່າວ ພັນເອກ ຣິງກົງວູ້ ກໍໄດ້ສະແດງ ຄວາມຢ້ຽມຢາມຖາມຂ່າວມາ ຍັງຄະນະພັກ-ຄະນະບັນຊາ, ຕະ ຫຼອດຮອດພະນັກງານ-ນັກຮົບ ທີ່ກຳລັງປະຕິບັດໜ້າທີ່ອັນມີ ກຽດຂອງຕົນຢູ່ບັນດາກົມກອງ ຕ່າງໆ ພ້ອມທັງອວຍພອນແດ່ ຄະນະພັກ-ຄະນະບັນຊາຕະຫຼອດ ຮອດພະນັກງານ-ນັກຮົບໜົດ ທຸກຄົນຈົ່ງມີຄວາມສຸກກາຍສຸກ ໃຈມີສຸຂະພາບແຂງແຮງສືບຕໍ່ ຮັດແໜ້ນຄວາມສາມັກຄີລະ ຫວ່າງສອງພັກສອງລັດສອງ ກອງທັບ ເວົ້າລວມເວົ້າສະເພາະ ກໍແມ່ນບໍລິສັດມິດຕະພາບ 206 ເຂດ 5 ກອງທັບປະຊາຊົນ ຫວຽດນາມ ກັບ ກອງພົນທີ 5 ກອງທັບປະຊາຊົນລາວ ໃຫ້ໜັ້ນ ຄົງທະນົງແກ່ນຕະຫຼອດໄປຈາກ ນັ້ນ ພັນເອກ ບຸນທັນ ມາບຸດສະດີ ກໍໄດ້ຕາງໃຫ້ຄະນະພັກ-ຄະນະ ບັນຊາກອງພົນທີ 5 ສະແດງ ຄວາມຂອບອົກຂອບໃຈ ພ້ອມ ທັງສະແດງຄວາມຍ້ອງຍໍຊົມ ເຊີຍ ແລະ ຕີລາຄາສູງຕໍ່ການ ພົວພັນຮ່ວມມືລະຫວ່າງບໍລິສັດ ມິດຕະພາບ 206 ເຂດ 5 ກອງ ທັບປະຊາຊົນຫວຽດນາມ ກັບ ກອງພົນທີ 5 ກອງທັບປະຊາ ຊົນລາວ ເຊິ່ງໄດ້ຍົກໃຫ້ເຫັນ ຫຼາຍຂົງເຂດວຽກງານ ທີ່ທັງ ສອງຝ່າຍໄດ້ພ້ອມກັນຮ່ວມມື ຊ່ວຍເຫຼືອເຊິ່ງກັນ ແລະ ກັນຕະ ຫຼອດມາ. ຂ່າວຍັງໃຫ້ຮູ້ຕື່ມອີກວ່າ: ໃນວັນທີ 28 ພະຈິກ 2018 ຄະ ນະພັກຮາກຖານກອງປະຕິບັດ ງານ 205 ທີ່ຂຶ້ນກັບຄະນະພັກ ກອງພົນທີ 5 ໄດ້ຈັດຕັ້ງກອງ ປະຊຸມໃຫ່ຍຄັ້ງທີ VI ຂອງຕົນ ຂຶ້ນພາຍໃຕ້ການເປັນປະທານ ຂອງ ພັນໂທ ກຸມພົນ ແກ້ວວົງ ສາ ຄະນະພັກກອງພົນທີ 5 ເຊິ່ງ ໃນກອງປະຊຸມໄດ້ຕີລາຄາຄືນໜາກຜົນແຫ່ງການຈັດຕັ້ງປະຕິບັດໜ້າທີ່ວຽກງານການເມືອງ ຂອງກົມກອງພາຍໃຕ້ການນຳ ພາຂອງພັກ ກໍຄືການຈັດຕັ້ງປະ ຕິບັດວຽກງານຂະບວນການ ດ້ານຕ່າງໆ ຂອງກົມກອງໃນ ໄລຍະຜ່ານມາ. ກອງປະຊຸມ ຍັງໄດ້ປ່ອນບັດຄັດເລືອກເອົາຄະ ນະພັກຮາກຖານຊຸດໃໝ່ໄດ້ຕາມ ລະດັບຄາດໜາຍ. ໂດຍ: ແສງອາທິດ ສີດາໄລ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ